Ad

Ad

24 October 2016

ກະສິກຳ-ປ່າໄມ້ຈັດກອງປະຊຸມວຽກງານກວດກາທົ່ວຂະແໜງການ

          ກອງປະຊຸມວຽກງານກວດກາຂະແໜງກະສິກຳ ແລະ ປ່າໄມ້ທົ່ວປະເທດປະຈຳປີ 2016 ໄດ້ຈັດຂື້ນໃນວັນທີ 20 – 21 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ,ໂດຍການເປັນປະທານຂອງທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້,ມີຫົວໜ້າພະແນກກະສິກຳ ແລະ ປ່າໄມ້ທົ່ວປະເທດເຂົ້າຮ່ວມເປັນຈຳນວນຫຼາຍ.

          ທ່ານ ລັດຖະມົນຕີກ່າວວ່າ: ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກວດກາຂອງຂະແໜງກະສິກຳ ແລະ ປ່າໄມ້ທົ່ວປະເທດ ແລະ ຍົກໃຫ້ເຫັນຜົນງານດ້ານດີເພື່ອເສີມຂະ ຫຍາຍ,ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ແກ້ໄຂ, ພ້ອມນັ້ນກອງປະຊຸມຍັງໄດ້ປຶກສາ
ຫາລືບັນຫາພົ້ນເດັ່ນທີ່ສຳຄັນ ແລະ ພົວພັນກັບຂະແໜງກະສິກຳ ແລະ ປ່າໄມ້, ເພື່ອຄະນະພັກ, ຄະນະກວດກາກະຊວງຈະຕ້ອງໄດ້ເພີ່ມຄວາມຮັບຜິດຊອບເປັນເຈົ້າ ການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ,ພະນັກງານທີ່ຢູູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ທົ່ວເຖິງ ແລະ ພ້ອມນັ້ນກໍເພື່ອເພີ່ມປະສິດທິພາບ ແລະ ຄວາມສັກສິດຂອງວຽກງານກວດກາ, ປັບປຸງຮູບການ, ວິທີການ ແລະ ກົນໄກໃນການກວດກາໃຫ້ມີສິດທິຜົນສູງກວ່າເກົ່າ, ສຸມໃສ່ວຽກງານຕິດຕາມກວດກາເປັນປົກກະຕິ, ໂດຍສະເພາະແມ່ນການກວດກາໂຄງການລົງທືນຂອງລັດ, ພ້ອມທັງເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກ ແລະ ການນຳທຸກຂັ້ນຕໍ່ການແກ້ໄຂຜົນຂອງການກວດກາໃຫ້ທັນການ, ເຂັ້ມງວດ, ສັກສິດຕາມກົດລະບຽບກົດ   ໝາຍ ແລະ ຖ້າຫາກກວດກາແລ້ວຕ້ອງຖືສຳຄັນໃນການແກ້ໄຂຜົນຂອງການກວດກາແຕ່ລະເປົ້າໝາຍໃຫ້ຂາດຕົວ.  

No comments:

Post a Comment