Ad

Ad

24 November 2016

ການນຳໃຊ້ສານກັນບູດໃນອາຫານຍັງມີຢູ່

          ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງນະຄອນຫຼວງວຽງຈັນໄດ້ໃຫ້ສຳພາດຕໍ່ນັກຂ່າວພວກເຮົາໃນວັນທີ 23 ພະຈິກນີ້ວ່າ: ຕະຫຼອດໄລຍະຜ່ານມາໜ໋ວຍງານຂອງຕົນໄດ້ ເອົາ ໃຈໃສ່ໃນການລົງຕິດຕາມກວດກາອາຫານການກິນຢູ່ຕາມທ້ອງຕະຫຼາດໃນນະຄອນ ລວງວຽງຈັນເປັນປະຈຳເພື່ອແນ່ໃສ່ຄວບຄຸມທາງດ້ານໂພຊະນາການໃຫ້ຖືກຕາມຫຼັກອະນາໄມ ແລະ ປາສະຈາກສານປົນເປື້ອນຕ່າງໆທີ່ອາດສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ, ຜ່ານການຕິດຕາມໃນເດືອນຜ່ານມາເຫັນວ່າ: ການນຳໃຊ້ສານກັນບູດ ( ຟ໋ອກໂມນ ) ແຊອາຫານຢູ່ຕາມທ້ອງຕະຫຼາດຍັງມີຢູ່, ໂດຍສະ ເພາະແມ່ນຢູ່ຕະຫຼາດໜອງ
ຈັນຍັງກວດພົບການນຳໃຊ້ສານດັ່ງກ່າວເຂົ້າແຊ່ອາຫານທະເລ ແລະ ເຄື່ອງໃນສັດເພື່ອໃຫ້ອາຫານດັ່ງກ່າວສົດ ແລະ  ສາມາດເກັບຮັກສາໄວ້ໄດ້ດົນ, ແຕ່ສານດັ່ງກ່າວມີຜົນ ກະທົບຮ້າຍແຮງຕໍ່ສຸຂະພາບຂອງຜູ້ບໍລິໂພກ, ດັ່ງນັ້ນເຈົ້າໜ້າທີ່ກ່ຽວຂ້ອງກໍໄດ້ຍຶດເພື່ອໄປທຳລາຍຖິ້ມ ແລະ ດຳເນີນການສຶກສາອົບຮົມຜູ້ກະທຳຜິດ, ຖ້າແຮງ ແລະ ບໍ່ເຄັດລາບແມ່ນຈະຖືກດຳເນີນຄະດີຕາມລະບຽບກົດໝາຍ, ເນື່ອງຈາກສານຟ໋ອກໂມນນັ້ນເປັນສານເຄມີທີ່ມີຄວາມອັນຕະລາຍຮ້າຍແຮງຕໍ່ສຸ ຂະພາບຜູ້ບໍລິໂພກ, ຊຶ່ງສ່ວນຫຼາຍຈະຖືກນຳໃຊ້ສະເພາະວຽກງານສາທາລະນະສຸກ, ຖ້າຜູ້ໃດຫາກກິນ ແລະ ສູບດົມ ສານດັ່ງກ່າວເຂົ້າໄປຈະສົ່ງຜົນກະທົບຕໍ່ລະບົບຫາຍໃຈ, ສະໜອງ, ລະບົບຍ່ອຍອາຫານ ແລະ ທຳລາຍຈຸລັງຕ່າງໆເຮັດໃຫ້ສຸຂະພາບຊຸດໂຊມ ແລະ ເກີດພະຍາດແຊກຊ້ອນອື່ນໆຕາມມາ, ໂດຍສະເພາະແມ່ນພະຍາດມະເຮັງ ແລະ ເພື່ອຈຳກັດການນຳໃຊ້ສານດັ່ງກ່າວຢູ່ຕາມທ້ອງຕະຫຼາດໃຫ້ມີປະສິດທິຜົນ, ປັດຈຸບັນໜ່ວຍງານກ່ຽວຂ້ອງກໍໄດ້ເພີ່ມທະວີໃນການລົງຕິດຕາມກວດກາຕາມທ້ອງຕະຫຼາດທຸກແຫ່ງໃນນະຄອນລວງວຽງຈັນຢ່າງເປັນປະຈຳ, ເພື່ອບໍ່ໃຫ້ເກີດມີຊ່ອງຫວ່າງແກ່ຜູ້ນຳໃຊ້ສານດັ່ງ ກ່າວ.

          ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງໃຫ້ຮູ້ອີກວ່າ: ນອກຈາກການນຳໃຊ້ສານຟ໋ອກໂມນແລ້ວ, ອີກສ່ວນໜຶ່ງທີ່ໜ້າເປັນຫ່ວງໃນປັດຈຸບັນແມ່ນສານເຄມີຕົກຄ້າງໃນຊີ້ນ, ປາ, ຈາກການນຳໃຊ້ຢາ ຕ້ານ ເຊື້ອເກີນມາດຕະຖານກໍມີຄວາມອັນຕະລາຍຮ້າຍແຮງຕໍ່ສຸຂະພາບ ເຊັ່ນດຽວກັນ, ເພາະວ່າຍັງມີຟາມລ້ຽງສັດ ແລະ ລ້ຽງປາກະຊັງເປັນຈຳນວນຫຼາຍ, ທີ່ບໍ່ໄດ້ຂຶ້ນທະບຽນກັບພາກສ່ວນກ່ຽວ ຂ້ອງ ແລະ ບໍ່ໄດ້ຮັບການກວດມາດຕະຖານໃນການລ້ຽງກ່ອນສົ່ງຂາຍໃຫ້ຕະຫຼາດ, ດັ່ງນັ້ນຜູ້ບໍລິໂບກຄວນເລືອກບໍລິໂພກຊີ້ນປາທີ່ຜ່ານໂຮງງານຂ້າສັດແມ່ນຈະເປັນການດີທີ່ສຸດ, ເນື່ອງຈາກຊີ້ນຈາກໂຮງງານຂ້າສັດຈະໄດ້ຮັບການກວດມາດ ຕະຖານກ່ອນຈະສົ່ງຂາຍຕາມທ້ອງຕະຫຼາດຢ່າງເປັນປະຈຳ.

No comments:

Post a Comment