Ad

Ad

28 October 2016

ລັດຈະປະຕິບັດມາດຕະການຢ່າງເຂັ້ມງວດຕໍ່ຜູ້ລະເມີດວິໄນການເງິນ


          ລັດຖະບານຢືນຢັນວ່າຈະປະຕິບັດມາດຕະການຕາມກົດໝາຍຢ່າງເຂັ້ມງວດຕໍ່ຂະແໜງການ ຫລື ບຸກຄົນທີ່ລະເມີດວິໄນການເງິນ, ພ້ອມທັງເລັ່ງຫາມາດຕະການຕ່າງໆຂຶ້ນມາຕື່ມເພື່ອອັດຊ່ອງຫວ່າງການຮົ່ວໄຫລຂອງງົບປະມານ.
            ການຢືນຢັນດັ່ງກ່າວມີຂຶ້ນໃນໂອກາດຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໃນວັນທີ 26 ຕຸລານີ້, ພາຍຫລັງມີ ສສຊ ສົນໃຈວ່າລັດຖະບານຈະມີວິທີການ ແລະ ມາດຕະການແນວໃດເພື່ອແກ້ໄຂການລະເມີດວິໄນການເງິນທີ່ເກີດຂຶ້ນລັກຊະນະຊໍາເຮື້ອ ແລະ ກວ້າງ

ຂວາງ ແລະ ທ່ານ ສົມດີ ດວງດີ ກໍໄດ້ຊີ້ແຈງວ່າ: ໃນໄລຍະຜ່ານມາ, ລັດຖະບານກໍຄືກະຊວງການເງິນ,
ບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ມີຄວາມພະຍາຍາມປະຕິບັດມາດຕະການຄຸ້ມຄອງການອະນຸມັດລາຍຈ່າຍຢ່າງຮັດກຸມ ແລະ ປະຢັດມັດທະຍັດ ແລະ ກໍສາມາດປະຢັດລາຍຈ່າຍໄດ້ຫລາຍສົມຄວນ, ຊຶ່ງສະແດງອອກໃຫ້ເຫັນໃນບົດສະຫລຸບຂາດຕົວຂອງສົກປີ 2014-2015 ປະ ຢັດລາຍຈ່າຍໄດ້ຈຳນວນ 580 ຕື້ກີບ ແລະ ສົກປີ 2015-2016 ສະເພາະລາຍຈ່າຍງົບປະມານສູນກາງໄດ້ປະມານພັນກວ່າຕື້ກີບ. ແຕ່ແນວໃດກໍຕາມ, ຍັງເຫັນວ່າບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນຈຳນວນໜຶ່ງຍັງບໍ່ທັນເປັນເຈົ້າການປະຕິບັດວິໄນການເງິນຢ່າງເຂັ້ມງວດ ເປັນຕົ້ນ: ມີປາກົດ ການຄຸ້ມຄອງລາຍຮັບ-ຈ່າຍບໍ່ສອດຄ່ອງຕາມລະບຽບກົດໝາຍ ແລະ ເພື່ອແກ້ໄຂບັນຫາດັ່ງກ່າວກະ ຊວງການເງິນຈະຄົ້ນຄວ້າກົນໄກການປະເມີນຜົນ ແລະ ຕີລາຄາສະພາບການຈັດຕັ້ງປະຕິບັດແຜນງົບປະມານຂອງບັນດາຂະແໜງການສູນກາງ ແລະ ທ້ອງຖິ່ນ ແລະ ຖ້າຫາກເຫັນຫົວໜ່ວຍງົບປະ ມານໃດລະເມີດວິໄນການເງິນແມ່ນຈະໄດ້ປະຕິບັດມາດຕະການຢ່າງເດັດຂາດ ແລະ ເຂັ້ມງວດ, ພ້ອມດຽວກັນກໍມີນະໂຍບາຍສົ່ງເສີມຕາມກົດໝາຍວ່າດ້ວຍງົບປະມານແຫ່ງລັດກຳນົດຄື:ຖ້າຂະແໜງການໃດນຳໃຊ້ງົບປະມານຂອງຕົນຖືກຕ້ອງຕາມເປົ້າໝາຍ, ໂປ່ງໃສ ແລະ ມີປະສິດທິຜົນສູງແມ່ນຈະໄດ້ຮັບນະໂຍບາຍເພີ່ມແຜນລາຍຈ່າຍໃຫ້ໃນປີຕໍ່ໄປຕາມການຕົກລົງຂອງລັດຖະບານໃນແຕ່ລະໄລຍະ.    ນອກຈາກນີ້ຈະຍົກສູງວຽກງານຕິດຕາມ ແລະ ກວດກາຫລັງການຈ່າຍຢ່າງເຂັ້ມງວດເປັນປົກກະຕິກວ່າເກົ່າເຊັ່ນ: ກວດກາເປັນແຕ່ລະງວດ, ຖ້າເຫັນວ່າມີການລະເມີດວິໄນການເງິນ ແລະ ລະບຽບການແມ່ນຈະໄດ້ລາຍງານຂັ້ນເທິງເພື່ອປະຕິບັດວິໄນຢ່າງທັນການຕາມລະບຽບກົດໝາຍເຊັ່ນກັນ, ນັບແຕ່ມາດຕະການສຶກສາອົບຮົມ, ລົງວິໄນ ຈົນເຖິງມາດຕະການທາງອາຍາ. ສະນັ້ນຂໍໃຫ້ທຸກຂະແໜງການກໍຄືຫົວໜ່ວຍງົບປະມານຂັ້ນສູນກາງ ແລະ ທ້ອງຖິ່ນ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຮ່ວມກັນແທ້ໃນການຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາຢ່າງເຂັ້ມງວດຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ, ພ້ອມທັງເປັນເຈົ້າການສະຫລຸບລາຍງານໃຫ້ກະຊວງການເງິນຮັບຊາບເປັນປົກກະຕິກ່ຽວກັບການປະຕິບັດລາຍຈ່າຍຂອງຕົນເປັນແຕ່ລະງວດ ແລະ ກ້າວໄປເຖິງເປັນແຕ່ລະເດືອນເພື່ອຮັບປະກັນໃຫ້ສາມາດຕິດຕາມລາຍຈ່າຍໃຫ້ໄປຕາມແຜນການທີ່ສະພາແຫ່ງຊາດຮັບຮອງ, ຖືກຕ້ອງຕາມໜ້າວຽກທີ່ໄດ້ກຳນົດ ແລະ ລາຍຈ່າຍບູລິມະສິດ ເປັນຕົ້ນ: ລາຍຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍອື່ນໆ. ນອກຈາກນີ້ກໍມີກົນໄກປະສານສົມທົບ ແລະ ການຕິດຕາມກວດກາຈາກອົງການຈັດຕັ້ງລັດອື່ນໆ ເພື່ອຊ່ວຍໃນການກວດກາ ແລະ ຊຸກຍູ້ໃຫ້ບັນດາຫົວໜ່ວຍງົບປະມານປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍເຊັ່ນ: ອົງການກວດສອບແຫ່ງລັດ, ອົງການກວດກາລັດຖະບານ ລວມໄປເຖິງສະພາແຫ່ງຊາດ.

No comments:

Post a Comment