Ad

Ad

31 October 2016

ເບິ່ງກົດໝາຍທີ່ໜ້າສົນໃຈຂອງບາງປະເທດ

# ວິເສດ ສະແຫວງສຶກສາ

    ເນື່ອງຈາກເປັນໄລຍະດເນີນກອງປະຊຸມສະພາແຫ່ງຊາດ, ຜູ້ຂຽນໄດ້ຮີບໂຮມເອົາບາງມາດຕະການທາງກົດໝາຍ ແລະ ລະບຽບການຂອງບາງປະເທດມາສະເໜີ ເຊິ່ງອາດຈະເປັນຂໍ້ມູນໃຫ້ຜູ້ແທນບາງທ່ານທີ່ມີຄວາມຕ້ອງການ ເຊັ່ນຢູ່ອິນໂດເນເຊຍ, ຂ່າວໃນທ້າຍອາທິດທີສອງຂອງເດືອນນີ້ບອກວ່າ: ທາງການຂອງປະເທດນີ້ພວມຢູ່ໃນໄລຍະຫ້າງຫາກະກຽມດັດແກ້ກົດໝາຍວ່າດ້ວຍການແຕ່ງດອງສະບັບປີ 1974 ທີ່ອະນຸຍາດໃຫ້ແມ່ຍິງອາຍຸ 16 ປີ
ສາມາດສ້າງຄອບຄົວໄດ້. ເຫດຜົນຕົ້ນຕໍທີ່ນຳໄປສູ່ການປັບປຸງກົດໝາຍດັ່ງກ່າວແມ່ນຍ້ອນວ່າ ການແຕ່ງດອງຂອງຄູ່ບ່າວສາວທີ່ມີອາຍຸຕໍ່າກວ່າ 18 ປີນັ້ນ ມີຄວາມສ່ຽງສູງຕໍ່ຝ່າຍຍິງທີ່ຈະຕົກເປັນເຫຍື່ອການໃຊ້ຄວາມຮຸນແຮງໃນຄອບຄົວ, ການຄ້າມະນຸດ, ການຢ່າຮ້າງ, ຜົນກະທົບທາງຈິດຕະສາດ, ລະບົບການສືບພັນຖືກທຳລາຍງ່າຍ ແລະ ຖືກຕັດຮອນສິດການເຂົ້າເຖິງການສຶກສາ. ສະຖິຕິສູນກົດໝາຍເດັກຂອງອິນໂດເນເຊຍ ໃຫ້ຮູ້ໃນປີ 2015 ວ່າ: ສະເພາະແຕ່ຢູ່ໃນເມືອງໂບກໍ ເຂດເກາະຈາວາຕາເວັນຕົກນັ້ນ ຄູ່ແຕ່ງດອງທີ່ຝ່າຍຍິງມີອາຍຸບໍ່ເຖິງ 18 ປີ ກວມເອົາ 38 ຂອງຈຳນວນແມ່ຍິງໃນເມືອງດັ່ງກ່າວ. ຕົວເລກຈາກຫ້ອງການສະຖິຕິສູນກາງ ແລະ ອົງການອຸຍເນັດສະໂກ ກໍຊີ້ໃຫ້ເຫັນໃນປີ 2015 ວ່າ: ໃນທົ່ວອິນໂດເນເຊຍ ແມ່ຍິງອາຍຸຕໍ່າກວ່າ 18 ປີ ທີ່ແຕ່ງດອງນັ້ນກວມເອົາ 28% ຂອງເດັກຍິງຂອງປະເທດ. ຖ້າແຍກລະອຽດເປັນແຕ່ລະປີກໍຈະເຫັນວ່າ: ຄູ່ແຕ່ງດອງອາຍຸບໍ່ເຖິງ 18 ປີນັ້ນມີເຖິງ 340.000 ຄູ່. ໃນຂົງເຂດນະໂຍບາຍໃຫ້ຕ່າງປະເທດມີສິດເປັນເຈົ້າຂອງທີ່ດິນນັ້ນ ຢາກຂໍໃຫ້ໄປເບິ່ງບົດຮຽນຂອງປະເທດມັນດິບ ໃນເຂດມະຫາສະໝຸດອິນເດຍ. ໃນຊຸມປີຫລັງໆມານີ້, ທາງການຂອງປະເທດມັນດິບມີການວິຕົກກັງວົນໃຈ ເລື່ອງຊາວຕ່າງປະເທດເຂົ້າໄປຊື້ທີ່ດິນ ເພື່ອຈັບຈ່ອງເປັນເຈົ້າຂອງ. ດັ່ງນັ້ນ ໃນກາງປີ 2015 ປະທານາທິບໍດີຂອງປະເທດນີ້ຈຶ່ງລົງນາມຮັບຮອງເອົາກົດໝາຍສະບັບປັບປຸງ ທີ່ອະນຸ ຍາດໃຫ້ນັກທຸລະກິດຕ່າງປະເທດທີ່ມາລົງທຶນຫລາຍກວ່າ 1 ຕື້ໂດລາສະຫະລັດ ມີສິດເປັນເຈົ້າຂອງທີ່ດິນໄດ້ ແຕ່ມີເງື່ອນໄຂຢູ່ວ່າ: 70% ຂອງທີ່ດິນທີ່ນັກລົງທຶນຈະມີສິດຄອບຄອງນັ້ນ ຕ້ອງແມ່ນເນື້ອທີ່ທີ່ຖົມທະເລເອົາເອງ. ມັນດິບນອນຢູ່ໃນປະເທດກຸ່ມສ່ຽງທີ່ຈະຈົມລົງພື້ນທະເລໃນອະນາຄົດ, ຖ້າສະພາບອາກາດປ່ຽນແປງຍັງສືບຕໍ່ຮ້າຍແຮງຄືຊູ່ມື້ນີ້. ເລື່ອງບັນຫາອະນຸຍາດໃຫ້ສັນຊາດແກ່ຄົນຕ່າງປະເທດນັ້ນ, ສະຫະພັນລັດເຊຍມີລະບຽບການ ແລະ ກົນໄກທີ່ໜ້າສົນໃຈ. ກົດໝາຍສັນຊາດສະບັບດັດແກ້ຂອງສະຫະພັນລັດເຊຍ ໄດ້ມີຜົນບັງຄັບໃຊ້ແຕ່ວັນທີ 31 ເດືອນກໍລະກົດປີນີ້ເປັນຕົ້ນມາ ໂດຍໄດ້ໂຍະ ຍານລະບຽບການ ແລະ ຂັ້ນຕອນໃນການໃຫ້ສັນຊາດແກ່ນັກທຸລະກິດຕ່າງປະເທດທີ່ປະສົບຜົນສຳເລັດ ແລະ ຊ່ຽວຊານໃນຂະແໜງການທີ່ມີຄວາມຕ້ອງການສູງ. ກົດໝາຍກຳນົດວ່າ: ຄົນຕ່າງປະເທດໄດ້ຮັບການບຳລຸງສ້າງໃນວິຊາການສາຍອາຊີບຢູ່ສະຫະພັນລັດເຊຍຫລັງປີ 2002 ແລະ ພວມເຮັດວຽກຢູ່ລັດເຊຍບໍ່ຕໍ່າກວ່າ 3 ປີ ໃນຖານະຊ່ຽວຊານພິເສດສາມາດໄດ້ສັນຊາດຕາມກົດໝາຍ. ເງື່ອນໄຂອື່ນແມ່ນຄົນຕ່າງປະເທດດັ່ງກ່າວຕ້ອງໄດ້ເສຍເງິນເຂົ້າກອງທຶນບຳນານ. ສຳລັບນັກທຸລະກິດນັ້ນກໍເຊັ່ນດຽວກັນ ຄືຕ້ອງໄດ້ເຮັດວຽກຢູ່ລັດເຊຍເປັນເວລາ 3 ປີມາແລ້ວ ແລະ ໄດ້ເສຍພາສີວິສາຫະກິດ ແລະ ມີເງິນໃນກອງທຶນບຳນານຕາມເງື່ອນໄຂທີ່ກຳນົດໄວ້.

No comments:

Post a Comment