Ad

Ad

14 October 2016

ບໍລິສັດ ລາວ​ຊຳ​ຊຸງ​ມອບ​​ເງິນ​ຊ່ວຍ​ເຫລືອ

ບໍລິສັດລາວຊຳຊຸງເອເລັກໂທຣນິກຈຳກັດໄດ້ມອບເງິນ 17.300 ​ໂດລາສະຫະລັດຫລືປະມານ 145 ລ້ານກີບໃຫ້ອົງການຫວ່ງ​​ໃຍຮ່ວມໃຈພັດທະນາ (world Renew Laos) ​ເພື່ອພັດທະນາການສຶກສາໃນແຂວງພາກເໜືອຂອງລາວເຊິ່ງພິທີມອບ-ຮັບໄດ້ຈັດຂຶ້ນໃນວັນທີ 13 ຕຸລານີ້ທີ່ນະຄອນຫລວງວຽງຈັນ,   ​ໂດຍທ່ານ ຊຶງໂຮ ຊອຍ, ຜູ້ຈັດການໃຫຍ່ບໍລິສັດ ລາວຊຳຊຸງເອເລັກໂຕນິກ ຈຳກັດຜູ້ດຽວ.
ທ່ານ ຊຶງໂຮ ຊອຍ ກ່າວວ່າ: ພວກເຮົາມີຄວາມມຸ້ງໝັ້ນໃນການສົ່ເສີມການພັດທະນາແບບຢືນຢົງ ລວມເຖິງການປ່ຽນແປງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ​ໂດຍການສະໜັບສະໜູນດ້ານການ
ສຶກສາ, ສຸຂະອະນາໄມ, ການຈ້າງງານແລະ ພັດທະນາຊຸມຊົນ ດ້ວຍຫລາກຫລາຍວິທີ, ​ເພື່ອນັກຮຽນຫລາຍຄົນ  ບໍ່ສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາ ຍ້ອນຫລາຍປັດໄຈ. ດັ່ງບໍລິສັດ ລາວຊຳຊຸງຈິ່ງມອບເງິນ  ຈຳນວນ ດັ່ງກ່າວເພື່ອປະກອບສ່ວນເຂົ້າໃນໂຄງການພັດທະນາຂອງອົງການ world Renew Laos ພ້ອມທັງເຊື່ອໝັ້ນວ່າ ຊຸມຊົນໃນແຂວງຜົ້ງສາລີແລະຊຽງຂວາງ ຈະໄດ້ຮັບຜົນປະໂຫຍດສູງໃນການຈັດຕັ້ງປະຕິບັດຂອງໂຄງການນີ້.

ອົງການຫ່ວງໃຍຮ່ວມ​​ໃຈພັດທະນາ (world Renew Laos) ​ໄດ້ເລີ່ມຈັດຕັ້ງປະຕິບັດການຊ່ວຍເຫລືອ ສປປ ລາວ ນັບແຕ່ປີ 1997 ​ເປັນຕົ້ນມາເພື່ອເຮັດວຽກຮ່ວມກັບປະຊາຊົນໃນຊຸມຊົນຢູ່ 2 ​ແຂວງພາກເໜືອຂອງລາວຄື: ​ແຂວງຜົ້ງສາລີເລີ່ແຕ່ຕົ້ນປີ 2013 ຫາທ້າຍປີ 2018, ​ແຂວງຊຽງຂວາງແຕ່ກາງປີ 2014 ຫາກາງປີ 2019, ​ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນດ້ວຍການສ້າງລາຍຮັບແລະ ຄ້ຳປະກັນສະບຽງອາຫານ, ຫລຸດຜ່ອນການເກີດພະຍາດ, ສົ່ງເສີມການສຶກສາແລະ ຍົກລະດັບຄວາມອາດສາມາດຂອງອຳນາດການປົກຄອງບ້ານອີກດ້ວຍ.

No comments:

Post a Comment