ເນື່ອງໃນໂອກາດວັນຄູແຫ່ງຊາດ 7
ຕຸລາ,
ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກຄັ້ງໜຶ່ງ, ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ນາງ ແສງເດືອນ
ຫລ້າຈັນທະບູນ ໄດ້ມີຄໍາເຫັນຕໍ່ວັນສໍາຄັນດັ່ງກ່າວວ່າ: ຕະຫຼອດໄລຍະຜ່ານມາ, ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ແລະ ລັດຖະບານ
ສົມທົບກັບຄວາມເອົາໃຈໃສ່ຂອງຜູ້ບໍລິຫານການສຶກສາ ແລະ ກີລາ, ກໍຄືຄູ-ອາຈານ ແລະ ການປະ ກອບສ່ວນຢ່າງຕັ້ງໜ້າຂອງທຸກພາກສ່ວນໃນສັງຄົມທັງພາກລັດ
ແລະ ພາກເອກະຊົນ,
ທັງພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະແມ່ນຄູ່ຮ່ວມພັດທະນາການສຶກສາ ແລະ ກີລາ ກໍຄືການພັດທະນາຖັນແຖວຄູ-ອາຈານ, ເຮັດໃຫ້ເຂົາເຈົ້າມີໂອກາດໄດ້ພັດທະນາຕົນເອງຫລາຍຂຶ້ນ ແລະ
ກາຍເປັນກໍາລັງແຮງສໍາຄັນໜຶ່ງໃນການພັດທະນາການສຶກສາ ແລະ ກີລາ
ໃຫ້ມີການຫັນປ່ຽນໃໝ່ທີ່ດີຂຶ້ນເປັນລໍາ
ດັບ, ນັບທັງດ້ານປະລິມານ ແລະ ຄຸນນະພາບ, ໂດຍສະແດງອອກຄືສະຖານການສຶກສາລະດັບຕ່າງໆ, ໂດຍສະເພາະສາຍສາມັນສຶກສາທັງພາກລັດ ແລະ ພາກເອກະຊົນໄດ້ເພີ່ມຂຶ້ນໃນແຕ່ລະປີ, ເປັນການສ້າງເງື່ອນໄຂ ແລະ
ໂອກາດໃຫ້ປະຊາຊົນລາວບັນດາເຜົ່າໄດ້ເຂົ້າເຖິງການສຶກສາຫລາຍຂຶ້ນ, ເຮັດໃຫ້ການບັນລຸເປົ້າໝາຍການສຶກສາເພື່ອທຸກຄົນກໍຄືເປົ້າໝາຍສະຫັດສະຫວັດດ້ານການພັດທະນາໃນປີ
2015 ສະເລັ່ຍທົ່ວປະເທດມີບາງຕົວຊີ້ບອກລຶ່ນຄາດໝາຍ ເປັນຕົ້ນ:
ອັດຕາເຂົ້າຮຽນຂອງເດັກອາຍຸ 3-5 ປີບັນລຸ 49% ລຶ່ນຄາດໝາຍ 10% (ຄາດໝາຍ 39%), ອັດຕາເຂົ້າຮຽນສຸດທິຊັ້ນປະຖົມບັນລຸ 98,5% ລຶ່ນຄາດໝາຍ 0,5%
(ຄາດໝາຍ 98%),
ອັດຕາເຂົ້າຮຽນຊັ້ນມັດທະຍົມຕອນຕົ້ນບັນລຸ 82,2% ລຶ່ນຄາດໝາຍ
7,2% (ຄາດໝາຍ 75%),
ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນປາຍບັນລຸ 47,8% ລຶ່ນຄາດໝາຍ
4,8% (ຄາດໝາຍ 43%).
ການສຶກສານອກໂຮງຮຽນພວກເຮົາສາມາດປະກາດຈົບຊັ້ນປະຖົມບໍາລຸງທົ່ວປະເທດ, ຊຶ່ງຈັດພິທີປະກາດເປັນທາງການໃນວັນທີ 28 ສິງຫາ 2015. ປະຈຸບັນມີ
81 ເມືອງ,
2 ແຂວງ (ແຂວງໄຊຍະບູລີ ແລະ ຊຽງຂວາງ) ແລະ ນະ ຄອນຫຼວງວຽງຈັນໄດ້ປະກາດຈົບຊັ້ນມັດທະຍົມສຶກສາຕອນຕົ້ນບໍາລຸງ.
ດ້ານຄຸນນະພາບຂອງການສຶກສາເຫັນວ່າມີທ່າອ່ຽງຫັນປ່ຽນດີຂຶ້ນຕາມມາດຖານຂອງການສຶກສາແຫ່ງຊາດ, ຂອງພາກພຶ້ນ ແລະ ສາກົນ, ນັບທັງຄວາມຮູ້,
ຄວາມສາມາດຂອງຄູສອນ ແລະ ການຮຽນຮູ້ຂອງນັກຮຽນ - ນັກສຶກສາ.
