Ad

Ad

24 November 2016

ລາວສະຫລອງວັນຄົບຮອບ 20 ປີແຫ່ງການພົວພັນຮ່ວມມືລະຫວ່າງກາແດງຍີ່ປຸ່ນ

          ວັນທີ 23 ພະຈິກນີ້, ກະຊວງສາທາລະນະສຸກ ໄດ້ຈັດພິທີສະເຫລີມສະຫລອງວັນຄົບຮອບ 20 ປີແຫ່ງການພົວພັນຮ່ວມມືຊ່ວຍເຫລືອຂອງສະພາກາແດງຍີ່ປຸ່ນ, ໂດຍການເຂົ້າຮ່ວມຂອງທ່ານ ພູ ທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານຮອງປະທານອົງການກາ ແດງລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມຢ່າງຫລວງຫລາຍ.
          ເພື່ອສືບຕໍ່ຮັດແໜ້ນຄວາມສາມັກຄີ ແລະ ການພົວພັນຮ່ວມມືທີ່ດີ, ລະຫວ່າງ ອົງການກາແດງລາວ ແລະ ສະພາກາແດງປະເທດຍີ່ປຸ່ນໃນໄລຍະ 20 ປີຜ່ານມາ (1995-2015), ໂດຍສະເພາະ ກໍແມ່ນ
ໂຄງການຮ່ວມມື ແລະ ຊ່ວຍເຫລືອວຽກງານການບໍລິການເລືອດຢູ່ ສປປ ລາວ, ແນໃສ່ເພື່ອຍາດແຍ່ງເອົາການຊ່ວຍເຫລືອທາງດ້ານເຕັກນິກ-ວິຊາການຂອງວຽກງານເລືອດມາພັດທະນາຢູ່ປະເທດເຮົາໃຫ້ນັບມື້ດີຂຶ້ນ.

          ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ກ່າວວ່າ: ນັບແຕ່ປີ 1995-2003, ສະພາກາແດງປະເທດຍີ່ປຸ່ນ ໄດ້ສົ່ງຜູ້ຊ່ຽວຊານມາປະຈຳຢູ່ ສປປ ລາວ, ເພື່ອໃຫ້ການຊ່ວຍເຫລືອດ້ານຕ່າງໆເຊັ່ນ: ການກໍ່ສ້າງພື້ນຖານໂຄງລ່າງ, ນິຕິກຳ, ລະບົບການເຄື່ອນໄຫວ, ວິທີຈັດຕັ້ງປະຕິບັດ, ຈັດຫາອຸປະກອນການແພດໃຊ້ຍາວນານ ແລະ ນ້ຳຢາກວດພະຍາດຕິດແປດທາງເລືອດ, ນ້ຳຢາກວດໝວດເລືອດ ແລະ ອື່ນໆ ເພື່ອເຮັດໃຫ້ໂຄງການເລືອດແຫ່ງຊາດ ຖືກດຳເນີນໄປຕາມແຜນການທີ່ວາງໄວ້ ແລະ ການເຄື່ອນໄຫວກິດຈະກຳຕ່າງໆ, ເພື່ອສ້າງຄວາມເຂັ້ມແຂງທີ່ເປັນລະບົບມາດຕະຖານສາກົນ ແລະ ມາຮອດປີ 2004-2015, ສະພາກາແດງປະເທດຍີ່ປຸ່ນ ໄດ້ຢຸດເຊົາໃຫ້ການຊ່ວຍເຫລືອທາງດ້ານທຶນຮອດທີ່ເປັນພື້ນຖານທັງໝົດ, ແຕ່ຍັງຄົງຮັກສາໄວ້ສະເພາະ ການກໍ່ສ້າງພະນັກງານ, ການຮ່ວມມືຄົ້ນຄວ້າວິທະຍາສາດ, ການກວດສອບຄຸນນະພາບ ທາງດ້ານເຕັກນິກ-ວິຊາການ. ໃນໄລຍະ 20 ປີຜ່ານມາ ເຫັນວ່າວຽກງານເລືອດຢູ່ຂອບເຂດທົ່ວປະເທດມີລັກສະນະພົ້ນເດັ່ນຢ່າງເຫັນໄດ້ຊັດ, ເຂົ້າໃນການພັດທະນາຂອງຊາດ, ຊຶ່ງຕິດພັນກັບຜົນປະໂຫຍດລວມຂອງປະຊາຊົນບັນດາເຜົ່າຢູ່ໃນຂອບເຂດທົ່ວປະເທດ ແລະ ການຈັດຕັ້ງຂອງສູນເລືອດແຫ່ງຊາດ, ເຊື່ອວ່າໝາກຜົນທີ່ໄດ້ມານັ້ນ ຈະເປັນບ່ອນອີງໃຫ້ແກ່ການພັດທະນາວຽກງານເລືອດຢູ່ລາວດຳເນີນໄປຢ່າງບໍ່ຢຸດຢັ້ງດ້ວຍຄຸນນະພາບສູງ.

No comments:

Post a Comment