Ad

Ad

24 November 2016

ຄາດໝາຍດ້ານສັງຄົມທີ່ລັດຖະບານຈະສູ້ຊົນໃຫ້ບັນລຸຮອດ 2020

           ນັບແຕ່ປີ 2017-2020 ລັດຖະບານໄດ້ວາງຄາດໝາຍການພັດທະນາດ້ານສັງຄົມໃຫ້ບັນລຸຄື: ອັດຕາຄວາມທຸກຍາກໃຫ້ຫລຸດລົງຕໍ່າກວ່າ 10% ຂອງປະຊາກອນທັງໝົດ, ອັດຕາລອດເຫລືອຂອງນັກຮຽນຊັ້ນປະຖົມໃຫ້ເພີ່ມຂຶ້ນເປັນ 90%, ຫລຸດຜ່ອນອັດຕາການປະລະການຮຽນຂອງນັກຮຽນຊັ້ນປະຖົມໃຫ້ຢູ່ໃນລະດັບ 2%, ອັດຕາເຂົ້າຮຽນລວມຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນໃຫ້ໄດ້ 85%, ຕອນປາຍໃຫ້ໄດ້ 60%, ອັດຕາສ່ວນຂອງເດັກນ້ອຍລຸ່ມ 5 ປີທີ່ມີນໍ້າໜັກຕໍ່າກວ່າມາດຕະຖານໃຫ້ໄດ້ 20%, ອັດຕາສ່ວນຂອງເດັກນ້ອຍລຸ່ມ 5 ປີທີ່ເຕ້ຍໃຫ້ໄດ້ 32%, ອັດຕາສ່ວນການຕາຍຂອງເດັກນ້ອຍລຸ່ມ 1 ປີໃຫ້ຫລຸດລົງເຫລືອ 30 ຕໍ່ພັນຄົນ, ອັດຕາການຕາຍຂອງເດັກລຸ່ມ 5 ປີໃຫ້ຫລຸດລົງເຫລືອ 40 ຕໍ່ພັນຄົນຂອງ
ເດັກເກີດມີຊີວິດ, ອັດຕາການຊົມໃຊ້ນໍ້າສະອາດຂອງປະຊາຊົນໃຫ້ບັນລຸ 90%, ຂະຫຍາຍຂອບເຂດປົກຄຸມປະກັນສັງຄົມ ແລະ ປະກັນສຸຂະພາບໃຫ້ກວມ 80% ຂອງພົນ ລະເມືອງທັງໝົດ, ຈັດຫາແຮງງານໃໝ່ເຂົ້າສູ່ຕະຫລາດແຮງງານໃຫ້ໄດ້ 7 ແສນກວ່າຄົນ, ສ້າງວຽກເຮັດງານທໍາໄດ້ຫລາຍກວ່າ 5 ແສນຄົນ, ປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດໃຫ້ໄດ້ຫລາຍກວ່າ 30 ພັນຄົນ, ການພັດທະນາສີມືແຮງງານໃຫ້ໄດ້ 658 ພັນຄົນ, ການຄຸ້ມຄອງ, ຂະຫຍາຍ ແລະ ຍົກລະດັບວຽກງານຖະແຫລງຂ່າວ ແລະ ສື່ມວນຊົນຈາກລະບົບອານາລ໋ອກໄປສູ່ລະບົບດີຈີຕານ, ສ້າງຄອບຄົວວັດທະນາທໍາໃຫ້ກວມ 80%, ບ້ານວັດທະນາທໍາກວມ 65% ແລະ ກຸ່ມບ້ານວັດທະນາທໍາກວມ 16% ໃນທົ່ວປະເທດ, ສູ້ຊົນເອົາແຫລ່ງທ່ອງທ່ຽວທົ່ງໄຫຫີນແຂວງຊຽງຂວາງ ແລະ ພູຫີນໜາມໜໍ່ແຂວງຄໍາມ່ວນໃຫ້ເປັນມໍລະດົກໂລກ ແລະ ສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວພາຍໃນປະເທດບັນລຸຫລາຍກວ່າ 6 ລ້ານເທື່ອຄົນ. ສ່ວນຄາດໝາຍດ້ານສິ່ງແວດລ້ອມ ແມ່ນຕ້ອງສໍາຫລວດ ແລະ ຂື້ນທະບຽນອອກໃບຕາດິນໃນຂອບເຂດທົ່ວປະເທດໃຫ້ໄດ້ 4 ແສນຕອນ, ສູ້ຊົນຈັດສັນ, ກໍານົດເຂດ,ຟືນຟູ ແລະ ຂະຫຍາຍເນື້ອທີ່ປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ, ປັບປຸງສະຖານີເຕືອນໄພແຜ່ນດິນໄຫວ 2 ແຫ່ງ ແລະ ສ້າງໃໝ່ອີກ 5 ແຫ່ງຢູ່ພາກເໜືອ, ສ້າງຈຸດຕິດຕາມກວດກາຄຸນນະພາບນໍ້າໃຫ້ໄດ້ 200 ຈຸດ, ສ້າງແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານຢູ່ຂັ້ນແຂວງ ແລະ ເມືອງໃຫ້ໄດ້ຢ່າງໜ້ອຍ 50% ຂອງແຂວງທີ່ໄດ້ຮັບຮອງແລ້ວ.

            ບັນດາຄາດໝາຍທັງໝົດນີ້ໄດ້ມີມະຕິຮັບຮອງເອົາຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ທີ່ສໍາເລັດລົງເມື່ອບໍ່ດົນມານີ້, ພ້ອມທັງມອບໃຫ້ລັດຖະບານຊີ້ນໍາບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນປະຕິບັດຢ່າງເຂັ້ມງວດ ແລະ ມອບໃຫ້ຄະນະປະຈໍາສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນຂັ້ນທ້ອງຖິ່ນຕິດຕາມກວດກາການຈັດ ຕັ້ງປະຕິບັດຕາມພາລະບົດບາດ ແລະ ສິດຂອງຕົນຢ່າງເຂັ້ມງວດ. 

No comments:

Post a Comment