ສໍາລັບວຽກງານກີລາ-ກາຍຍະກໍາ
ໄດ້ມີທ່ວງທ່າກ້າວຂຶ້ນສາມາດເຂົ້າຮ່ວມການແຂ່ງຂັນກີລາໃນລາຍການຕ່າງໆລະດັບຊີເກມ, ເອຊຽນເກມ, ໂອແລມປິກເກມ
ແລະ ອື່ນໆໃນລະດັບພາກພຶ້ນ,
ຊຶ່ງໄດ້ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ, ພາກພຶ້ນ ແລະ ສາກົນຕໍ່ວົງການກີລາວນັບມື້ສູງຂຶ້ນ.
ການບໍລິຫານ-ຄຸ້ມຄອງການສຶກສາ
ແລະ ກີລາ,
ໄດ້ຫັນເຂົ້າສູ່ລະບຽບຫລັກການທີ່ເປັນລະບົບຮັດກຸມ, ໂດຍສະເພາະການແບ່ງຂັ້ນຄຸ້ມຄອງການສຶກສາ ແລະ
ກີລາສອດຄ່ອງຕາມທິດສາມສ້າງ. ປະຈຸບັນຂະແໜງການສຶກສາ ແລະ ກີລາ ມີກົດໝາຍ 3 ສະບັບຄື:
ກົດໝາຍວ່າດ້ວຍການສຶກສາ,
ກົດໝາຍວ່າດ້ວຍກີລາ-ກາຍຍະກໍາ ແລະ ກົດໝາຍວ່າດ້ວຍອາຊີວະສຶກສາ.
ນອກຈາກນັ້ນຍັງມີນິຕິກໍາລຸ່ມກົດໝາຍຫຼາຍກ່ວາ 190 ສະບັບອີກດ້ວຍ.
ທ່ານລັດຖະມົນຕີກະຊວງສຶກສາ ແລະ
ກີລາ ກ່າວວ່າ: ຜົນສໍາເລັດດັ່ງກ່າວໄດ້ມາຈາກຫຼາຍປັດໄຈ, ໃນນັ້ນຕົ້ນຕໍແມ່ນພັກ ແລະ ລັດຖະບານ ໄດ້ມີແນວທາງນະໂຍບາຍ ແລະ
ແຜນພັດທະນາເສດຖະກິດ-ສັງຄົມທີ່ຖືກຕ້ອງສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງປະເທດເຮົາ, ໂດຍອີງຕາມແນວທາງນະໂຍບາຍ ແລະ ແຜນດັ່ງກ່າວນັ້ນ, ເຮັດໃຫ້ຜູ້ບໍລິຫານການສຶກສາ ແລະ ກີລາ, ຄູ-ອາຈານ
ໄດ້ປະຕິບັດໜ້າທີ່ຂອງຕົນໃນການບໍລິຫານ-ຄຸ້ມຄອງການສຶກສາ ແລະ ກີລາ, ຈັດຕັ້ງການຮຽນ-ການສອນດ້ວຍຄວາມຮັບຜິດຊອບສູງ, ຊຶ່ງຄູ-ອາຈານແມ່ນມີສ່ວນຮ່ວມຢ່າງໃກ້ສິດໃນການພັດທະນາຄົນ, ຍ້ອນຄົນເປັນປັດໃຈຕັດສິນການພັດທະນາສ້າງສາປະເທດຊາດ.
