Ad

Ad

24 November 2016

ຍັງມີຫຼາຍປັດໃຈເຮັດໃຫ້ເດັກນ້ອຍມີຄວາມສ່ຽງຕໍ່ການໃຊ້ຄວາມຮຸນແຮງ

          ຄະນະກຳມາທິການເພື່ອແມ່ ແລະ ເດັກແຫ່ງຊາດໃຫ້ຮູ້ວ່າ:ມີຫຼາຍປັດໃຈທີ່ເຮັດໃຫ້ຄວາມຮຸນແຮງເພີ່ມຂຶ້ນ ແລະ ມີການກະທໍາຄວາມຮຸນແຮງຕໍ່ເດັກນ້ອຍ ໃນນີ້ມີປັດໃຈທາງບຸກຄົນ, ຄອບຄົວ, ສັງຄົມ, ເສດຖະກິດ, ວັດທະນະທໍາ, ຮີດຄອງປະເພນີ ແລະ ອື່ນໆ. ຄວາມສ່ຽງຂອງເດັກຕໍ່ຄວາມຮຸນແຮງ ເຊິ່ງພົວພັນກັບອາຍຸ ແລະ ຄວາມອາດສາມາດ ໃນການພັດ ທະນາ, ສະນັ້ນ ເດັກຈະມີຄວາມສ່ຽງສູງ, ຍ້ອນຄວາມເປັນເດັກ ຈຶ່ງເຮັດໃຫ້ຖືກຂົ່ມຂູ່ ແລະ ຍອມຢູ່ໃຕ້ອໍານາດຂອງຜູ້ໃຫຍ່ໄດ້ງ່າຍ, ທັດສະນະການເຈລະຈາຂອງເດັກກໍຍັງຕໍ່າ ຈຶ່ງຂາດປະສົບການຊີວິດໃນການຄາດຄະເນຄວາມຮ້າຍແຮງທີ່ຈະເກີດຂຶ້ນ ແລະ ຄວາມດ້ອຍກ່ວາທາງເພດ, ເຊື້ອຊາດ, ຊົນເຜົ່າ, ຄວາມພິການ ຫຼື ຖານະທາງສັງຄົມ. ໃນຂະນະທີ
ຄວາມຮຸນແຮງນັ້ນເກີດຂຶ້ນໃນທຸກກຸ່ມເສດຖະກິດ ແລະ ສັງຄົມ ເດັກໃນຄອບຄົວທີມີລາຍຮັບຕໍ່າ, ປັດໃຈອື່ນໆທີ່ເພີ່ມຄວາມສ່ຽງແມ່ນການແບ່ງແຍກອອກຈາກສັງຄົມ, ການພັດພາກຈາກຄອບຄົວ, ຄວາມທຸກຍາກ, ຄວາມບໍ່ສະເໝີພາບ. ການແບ່ງແຍກທາງສັງຄົມແມ່ນກ້ຽວພັນຫຼາຍກັບຄວາມຮຸນແຮງຕໍ່ເດັກ ຫຼື ລະຫວ່າງເດັກໃນຊຸມຊົນດ້ວຍກັນ, ທີ່ບໍ່ມີວຽກເຮັດງານທໍາ, ບໍ່ມີຄວາມເປັນລະບຽບຮຽບຮ້ອຍ, ຂາດການບໍລິ ການ, ຂາດໂອກາດດ້ານເສດຖະກິດ  ແລະ ເງື່ອນໄຂເອື້ອອໍານວຍ ເຊິ່ງມັກເກີດມີສະພາບທີນໍາໄປສູ່ຄວາມຮຸນແຮງ ແລະ ຄວາມບໍ່ສະຫງົບ, ບັນທັດຖານທາງສັງຄົມ, ວັດທະນະທໍາ ແລະ ຮີດຄອງປະເພນີ ມີອິດທິພົນສູງຕໍ່ກັບການປະພຶດຂອງບຸກຄົນ ລວມທັງການໃຊ້ຄວາມຮຸນແຮງ ແລະ ບັນທັດຖານທາງສັງຄົມແມ່ນປັດໃຈພຶ້ນຖານທີ່ສະໜັບສະໜູນ ແລະ ສົ່ງເສີມໃຫ້ມີການໃຊ້ຄວາມຮຸນແຮງຕໍ່ເດັກ  ເພື່ອປົກປ້ອງເດັກຈາກຄວາມຮຸນແຮງໄດ້ເຊັ່ນກັນເປັນຕົ້ນ: ວັດທະ ນະທໍາ, ຮີດຄອງປະເພນີຂອງບາງທ້ອງຖິ່ນທີ່ຍອມຮັບການໃຊ້ຄວາມຮຸນແຮງຕໍ່ເດັກເປັນເລື່ອງທໍາມະດາ, ບໍ່ວ່າຈະເປັນວິທີເພື່ອແກ້ໄຂຂໍ້ຂັດແຍ່ງ ຫຼື ການລົງໂທດເດັກກໍລ້ວນແຕ່ເປັນປັດໄຈສ່ຽງຕໍ່ທຸກຮູບແບບຄວາມຮຸນແຮງລະຫວ່າງບຸກຄົນຕໍ່ບຸກຄົນໄດ້.

