Ad

Ad

14 October 2016

ກາແດງລາວແນະນຳການສ້າງຂີດຄວາມ ສາມາດດ້ານການປັບຕົວຕໍ່ໄພພິບັດໃນຕົວເມືອງ

ວັນທີ 4 ຕຸລານີ້, ອົງການກາແດງລາວ, ໄດ້ຈັດກອງປະຊຸມແນະນຳໂຄງການກ່ຽວ ກັບ ການສ້າງຂີດຄວາມສາມາດ ດ້ານການປັບຕົວຕໍ່ໄພພິບັດໃນຕົວເມືອງຂຶ້ນທີ່ນະຄອນ ຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ສິງ ເມໂນລາດ ຮອງປະທານ ອົງການກາແດງລາວ, ທ່ານ ຫວຽນຫັງຫາ ຫົວໜ້າການຈັດການຄວາມສ່ຽງໄພພິບັດ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນປະຈຳພາກພື້ນ.


ທ່ານ ສິງ ເມໂນລາດ ໄດ້ຊີ້ໃຫ້ເຫັນວ່າ: ປັດຈຸບັນປະຊາກອນຂອງໂລກກ່ວາເຄິ່ງໜຶ່ງ ແມ່ນອາໃສຢູ່ໃນຕົວເມືອງ ແລະ ຄາດຄະ ເນວ່າອີກ 20 ປີຕໍ່ໜ້າຈະເພີ່ມຂື້ນອີກ 2 ຕື້ຄົນ, ໂດຍສະເພາະໃນປະເທດກຳລັງ ພັດທະນາສ່ວນໃຫ່ຍແລ້ວປະຊາກອນອາໃສຢູ່ຕາມຕົວເມືອງຂະໜາດກາງ ແລະ ນ້ອຍ, ເຊິ່ງປັດຈຸບັນມີປະຊາກອນກ່ວາ 1,2 ຕື້ຄົນ ອາໃສຢູ່ໃນເຂດຊຸມຊົນແອອັດ ແລະ ຈະມີທ່າອ່ຽງເພີ່ມຂຶ້ນຫລາຍໃນອານາຄົດອັນໃກ້ໆນີ້ ແລະ ການຂະຫຍາຍຕົວຂອງຕົວເມືອງກໍເພີ່ມຂື້ນຢ່າງໄວວາ ແຕ່ສ່ວນຫຼາຍຍັງຂາດການວາງແຜນ ແລະ ການບໍລິຫານຈັດການທີ່ດີບວກໃສ່ປັດໄຈອື່ນໆເຊັ່ນ: ການເຄື່ອນ ຍ້າຍຂອງປະຊາກອນ, ສະພາບແວດລ້ອມ ທີ່ເຊື່ອມໂຊມ,ວິຖີຊີວິດຂອງປະຊາຊົນ ແລະ ການຂະ ຫຍາຍຕົວທາງດ້ານເສດຖະກິດ. ທັງໝົດນີ້ ແມ່ນປັດໄຈຫຼັກທີ່ສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊຸມຊົນທີ່ມີພູມປ້ອງກັນນ້ອຍ ຫຼື ມີຄວາມບອບ ບາງຢູ່ແລ້ວ, ຊຶ່ງທັງໝົດນີ້ຈື່ງເປັນເຫດໃຫ້ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນຊຸກ ຍູ້ປຸກລະດົມໃນທົ່ວໂລກມີການກະກຽມຄວາມພ້ອມຮັບມືໂດຍຜ່ານການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນໃນຕົວເມືອງໃຫ້ມີຄວາມສາມາດປັບຕົວ ແລະ ຮັບມືກັບໄພພິບັດທີ່ອາດຈະເກີດຂື້ນເຊັ່ນຄວາມສ່ຽງຂອງໄພພິບັດ ທາງທຳມະຊາດຫຼືມະນຸດສ້າງຂື້ນ ໃຫ້ຫຼຸດຜ່ອນຜົນກະທົບຫຼືຜົນເສຍຫາຍ ໃຫ້ມີໜ້ອຍເທົ່າທີ່ຈະໜ້ອຍໄດ້. ໂຄງການດັ່ງກ່າວແມ່ນເປົ້າໝາຍຈະໄດ້ປະຕິບັດຢູ່ໃນ 4 ປະເທດຄື: ຫວຽດນາມ, ກຳປູເຈຍ, ລາວ, ຟິລິບປີນ, ສໍາລັບ ສປປລາວ ໂດຍສະເພາະແມ່ນຕົວ 6 ເມືອງໃນນະຄອນຫຼວງວຽງຈັນ ພາຍໃນໄລຍະເວລາ 18 ເດືອນ, ໂດຍຈະລົງເລິກເຂົ້າໃນການເຜີຍແຜ່ການປ້ອງກັນໄພພິບັດປະເພດ ຄວາມປອດໄພທາງຖະໜົນ, ເພື່ອສ້າງຈິດສຳນຶກ, ສ້າງຄວາມເຂັ້ມແຂງ, ສ້າງພູມ ຕ້ານທານ, ສ້າງຄວາມອາດສາມາດຂອງປະ ຊາຊົນໃນຕົວເມືອງໃຫ້ສາມາດ ຮັບມືກັບໄພພິບັດທາງທຳມະຊາດຫຼືໄພພິບັດທີ່ເກີດຈາກມະນຸດ ເພື່ອຫຼຸດຜ່ອນ ຄວາມສ່ຽງໄພດັ່ງກ່າວນັບທັງຊີວິດ ແລະ ຊັບສີນຂອງ ປະຊາຊົນໃຫ້ມີອັດຕາໜ້ອຍລົງເລື້ອຍໆ.

No comments:

Post a Comment