Ad

Ad

18 October 2016

ອະດິດປະທານປະເທດຢ້ຽມຢາມແຂວງຄໍາມ່ວນ


          ໃນວັນທີ 12 ຕຸລານີ້, ທ່ານ ຈຸມມາລີ ໄຊຍະສອນ ອະດີດປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ເພື່ອຊຸກຍູ້ຂະບວນການຜະລິດ, ການປຸງແຕ່ງໄມ້ທັນສະໄໝຂອງບໍລິສັດ ພອນສັກ ກຣຸບ ທີ່ເມືອງຍົມມະລາດ ເຊິ່ງເປັນໂຮງງານຂະໜາດໃຫຍ່ ແລະ ໄດ້ສ້າງວຽກເຮັດງານທຳໃຫ້ປະຊາຊົນພາຍໃນທ້ອງຖິ່ນເປັນປົກກະຕິດີ.
              ໃນໂອກາດນີ້, ທ່ານເຈົ້າແຂວງຄຳມ່ວນ ໄດ້ລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາທາງດ້ານເສດຖະກິດ-ສັງຄົມຂອງແຂວງໃນໄລຍະສົກປີ 2015-2016 ວ່າ: ທົ່ວແຂວງມີຄວາມສະ ຫງົບ,
ປະຊາຊົນມີຄວາມອຸ່ນອ່ຽນທຳມາຫາກິນ, ເສດຖະກິດມະຫາພາກຂະຫຍາຍຕົວໃນລະດັບ 8,54%, ຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 5.000 ກວ່າຕື້ກີບ, ໃນນັ້ນກະສິກຳປ່າໄມ້ກວມເອົາ 26%, ດ້ານອຸດສາຫະກຳກວມເອົາ 40% ແລະ ດ້ານການບໍລິການກວມເອົາ 34% ຂອງ GDP, ສະເລ່ຍລາຍຮັບຕໍ່ຄົນບັນລຸໄດ້ 1.979 ໂດລາສະຫະລັດຕໍ່ປີ, ແຕ່ຄຽງຄູ່ກັບຜົນສຳເລັດ ພວກເຮົາຍັງມີຄວາມຫຍຸ້ງຍາກຈຳນວນໜຶ່ງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂເຊັ່ນ: ບັນຫາຢາເສບຕິດ, ການຄ້າ ຂາຍເຖື່ອນ, ຂີ້ລັກງັດແງະ, ບັນຫາຄົນຕ່າງປະເທດທີ່ເຂົ້າມາດຳລົງຊີວິດປະກອບອາຊີບອອກແຮງງານໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ, ອຸປະຕິເຫດຕາມທ້ອງຖະໜົນ, ການຫລິ້ນກິນຟຸມເຟືອຍ, ໄພສັງຄົມ ອື່ນໆ. ການຂຸດຄົ້ນ ແລະ ຄຸ້ມຄອງແຫລ່ງລາຍຮັບງົບປະມານຫລາຍດ້ານຍັງຂາດຄວາມຄ່ອງຕົວ ແລະ ຍັງມີສະພາບຮົ່ວໄຫລ, ກົນໄກການເກັບລາຍຮັບບາງອັນຍັງບໍ່ທັນມີປະສິດທິພາບ, ຄວາມຮັບຜິດຊອບການເມືອງຂອງເຈົ້າໜ້າທີ່ຈຳນວນໜຶ່ງບໍ່ທັນສູງ ເຊິ່ງຈະຕ້ອງໄດ້ສຸມໃສ່ແກ້ໄຂ.

               ໃນໂອກາດນີ້, ທ່ານ ຈູມມາລີ ໄຊຍະສອນ ໄດ້ໂອ້ລົມ ແລະ ເນັ້ນໃຫ້ຄະນະນຳຂັ້ນສູງຂອງແຂວງຄຳມ່ວນສ້າງພື້ນຖານການເມືອງໃຫ້ໜັກແໜ້ນ, ເຂັ້ມແຂງ ໂດຍສະເພາະການຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ປາກົດຜົນເປັນຈິງ ໂດຍການຫັນລົງກໍ່ສ້າງຮາກຖານ, ສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດ 3 ສ້າງ, ສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 2016-2017, ສ້າງຄວາມເຂັ້ມແຂງດ້ານຖານລາຍຮັບ, ດ້ານກະສິກຳຕ້ອງມີຄຸນນະພາບ ໂດຍສະເພາະການປູູກຝັງ-ລ້ຽງສັດໃຫ້ມີປະສິດທິຜົນຫລາຍຂຶ້ນ. ສຳລັບການປູກເຂົ້າຕ້ອງຫັນໄປສູ່ອຸດສາຫະກຳທີ່ທັນສະໄໝ, ການລ້ຽງສັດຕ້ອງສຸມໃສ່ການລ້ຽງແບບເປັນຟາມ, ສ້າງຕົວແບບຂອງເມືອງຄື 1. ເມືອງຕ້ອງໃຫ້ມີ 1 ຜະລິດຕະພັນ ນີ້ແມ່ນໄມ້ຫລາວັດແທກຂອງການຊີ້ນຳ-ນຳພາຂອງທຸກຂັ້ນ ແລະ ທຸກຂະແໜງການ.

No comments:

Post a Comment