Ad

Ad

14 October 2016

ລາວ-ໄທ ຮ່ວມມືດ້ານການທ່ອງທ່ຽວ

ພິທີລົງນາມສັນຍາການຮ່ວມມືດ້ານທ່ອງທ່ຽວ ລະຫວ່າງທ່ານ ບໍ່ແສງຄຳ ວົງດາລາ ລັດຖະ ມົນຕີ ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ທ່ານນາງ ກອບການ ວັດທະນະວະຮາງກູນ ລັດຖະມົນຕີກະຊວງທ່ອງທ່ຽວ ແລະ ກິລາ ແຫ່ງຣາຊາອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 13 ຕຸລານີ້ ທີ່ນະຄອນຫລວງວຽງຈັນ ເພື່ອແນໃສ່ສົ່ງເສີມການຮ່ວມມື ແລະ ພັດທະນາວຽກງານດ້ານການທ່ອງທ່ຽວ, ເພີ່ມທະວີການຈັດຕັ້ງປະຕິບັດກິດຈະກຳເຊື່ອມຈອດອາ ຊຽນ ເພື່ອດຶງດູດນັກທ່ອງທ່ຽວ ຂອງສອງປະເທດໃຫ້ມີຈຳນວນເພີ່ມຂຶ້ນ ລວມທັງປະເທດທີສາມໃຫ້ນັບມື້ນັບຫລາຍຂຶ້ນກວ່າເກົ່າ.


ນອກນັ້ນ, ຍັງເປັນການແລກປ່ຽນຂໍ້ມູນຂ່າວສານ, ການຄຸ້ມຄອງການທ່ອງທ່ຽວ ແລະ ແຜນຍຸດທະສາດການທ່ອງທ່ຽວ. ພ້ອມດຽວກັນ, ທັງສອງຝ່າຍຍັງຈະຮ່ວມກັນໂຄສະນາສົ່ງເສີມການຕະ ຫລາດທ່ອງທ່ຽວໃນພາກພື້ນ ແລະ ງານວາງສະແດງການຕະຫລາດທ່ອງທ່ຽວສາກົນ ເພື່ອແນໃສ່ຮັບປະກັນວຽກງານດ້ານອຸດສາຫະກຳການທ່ອງທ່ຽວຂອງສອງປະເທດໃຫ້ມີການຂະຫຍາຍຕົວ ແລະ ມີຄວາມຍືນຍົງ.

No comments:

Post a Comment