Ad

Ad

11 October 2016

ນະຄອນຫຼວງວຽງຈັນຈະມີວິທີກຳຈັດຂີ້ເຫຍື້ອໄລຍະບຸນຊ່ວງເຮືອປີນີ້ແນວໃດ

ກໍດັ່ງທຸກໆປີຜ່ານມາພໍຮອດບຸນປະເພນີ້ສຳຄັນຕ່າງໆຄື: ບຸນອອກພັນສາບຸບຊ່ວງເຮືອປະຈຳປີ ແລະ ບຸນນະມັດສະການພະທາດຫຼວງທີ່ເປັນບຸນປາງໃຫຍ່ຂອງຄົນລາວທັງຊາດ, ກໍຈະມີການຄົບງັນ, ການຈັດງານຕະຫຼາດນັດຂາຍສິນຄ້າ, ເຮັດວຽກບໍລະການຕ່າງໆ ແລະ ແຕ່ລະປີມີຜູ້ຄົນເຂົ້າມາທ່ຽວຊົມເປັນຈຳນວນຫຼາຍດັ່ງນັ້ນຈຶ່ງກໍໃຫ້ເກີດມີບັນຫາກ່ຽວກັບການຮັກສາອະນາໄມຢູ່ຕະຫຼອດຍ້ອນພາກສວນກ່ຽວຂ້ອງຍັງຖືເບົາໃນການຈັດສັນ ແລະ ວາງແຜນຮັບມືກັບມັນ, ຈຶ່ງເຮັດໃຫັ້ສະຖານທີ່ຈັດງານບຸນເປິະເປື້ອນ, ບາງບ່ອນເກີດມີກິນເໝັນເນົ່າເບິ່ງແລ້ວບໍ່ຄອບງາມຕາ ແລະ ປີນີ້ເດພາກສ່ວນກ່ຽວຂ້ອງຈະມີ
ວິທີການຮັບມື້ແນວໃດ, ເພາະມາຮອດປັດຈຸບັນສັງເກດເຫັນວ່າເຂດຈັດງານບຸນຄືເຂດທ່າວັດຈັນນັ້ນເລີ່ມມີການວາງສະແດງ ແລະ ຂາຍສິນຄ້າແລ້ວ, ແຕ່ຂະນະດຽວກັນກໍຍັງມີເຫັນພາກ ສ່ວນກ່ຽວຂ້ອງອອກມາແຈ້ງມາດຕະການໃດໆກ່ຽວກັບການຮັກສາຄວາມສະອາດ ແລະ ຖ້າຫາກບໍ່ໄດ້ຮັບການເອົາໃຈໃສ່ໃນການຮັກສາອະນາໄມແຕ່ເບື້ອງຕົ້ນ, ກໍຈະພາໃຫ້ເກີດມີສະພາບເປະເປື້ອນດັ່ງປີຜ່ານມາ, ດັ່ງນັ້ນພາກສ່ວນກ່ຽວຂ້ອງຕ້ອງມີວິທີ ແລະ ມາດຕະການຢ່າງເຂັ້ມງວດຕໍ່ຜູ້ຮັບເໝົາກໍຄືບັນດາບໍລິສັດຫ້າງຮ້ານຕ່າງໆທີ່ເຂົ້າຮ່ວມໃນງານບຸນໃຫ້ເປັນເຈົ້າການຮັກສາອະນາໄມບໍລິເວນຫ້າງຮ້ານຂອງຕົນໃຫ້ດີ ແລະ ໜ່ວຍງານຮັບຜິດຊອບກໍຕ້ອງເພີ່ມຄວາມເອົາໃຈໃສ່ໃຫ້ຫຼາຍຂຶ້, ເພື່ອຊ່ວຍກັນເຮັດໃຫ້ການຄົບງັນໃນງານບຸນໃຫຍ່ດັ່ງກ່າວມີຄວາມເປັນລະບຽບຮຽບຮ້ອຍ, ສະອາດຈົບງາມ, ຮັບປະກັນໄດ້ມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຕົນ, ພ້ອມສາມາດດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວລາວນັບມື້ຫຼາຍຂຶ້, ໃຫ້ສົມກັບເປັນປະເທດທີ່ໜ້າທ່ຽວທີ່ສຸດຂອງໂລກ.

No comments:

Post a Comment