          ເຖິງຢ່າງໃດກໍຕາມລັດຖະບານກໍໄດ້ມີກົດໝາຍກ່ຽວກັບຄວາມຮຸນແຮງຕໍ່ເດັກເຊັ່ນ: ມາດຕາ 6 ຂອງລັດຖະທໍາມະນູນແຫ່ງ ສປປ ລາວ ປີ 2002 ໄດ້ກໍານົດກ່ຽວກັບ ການປົກປ້ອງຂອງລັດຕໍ່ປະ ຊາ ຊົນລາວທຸກຄົນຈາກໄພອັນຕະລາຍ ຫ້າມທຸກການກະທໍາແບບອາຍາສິດ ແລະ ຂົ່ມຂູ່ອັນຈະກໍຄວາມເສຍຫາຍເຖິງກຽດສັກສີ, ຮ່າງກາຍ, ຊີວິດ, ຈິດໃຈ ແລະ ຊັບສົມບັດຂອງປະຊາຊົນ”, ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ປີ 2007 ໄດ້ນິຍາມບັນດາຫຼັກການ, ກົດລະ ບຽບ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາ ແລະ ກວດສອບການຈັດຕັ້ງປະຕິບັນວຽກງານການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ. ກົດໝາຍດັ່ງກ່າວຍັງລວມເອົາບັນດາມາດຕະການທາງດ້ານກົດໝາຍໃນການລົງໂທດຜູ້ທີ່ລ່ວງລະເມີດເດັກມີສຸຂະພາບທີ່ດີທາງດ້ານຮ່າງ ກາຍ, ສິນທໍາ ແລະ ຈິດໃຈຢ່າງເຕັມສ່ວນ, ກົດໝາຍວ່າດ້ວຍການພັດທະນາ ລະ ປົກປ້ອງແມ່ຍິງ ປີ 2004 ໄດ້ລວມເອົາບັນຍັດຕ່າງໆ ເພື່ອລຶບລ້າງທຸກຮູບການແບ່ງແຍກ ແລະ ເພື່ອປ້ອງກັນ ແລະ ຕ້ານການຄ້າຂາຍແມ່ຍິງ ແລະ ເດັກ, ອິງຕາມກົດໝາຍດັ່ງກ່າວແມ່ຍິງ ແລະ ເດັກຜູ້ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງໃນຄອບຄົວມີສິດຂໍຄວາມຊ່ວຍເຫຼືອ ແລະ ມີສິດລາຍງານຕໍ່ເຈົ້າໜ້າທີ່ເພື່ອຊ່ວຍແກ້ໄຂຕາມລະບຽບການ ແລະ ກົດໝາຍທີກໍານົດໄວ້, ກົດໝາຍຄອບຄົວແຫ່ງ ສປປ ລາວ ໃນປີ 2008 ໄດ້ອ້າງອີງສະເພາະກ່ຽວກັບຄວາມຮຸນແຮງຂອງພໍ່ແມ່ຕໍ່ເດັກ ແລະ ໄດ້ລະບຸວ່າ ຖ້າພໍ່ແມ່ຫາກບໍ່ປະ ຕິບັດພັນທະຂອງຕົນໃນການສຶກສາອົບຮົມລູກ, ໃຊ້ສິດໃນການເປັນພໍ່ແມ່ເກີນຂອບເຂດ, ໃຊ້ການກະທໍາຕໍ່ລູກຢ່າງໂຫດຮ້າຍຕ່າງໆ  ຜູ້ກ່ຽວກໍຈະຖືກສານປົດສິດໃນການເປັນພໍ່ແມ່ຕາມມາດຕາ 32 ເຖິງຢ່າງ ໃດກໍຕາມປະເພດຂອງຄວາມຮຸນແຮງທີ່ຈະສາມາດປົດສິດໃນການເປັນພໍ່ແມ່ນັ້ນບໍ່ໄດ້ຖືກລະບຸໄວ້.

No comments:

Post a Comment