Ad

Ad

24 October 2016

ນາຍົກລັດຖະມົນຕີຈະເຂົ້າຮ່ວມກອງປະຊຸມ CLMV ຄັ້ງທີ 8

            ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄະນະຜູ້ແທນແຫ່ງ ສປປ ລາວ ນຳໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ ຫລື CLMV ຄັ້ງທີ 8, ກອງປະຊຸມສຸດຍອດຂອບຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນໍ້າອີລາວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫລື ແອັກແມັກ (ACMECS) ຄັ້ງທີ 7 ແລະ ເວທີເສດຖະກິດໂລກ-ແມ່ນໍ້າຂອງໃນວັນທີ 24-26 ຕຸລາ 2016 ທີ່ ຮ່າໂນ້ຍ ສສ ຫວຽດນາມ.

             ໃນໂອກາດກອງປະຊຸມສຸດຍອດ CLMV ຄັ້ງທີ 8 ແລະ ກອງປະຊຸມສຸດຍອດ (ACMEC S) ຄັ້ງທີ 7 ນີ້, ບັນດາຜູ້ນຳຈະໄດ້ຮ່ວມກັນປຶກສາຫາລື ແລະ ແລກປຽນທັດສະນະກ່ຽວກັບການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງປະເທດສະມາຊິກນຳກັນ, ໂດຍສະເພາະການຮ່ວມມືກັນເພື່ອ ການເຊື່ອມໂຍງ ແລະ ການເຊື່ອມຈອດພາກພື້ນລວມທັງການສ້າງຄວາມອາດສາມາດໃນການແຂ່ງ ຂັນ ແລະ ການພັດທະນາແບບຍືນຍົງ. ພ້ອມດຽວກັນນີ້, ບັນດາຜູ້ນຳຂອງປະເທດສະມາຊິກຈະໄດ້ຮັບຮອງເອົາຖະແຫລງການຮ່ວມຂອງກອງປະຊຸມສຸດຍອດ CLMV ຄັ້ງທີ 8 ແລະ ຖະແຫລງການ ຮ່າໂນ້ຍຂອງກອງປະຊຸມສຸດຍອດແອັກແມັກ ຄັ້ງທີ 7 ແລະ ຈະໄດ້ເຂົ້າຮ່ວມກອງປະຊຸມເວທີເສດຖະ ກິດໂລກ-ແມ່ນໍ້າຂອງ, ເຊິ່ງແມ່ນຂໍ້ລິເລີ່ມຂອງຫວຽດນາມ ເພື່ອເປັນການເປີດໂອກາດໃຫ້ບັນດາຜູ້ນຳຂັ້ນສູງຂອງບັນດາປະເທດແມ່ນໍ້າຂອງລວມທັງ ສປປ ລາວ ໄດ້ພົບປະ ແລະ ແລກປ່ຽນທັດສະນະກັບ

ຜູ້ບໍລິຫານຂັ້ນສູງຈາກອົງການຈັດຕັ້ງສາກົນ ແລະ ພາກພື້ນບັນດາຜູ້ຊົງຄຸນນະວຸດ, ນັກຄົ້ນຄ້ວາ ແລະ ຜູ້ບໍລິຫານຈາກພາກທຸລະກິດທີ່ເຂົ້າຮ່ວມເວທີດັ່ງກ່າວກ່ຽວກັບການສ້າງຂີດຄວາມສາມາດ ແລະ ການເຊື່ອມໂຍງເສດຖະກິດພາກພື້ນ.

No comments:

Post a Comment