Ad

Ad

24 October 2016

ຂອດການປົກປັກຮັກສາເສັ້ນທາງຍັງອ່ອນ

            ເຖິງວ່າລັດຖະບານໄດ້ສຸມທຶນຮອນເປັນຈໍານວນຫລວງຫລາຍເຂົ້າໃສ່ການພັດທະນາພື້ນ ຖານໂຄງລ່າງທັງຢູ່ໃນຕົວເມືອງ ແລະ ທ້ອງຖິ່ນຕ່າງໆຢ່າງກວ້າງຂວາງ ແລະ ມີມາດຕະຖານດີຂຶ້ນເປັນລໍາດັບ, ໂດຍສະເພາະຢູ່ນະຄອນຫລວງວຽງຈັນເສັ້ນທາງຫລາຍສາຍໃນຕົວເມືອງເກືອບວ່າໄດ້ຮັບການຍົກລະດັບຈາກທາງດິນແດງມາເປັນທາງປູຢາງ ຫລື ທາງຊີເມັນ ເພື່ອອໍານວຍຄວາມສະ ດວກໃຫ້ການສັນຈອນໄປມາ ແລະ ການຄົມມະນາຄົມຂົນສົ່ງສີນຄ້າຕ່າງໆໄດ້ເປັນຢ່າງດີ. ແຕ່ເມື່ອເບິ່ງດ້ານຂອດການປົກປັກຮັກສາເສັ້ນທາງໃຫ້ມີຄວາມສະອາດຈົບງາມນັ້ນແມ່ນພວກເຮົາຍັງເຮັດໄດ້ບໍ່ທັນດີເທົ່າທີ່ຄວນ, ຊຶ່ງມັນສະແດງອອກໃຫ້ເຫັນວ່າຫລາຍເສັ້ນທາງໃນຕົວເມືອງມີສະພາບເປ່ເພຊຸດໂຊມເປີະເປື້ອນ ແລະ ມີຂີ້ຝຸ່ນ
ເຕັມຕາມຂອບທາງ ເປັນຕົ້ນ: ເສັ້ນທາງແຕ່ໄຟແດງໂພນເຄັງຮອດວົງ ວຽນດອນໜູນໄປຮອດເຂດບ້ານທ່າງ່ອນ, ເສັ້ນທາງແຕ່ຂົວດອນແດງຈົນໄປຮອດສີແຍກຕານມີໄຊ, ແຕ່ສີແຍກໄຟອໍານາດໂພນຕ້ອງຫາວົງວຽນສະຖານີໂທລະພາບໄປຈົນຮອດສາມແຍມະຫາວິທະຍາໄລແຫ່ງຊາດ, ເສັ້ນທາງທາດຫລວງ, ທາງເຕ 2, ເຕ4 ແລະ ອີກຫລາຍໆເສັ້ນທີ່ນັບບໍ່ໄຄ່ວ. ເຊິ່ງສາເຫດພາໃຫ້ເສັ້ນທາງເປ່ເພນັ້ນສ່ວນໜຶ່ງກໍເນື່ອງມາຈາກຄຸນນະພາບການກໍ່ສ້າງ, ການຂຸດເຈາະເພື່ອບັນຫາໃດໜຶ່ງ ແລະ ຂອດການຄຸ້ມຄອງລົດບັນທຸກນໍ້າໜັກເກີນບໍ່ມີປະສິດທິພາບ, ສ່ວນເສັ້ນທາງມີຂີ້ດິນຂີ້ຝຸ່ນນັ້ນ, ອັນໜຶ່ງແມ່ນຍ້ອນລົດທີ່ອອກຈາກທາງຮ່ອມທາງຊອຍເປັນດິນແດງແລ້ວມາຕິດໃສ່ທາງໃຫຍ່, ອັນທີສອງກໍແມ່ນຕົກເຮ່ຍຈາກລົດແກ່ດິນຕ່າງໆ, ເມື່ອເປັນແນວນັ້ນອໍານາດການປົກຄອງທ້ອງຖິ່ນພັດບໍ່ເອົາໃຈໃສ່ປຸກລະດົມປະຊາຊົນພາຍໃນບ້ານຂອງຕົນສ້າງຂະບວນການອານາໄມໃນຂອບເຂດຂອງບ້ານເປັນປະຈໍາ, ນອກນີ້, ຫລາຍຄອບຄົວທີ່ອາໃສຢູ່ຕາມແຄມທາງກໍບໍ່ມີຄວາມຕື່ນຕົວເຮັດອານາໄມປັດກວາດໃຫ້ສະອາດງາມຕາ, ສ່ວນການລ້າງຖະໜົນຫົນທາງຂອງພາກສ່ວນກ່ຽວຂ້ອງກໍເຮັດໄດ້ແຕ່ຢູ່ບາງເສັ້ນເທົ່ານັ້ນ.
            ແນວໃດກໍຕາມ, ຜູ້ຂຽນຄິດວ່າການເຮັດໃຫ້ຕົວເມືອງມີຄວາມສະອາດຈົບງາມນັ້ນມັນຕ້ອງໄດ້ມີການຮ່ວມໄມ້ຮ່ວມມື, ຮ່ວມແຮງຮ່ວມໃຈຈາກທຸກພາກສ່ວນໃນສັງຄົມມັນຈຶ່ງຈະເປັນຮູບປະທໍາ ແລະ ມີປະສິດທິຜົນ, ແຕ່ເມື່ອທຸກພາກສ່ວນ ຫລື ອໍານາດການປົກຄອງແຕ່ລະຂັ້ນບໍ່ມີຄວາມຕື່ນຕົວລົງມືເຮັດຢ່າງຈິງຈັງແລ້ວ ມັນກໍຍັງເປັນສິ່ງທ້າທາຍທີ່ຈະເຮັດໃຫ້ນະຄອນຫລວງວຽງຈັນທີ່ເປັນ
ເມືອງເອກຂອງປະເທດກາຍເປັນຕົວເມືອງສະອາດສວຍງາມ ແລະ ໜ້າຢູ່ເປັນໄປໄດ້ຍາກ.    


No comments:

Post a Comment