Ad

Ad

11 October 2016

ວຽກງານສະຖິຕິສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ

ໃນວັນທີ 10 ຕຸລານີ້, ທ່ານ ສະໃໝຈັນ ບຸບຜາ ຫົວໜ້າສູນຖະຖິຕິແຫງຊາດ, ກະຊວງແຜນ ການ ແລະ ການລົງທຶນ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນໄດ້ເຂົ້າໃຈ ແລະ ຮັບຊາບກ່ຽວກັບການຜະລິດສະຖິຕິທາງການຂອງສູນສະຖິຕິແຫ່ງຊາດໄປສູ່ຜູ້ນຳໃຊ້ສະຖິຕິທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ, ທັງພາຍໃນ ແລະ ຕ່າງປະເທດໃຫ້ຖຶກຕ້ອງ ແລະ ຊັດເຈນ.

ທ່ານຫົວໜ້າສູນ ໃຫ້ຮູ້ວ່າ: ວຽກງານສະຖິຕິແມ່ນມີຄວາມສຳຄັນຕໍ່ການກຳນົດນະໂຍບາຍ, ການ
ວາງແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະຂອງພັກ ແລະ ລັດຖະບານ. ສະຖິຕິເປັນຕົວວັດແທກອ້າງອີງກ່ຽວກັບຜົນສຳເລັດ, ຂໍ້ຄົງຄ້າງ, ການປະເມີນຄວາມຄືບໜ້າ, ທັງເປັນພື້ນຖານຂອງການຄິດໄລ່ ການເບິ່ງອະນາຄົດຂອງການພັດທະນາປະເທດຊາດ. ນອກຈາກນີ້ ສະຖິຕິຍັງເປັນບ່ອນອີງໃຫ້ແກ່ການຕິດຕາມ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການປະເມີນເປົ້າໝາຍສະຫະສະຫວັດດ້ານການພັດທະນາ, ຕິດຕາມເປົ້າໝາຍການພັດທະນາແບບຍືນຍົງ ແລະ ການສ້າງຍຸດທະສາດ ຮອດປີ 2025 ແລະ ວິສທັດຮອດປີ 2030. ນອກນີ້ ທ່ານຫົວໜ້າສູນສະຖິຕິ ຍັງໄດ້ນຳສະເໜີຜົນຜະລິດຂອງສູນສະຖິຕິແຫ່ງຊາດໃນໄລຍະຜ່ານມາ, ໂດຍການເນັ້ນໃສ່ສະຖິຕິປະຈຳປີ ແລະ ບັນດາການສຳຫລວດຕ່າງໆ, ພ້ອມທັງລາຍງານໃຫ້ ຮູ້ທິດທາງແຜນການກ່ຽວກັບການປັບ ປຸງຜົນຜະລິດສະຖິຕິໃນຕໍ່ໜ້າໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ.

No comments:

Post a Comment