Ad

Ad

24 October 2016

ນະຄອນຫຼວງວຽງຈັນບໍ່ມີການລະບາດຂອງເຊື້ອໄຂ້ເລືອດອອກ

          ໜ່ວຍເຝົ້າລະວັງພະຍາດກະຊວງສາທາລະນະສຸກໃຫ້ຮູ້ວ່າ: ຍ້ອນການເອົາໃຈໃສ່ຂອງພາກ ສ່ວນກ່ຽວຂ້ອງ ແລະ ການມີສ່ວນຮ່ວມຂອງປະຊາຊົນໃນການປ້ອງກັນພະຍາດໄຂ້ເລືອດອອກຈຶ່ງເຮັດນະ ຄອນຫຼວງວຽງຈັນ ບໍ່ມີການລະບາດຂອງພະຍາດໄຂເລືອດອອກ, ແຕ່ຍ້ອນການປ່ຽນແປງຂອງສະພາບດີຟ້າອາກາດແຕ່ເດືອນທັນວາ 2015 ຮອດປັດຈຸບັນ, ທົ່ວນະຄອນຫຼວງວຽງຈັນມີຈຳ ນວນຜູ້ຕິດເຊື້ອໄຂເລືອດແລ້ວຫຼາຍກວ່າ 700 ກໍລະນີ ແລະ ມີຜູ້ເສຍຊີວິດ 1 ຄົນ, ໃນນັ້ນຫຼາຍກວ່າໝູ່ແມ່ນຢູ່ເມືອງໄຊທານີມີ 206 ກໍລະນີ,ໄຊເສດຖາ 152 ກໍລະນີ,ຈັນທະບູລີ 81 ກໍລະນີ, ສີສັດຕະນາກ 81 ກໍລະນີສີໂຄດຕະບອງ 78
ກໍລະນີ, ຫາດຊາຍຟອງ 52 ກໍລະນີ, ນາຊາຍທອງ 42 ກໍລະນີ,ປາກ ງື່ມ 8 ກໍລະນີ ແລະ ສັງທອງ 1 ກໍລະນີ, ຕໍ່ສະພາບການດັ່ງກ່າວຂະແໜງສາທາລະນະສຸກຍາມໃດກໍບໍ່ໄດ້ລົດລະໃນການປຸກລະດົມປະຊາ ຊົນເປັນເຈົ້າການປ້ອງກັນ ແລະ ສະກັດກັ້ນໄຂ້ເລືອດອອກຈົນກວ່າມັນຈະດັບສູນ ດ້ວຍການປະຕິບັດຕາມຄຳຂວັນ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ ຄື: 1 ປິດຝາພາສະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່, 2 ປ່ຽນນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖານຮອງຈອກນ້ຳ. 3 ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳ, 4 ປັບປຸງສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະ, ກະປ່ອງ, ຢາງຕີນລົດເກົ່າທີມີນ້ຳຂັງ, 5 ປະຕິບັດໃຫ້ເປັນນິດໃສປະຈຳທຸກໆອາທິດ, ຖ້າເປັນໄຂ້ໃຫ້ໄປພົບແພດໝໍ ພຽງເທົ່ານີ້ກໍຈະສາມາດກຳຈັດໄຂ້ເລືອດອອກໄດ້, ພ້ອມນັ້ນປັດຈຸບັນກະຊວງສາທາ ລະນະສຸກກໍພວມກະກຽມແຜນງານປ້ອງກັນພະຍາດັ່ງກ່າວໃນປີ 2017 ທີ່ຈະມາເຖິງ ເພື່ອບໍ່ໃຫ້ເກີດການລະບາດຂອງພະຍາດດັ່ງກ່າວດັ່ງທີ່ເຄີຍເປັນມາ.    

No comments:

Post a Comment