ກອງປະຊຸມຄັ້ງນີ້ໄດ້ສະເໜີບັນດາແນວທາງທີ່ສະໜັບສະໜູນໃຫ້ແກ່ຍຸດທະສາດຂອງລັດຖະ ບານ,
ໂດຍສະເພາະແມ່ນ 4 ກິດຈະກໍາຫຼັກ ໃນ 22
ກິດຈະກໍາທີ່ໄດ້ກໍານົດໄວ້ໃນຍຸດທະສາດແຫ່ງຊາດດ້ານໂພຊະນາການ ເປັນຕົ້ນແມ່ນ: 1)
ສົ່ງເສີມການຜະລິດພືດຜັກທີ່ມີໂພຊະນາການ, 2) ສົ່ງເສີມການລ້ຽງສັດເພື່ອບໍລິໂພກໃນຄົວເຮືອນ, 3) ການປຸງແຕ່ງ ແລະເກັບຮັກສາອາຫານ ໃຫ້ພຽງພໍຕະ ຫຼອດປີ ແລະ 4)
ສົ່ງເສີມການສ້າງລາຍຮັບແກ່ແມ່ຍິງ. ເພື່ອປະກອບສ່ວນໃນການຫຼຸດຜ່ອນຄວາມ ທຸກຍາກ ແລະ ການຂາດສານອາຫານຂອງປະຊາຊົນຜູ້ທຸກຍາກໃນເຂດຊົນນະບົດ, ທັງເປັນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ
ໂດຍການຜະລິດກະສິກໍາຫຼາຍຊະນິດ ເພື່ອຮັບປະກັນໃຫ້ມີອາຫານພຽງພໍ ແລະ ມີໂພຊະນາການ
ຊື່ງມູນຄ່າການຈັດຕັ້ງໂຄງການແມ່ນ 38,8 ລ້ານໂດລາສະຫະລັດ, ນອກນັ້ນ, ກອງປະຊຸມຍັງໄດ້ຜ່ານບົດລາຍງານກ່ຽວກັບຄູ່ມືໃນການຈັດຕັ້ງປະຕິບັດໂຄງ
ການ,
ຄູ່ມືໃນການຄຸ້ມຄອງ, ລະບຽບການການນໍາໃຊ້ງົບປະມານຂອງໂຄງການນໍາອີກ.
No comments:
Post a Comment