Ad

Ad

18 October 2016

ກະຊວງແຮງງານກຽມສົ່ງແຮງງານລາວໄປເຮັດວຽກຢູ່ ສ.ເກົາຫລີ


        ພິທີລົງນາມຂໍ້ຕົກລົງວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ ສ.ເກົາຫລີ ລະຫວ່າງ ສູນຈັດຫາງານລາວ ແລະ ອົງການບໍລິການພັດທະນາຊັບພະຍາກອນມະນຸດ ສ.ເກົາຫລີ, ໄດ້ມີຂຶ້ນໃນວັນທີ 17 ຕຸລານີ້, ທີ່ນະຄອນຫລວງວຽງຈັນ ລະຫວ່າງທ່ານ ຄຳແສນ ໄຊຍະວົງ ຫົວໜ້າບໍລິການຈັດຫາງານ ແລະ ທ່ານ ປາກ ຢຸງ ບຳ (Park Young Bum) ປະທານອົງການບໍລິການພັດທະນາຊັບ ພະຍາກອນມະນຸດ ສ.ເກົາຫລີ, ໂດຍການເຂົ້າຮ່ວມຂອງທ່ານ ພູວັນ ຈັນທະວົງ ຫົວໜ້າກົມພັດທະນາ ແລະ ຈັດຫາ
ງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ການລົງນາມຄັ້ງນີ້ ເພື່ອສ້າງທາງເລືອກໃໝ່ໃຫ້ແກ່ແຮງງານລາວໃນການມີວຽກເຮັດງານທຳ ແລະ ການພັດທະນາສີມືແຮງງານ, ໂດຍການຮ່ວມມືກັບ ສ.ເກົາຫລີ ຕາມລະບົບ EPS (Employment Permit System), ຊຶ່ງເປັນລະ ບົບທີ່ມີຄຸນນະພາບສູງ, ຮັບປະກັນຄວາມໂປ່ງໃສ, ໂດຍຜູ້ອອກແຮງງານທີ່ສະໝັກໃຈໄປເຮັດວຽກຢູ່ ສ.ເກົາຫລີນັ້ນ ຈະໄດ້ຮັບການປົກປ້ອງຢູ່ທາງປະເທດຕົ້ນທາງ ແລະ ປາຍທາງ, ພ້ອມນີ້ ຍັງຈະໄດ້ຮັບຄ່າແຮງງານຢ່າງສົມເຫດສົມຜົນ, ພ້ອມທັງສາມາດຍົກສູງສີມື ແລະ ປະສົບການສູງ ເພື່ອນຳມາໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດໄດ້ໃນອະນາຄົດ. ຄາດວ່າຈະເລີ່ມຈັດສົ່ງແຮງງານລາວໄປ ສ.ເກົາຫລີ ໃນທ້າຍປີ 2017 ເປັນຕົ້ນໄປ.

No comments:

Post a Comment