ຄູ-ອາຈານນອກຈາກການປະຕິບັດໜ້າທີ່ການສິດສອນແລ້ວ, ຍັງໄດ້ເຮັດໜ້າທີ່ເປັນພະນັກງານກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາວຽກງານສາມສ້າງ, ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງປະເທດ
ກໍຄືຂອງແຕ່ລະທ້ອງຖິ່ນຮາກຖານ. ສະນັ້ນເນື່ອງໃນໂອກາດວັນຄູແຫ່ງຊາດວັນທີ 7 ຕຸລານີ້, ໃນນາມລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ
ຕາງໜ້າໃຫ້ການນໍາຂອງຂະແໜງການສຶກສາ ແລະ ກີລາ
ຂໍສະແດງຄວາມຍ້ອງຍໍຊົມເຊີຍຄູ-ອາຈານທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ສິດສອນ ແລະ
ກໍ່ສ້າງຊັບພະຍາກອນມະນຸດ,
ກໍ່ສ້າງຄົນເພື່ອໄປພັດທະນາສ້າງສາປະເທດຊາດໃນໄລຍະຜ່ານມາ ແລະ
ຜ່ານຂະບວນການ ແລະ ພຶດຕິກໍາຕົວຈິງ, ຄູ-ອາຈານຫລາຍຄົນໄດ້ກາຍ
ເປັນຄູສອນດີ, ສອນເກັ່ງ,
ກາຍເປັນຄູຊ່ຽວຊານ, ຄູປະສົບການ,
ຄູຊໍານານງານ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກພັກ-ລັດ ແລະ
ສັງຄົມ. ພ້ອມດຽວກັນນີ້,
ກໍສະແດງຄວາມຮູ້ບຸນຄຸນນໍາພັກ ແລະ ລັດ ຖະບານ
ທີ່ໄດ້ໃຫ້ຄວາມສໍາຄັນຕໍ່ຄູ-ອາຈານ ແລະ
ຂໍຂອບໃຈການຈັດຕັ້ງທຸກພາກສ່ວນໃນສັງຄົມນັບທັງອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ
ທີ່ໄດ້ໃຫ້ການສະໜັບສະໜູນດ້ານງົບປະມານເຂົ້າໃນການພັດທະນາຖັນແຖວຄູອາຈານ, ເຮັດໃຫ້ຄູອາຈານໄດ້ຮັບການພັດທະນາຍົກລະດັບຄວາມຮູ້ຄວາມສາມາດ, ມີສະຖານະພາບ ແລະ ມີບົດບາດສູງຂຶ້ນໃນສັງຄົມ ແລະ
ເພື່ອສະແດງຄວາມກະຕັນຍູ,
ຮູ້ບຸນຄຸນ, ຄວາມຈົງຮັກພັກດີ,
ຄວາມເອົາໃຈໃສ່ຂອງພັກ, ລັດຖະບານກໍຄືຄວາມເຊື່ອໝັ້ນຂອງສັງຄົມຕໍ່ຄູອາຈານສອນ, ຂ້າພະເຈົ້າຮຽກຮ້ອງມາຍັງບັນດາຄູອາຈານໃນທົ່ວປະເທດຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ພັດທະນາຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດທາດການເມືອງໜັກແໜ້ນ, ມີຄຸນສົມບັດດ້ານອາຊີບ, ມີແບບແຜນດໍາລົງຊີວິດທີ່ດີ, ມີຈັນຍາບັນຂອງຄວາມເປັນຄູຕາມ
5 ຄຸນລັກສະນະຄື: ຊື່ສັດບໍລິສຸດ, ຮັກອາຊີບ, ຮັກແພງຜູ້ຮຽນ, ເປັນແບບຢ່າງນໍາໜ້າ ແລະ ພັດທະນາຕົນເອງ ເພື່ອກາຍເປັນແມ່ພິມທີ່ດີຂອງຊາດ, ເປັນຄູສອນທີ່ດີຂອງປະຊາຊົນ, ສ້າງຄວາມເຊື່ອໝັ້ນ,
ຄວາມມີຄຸນຄ່າໃຫ້ແກ່ນັກຮຽນ-ນັກສຶກສາ ແລະ ໃຫ້ແກ່ສັງຄົມ.
ພ້ອມທັງຮຽກຮ້ອງມາຍັງທົ່ວສັງຄົມ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນພັດທະນາຄູອາຈານ, ສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ປະຕິບັດໜ້າທີ່ສິດສອນ, ສຶກສາອົບຮົມນັກຮຽນ-ນັກສຶກສາໃຫ້ໄປຕາມ 3 ລັກສະນະ ແລະ 5
ຫຼັກມູນຂອງການສຶກສາ,
ຊຸກຍູ້ສົ່ງເສີມໃຫ້ຄູອາຈານໄດ້ໄປຍົກລະດັບພັດທະນາຕົນເອງໃຫ້ດີຂຶ້ນ
ແລະ ສໍາລັບນັກຮຽນ-ນັກສຶກສາ
ກໍຕ້ອງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສິດທີ່ດີຂອງຄູອາຈານ, ເປັນລູກຫລານທີ່ດີຂອງພໍ່ແມ່, ເປັນພົນ ລະເມືອງທີ່ດີຂອງຊາດ, ມີຄວາມດຸໝັ່ນພາກພຽນ, ມີຄວາມມານະອົດທົນ, ເອົາໃຈໃສ່ຕັ້ງໜ້າຄົ້ນຄ້ວາຮ່ຳ
ຮຽນ, ຮູ້ຄຸນຄ່າຂອງການຮຽນ, ຮຽນໃຫ້ມີຄວາມຮູ້, ນໍາເອົາຄວາມຮູ້ໄປພັດທະນາຄຸນນະພາບຊີວິດຕົນເອງ, ຄອບຄົວໃຫ້ດີຂຶ້ນ ແລະ ສາມາດກາຍເປັນຜູ້ສືບທອດພາລະກິດສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
No comments:
Post a Comment