Ad

Ad

28 October 2016

ກະຊວງ ຍທຂ ລາຍງານຄວາມຄືບໜ້າໂຄງການເສັ້ນທາງລົດໄຟລາວ-ຈີນ

             ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ບຸນຈັນ ສີນທະວົງ, ໄດ້ລາຍງານຄວາມຄືບໜ້າໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຕໍ່ກອງປະຊຸມເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 26 ຕຸລານີ້ວ່າ: ໂຄງການລົດໄຟລາວ-ຈີນມີຄວາມຍາວ 427 ກິໂລແມັດ, ໄດ້ອອກແບບໃນມາດຕະຖານຊັ້ນ I ເສັ້ນທາງດ່ຽວ ແລະ ແບ່ງການອອກແບບເປັນ 2 ຊ່ວງຄື: ບໍ່ເຕັນ-ວັງວຽງ ເປັນເຂດພູຜາຊັນມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ ແລະ ຊ່ວງວັງວຽງ-ນະຄອນ ຫລວງວຽງຈັນເປັນເຂດທົ່ງພຽງແມ່ນອອກແບບຮອງຮັບຄວາມໄວປະມານ 200 ກິໂລແມັດຕໍ່ຊົ່ວໂມງ, ໃຊ້ພະລັງງານໄຟຟ້າ, ສາມາດຮອງຮັບນ້ຳໜັກການຂົນສົ່ງໄດ້ເຖິງ 3-4 ພັນໂຕນ. ສໍາລັບວຽກຕົ້ນຕໍຂອງການກໍ່ສ້າງປະກອບມີ: ກໍ່ສ້າງຊັ້ນຍົກລະດັບຍາວ 175,59
ກິໂລແມັດກວມ 41,10%, ກໍ່ສ້າງຂົວ 170 ແຫ່ງມີຄວາມຍາວ 69,20 ກິໂລແມັດກວມ 15,80%, ກໍ່ສ້າງທໍ່ 567 ແຫ່ງມີຄວາມຍາວ 21,60 ກິໂລແມັດ, ອຸມົງ 72 ແຫ່ງມີຄວາມຍາວ 183,90 ກິໂລແມັດກວມ 43,07% ຂອງລວງຍາວທັງໝົດ. ມາຮອດປັດຈຸບັນໄດ້ສໍາເລັດການລົງນາມສັນຍາກໍ່ສ້າງ ແລະ ທີ່ປຶກສາ, ໂດຍມີບໍລິສັດວິສະວະກໍາກໍ່ສ້າງທາງລົດໄຟເລກ 5, ບໍລິສັດວິສະວະກໍາກໍ່ສ້າງທາງລົດໄຟສາກົນ, ບໍລິສັດວິສະວະກໍາກໍ່ສ້າງທາງລົດໄຟເລກ 8 , ບໍລິສັດຊີໂນໄຮໂດຼ ຈໍາກັດ ແລະ ບໍລິສັດ ກໍ່ສ້າງໄຟຟ້າ ສປຈີນ ເປັນຜູ້ຮັບເໝົາກໍ່ສ້າງ, ມີບໍລິສັດທີ່ປືກສາວິສະວະກໍາກໍ່ສ້າງທຽນສິນ, ບໍລິສັດທີ່ປືກສາຊີໄອອີຊີຊີ (CIECC), ບໍລິສັດກັນຊຶ ເທກິ ແລະ ບໍລິສັດທີ່ປຶກສາວິສະວະກໍາສາງເສີງເຫີນານ ເປັນຜູ້ຄວບຄຸມການກໍ່ສ້າງ, ບໍລິສັດທີ່ປຶກສາກວດກາເຕັກນິກວູຫານເທຍເຈີງ, ສະຖາບັນທີ່ປືກສາກວດກາເຕັກນິກລົດໄຟ ສປຈີນ ແລະ ບໍລິສັດທີ່ປຶກສາຊົງເທຍສີຊຸນ ປັກກິງ ເປັນທີ່ປຶກສາໂຄງການ. ສໍາລັບສັນຍາຮ່ວມທຶນ ແລະ ສໍາປະທານໂຄງການຈະໄດ້ຈັດຂຶ້ນໃນໄວໆນີ້, ພາຍຫລັງກະຊວງແຜນການ ແລະ ການລົງທຶນໄດ້ອອກໃບທະບຽນສໍາປະທານໂຄງການໃຫ້ແກ່ບໍລິສັດທາງລົດໄຟລາວ-ຈີນແລ້ວເມື່ອທ້າຍເດືອນສິງຫາ 2016 ແລະ ປັດຈຸບັນທຸກຂາຮຸ້ນໄດ້ໂອນເງິນຈົດທະບຽນສ້າງຕັ້ງບໍລິສັດຄົບຖ້ວນຖືກຕ້ອງຕາມລະບຽບກົດໝາຍເປັນທີ່ຮຽບຮ້ອຍແລ້ວ ແລະ ຂໍ້ສະເໜີຂອງສັງຄົມທີ່ມີຄວາມສົນໃຈວ່າຖ້າຫາກຂອບເຂດສະຫງວນຂອງແລວທາງລົດໄຟຖືກ ຫລື ຕິດກັບເສັ້ນທາງຫລວງ, ເຮືອນຊານປະຊາຊົນ, ໂຮງຮຽນ ແລະ ສິ່ງປຸກສ້າງຕ່າງໆ ຈະສາມາດຫລຸດຂອບເຂດສະຫງວນລົງໄດ້ ຫລື ບໍ່? ແລະ ຕໍ່ບັນຫານີ້ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງໄດ້ຊີ້ແຈງວ່າ: ເນື່ອງຈາກໂຄງການດັ່ງກ່າວເປັນໂຄງການໃຫຍ່, ລົດໄຟແລ່ນດ້ວຍຄວາມໄວສູງ ແລະ ມີໄລຍະທາງຍາວຫລາຍຮ້ອຍກິໂລແມັດ, ຈຶ່ງມີເສັ້ນທາງ, ແລວສາຍສົ່ງໄຟຟ້າ, ເຮືອນຊານປະຊາຊົນ ແລະ ສິ່ງປຸກສ້າງອື່ນໆໄດ້ຮັບຜົນກະທົບ, ດັ່ງນັ້ນຕ້ອງມີຄວາມາຈໍາເປັນຈະໄດ້ມີການປັບປ່ຽນແລວເສັ້ນທາງຫລວງ, ຍົກ ຍ້າຍເສົາໄຟຟ້າ, ເຮືອນ ແລະ ສິ່ງປຸກສ້າງຕ່າງໆອອກ ແລະ ຖ້າການສໍາຫລວດຕື່ມດ້ານເຕັກນິກເຫັນວ່າບໍ່ມີຜົນກະທົບເຖິງດ້ານຄວາມປອດໄພການແລ່ນຂອງລົດໄຟໃນໄລຍະການກໍ່ສ້າງແມ່ນສາມາດປັບຫລຸດຂອບເຂດສະຫງວນລົງໄດ້ ແລະ ສໍາລັບພື້ນທີ່ດິນຂອງຂົວທີ່ຂ້າມທົ່ງໄຮ່ທົ່ງນາຂອງປະຊາຊົນແມ່ນສາມາດດໍາເນີນການປູກເຂົ້າໄດ້ຕາມປົກກະຕິ.   

No comments:

Post a Comment