Ad

Ad

24 November 2016

ຫົວເຫວີຍ ເລີ່ມດຳເນີນກິດຈະກຳ Seeds for the future ຢູ່ລາວ


  ຫົວເຫວີຍ ຮ່ວມກັບກະຊວງສຶກສາທິການ ແລະ ກິລາ ເພື່ອເລີ່ມຕົ້ນດຳເນີນກິດຈະກຳ Seeds for the future ຢູ່ປະເທດລາວ. Seeds for the future ເປັນໂຄງການພັດທະນາບຸກຄະລາກອນທາງດ້ານ IT ແລະ ໂທລະຄົມມະນາຄົມໃນທົ່ວໂລກ. ປັດຈຸບັນ ບໍລິສັດຮົວເວ້ ເຕັກໂນໂລຊີ ໄດ້ປະຕິບັດໂຄງການດັ່ງກ່າວໃນຫລາຍປະເທດເຊັ່ນ: ເຢຍລະມັນ, ຮົງກາລີ, ຝຣັ່ງ, ອາກຊັງຕິນ ແລະ ອື່ນໆ. ປີນີ້ ບໍລິສັດຫົວເຫວີຍປະຈຳລາວ ຈະໄດ້ຈັດຕັ້ງໂຄງການກິດຈະກຳດັ່ງກ່າວຂຶ້ນ ເພື່ອເປັນການສ້າງ ແລະ ພັດທະນາບຸກຄະລາກອນເຍົາວະຊົນຂອງລາວໃຫ້ມີຄຸນນະພາບ ເພື່ອສາມາດປະກອບສ່ວນເຂົ້າໃນການພັດທະນາປະເທດຊາດມີປະສິດທິຜົນສູງຂຶ້ນ.
     ຫົວເຫວີຍ ໄດ້ເລີ່ມຕົ້ນດຳເນີນກິດຈະກຳນີ້ໃນປີ 2008 ເພື່ອພັດທະນານັກສຶກສາຜູ້ມີພອນສະຫວັນ ICT, ຍົກສູງການຖ່າຍຖອງຄວາມຮູ້, ສົ່ງເສີມຄວາມເຂົ້າໃຈ ແລະ ຜົນປະໂຫຍດໃນຂະແໜງການສື່ສານ, ປັບປຸງ ແລະ ຊຸກຍູ້ການກໍ່ສ້າງ ແລະ ການເຂົ້າຮ່ວມປະຊາຄົມດ້ານດີຈີຕອນຢູ່ໃນພາກພື້ນ. ທຸກໆປີ, ຫົວເຫວີຍ ໄດ້ເຊື້ອເຊີນເອົານັກສຶກສາ 1.000 ຄົນຈາກ 10 ປະເທດ ເພື່ອທັດສະນະສຶກສາຢູ່ທີ່ສຳນັກງານໃຫຍ່ຂອງບໍລິສັດ. ສະນັ້ນ ກະຊວງສຶກສາທິການ ແລະ ກິລາລາວເຮົາກໍຈະໄດ້ຄັດເລືອກເອົານັກສຶກສາ 10 ຄົນຈາກມະຫາວິທະຍາໄລ 4 ແຫ່ງ ຄືມະຫາວິທະຍາໄລແຫ່ງຊາດ, ມະຫາວິ ທະຍາໄລສະຫວັນນະເຂດ, ຈຳປາສັກ ແລະ ມະຫາວິທະຍາໄລສຸພານຸວົງ ເພື່ອເຂົ້າຮ່ວມກິດຈະກຳຫົວເຫວີຍ.
     ໃນໄລຍະເວລາການເດີນທາງທັດສະນະສຶກສາ, ນັກສຶກສາຈະມີປະສົບການດ້ານວັດທະນະທຳພື້ນເມືອງຈີນ ແລະ ໄດ້ຮຽນຮູ້ຈາກບັນດາຫລັກສູດການເຝິກອົບຮົມ ເປັນຕົ້ນສິລະປະໃນການແຕ້ມຕົວໜັງສືງາມ ແລະ ການລະບາຍສີຢູ່ທີ່ມະຫາວິທະຍາໄລພາສາສາດ ແລະ ວັດທະນະທຳປັກກິ່ງເປັນເວລາໜຶ່ງອາທິດ. ພ້ອມກັນນັ້ນ ກໍຈະໄດ້ມີໂອກາດສຶກສາຮຽນຮູ້ເຕັກໂນໂລຊີໃໝ່ໆເຊັ່ນ: 5G, LTE ແລະ cloud (cloud computing) ແລະ ມີການປະຕິບັດກັບທີ່ຢູ່ຫ້ອງທົດລອງທີ່ກ້າວໜ້າທີ່ສຸດຂອງສຳນັກງານໃຫຍ່ຫົວເຫວີຍໃນເມືອງເຊິນເຈິນ.

     ທ່ານ Zhang Dongya ປະທານບໍລິສັດ ຫົວເຫວີຍ (ລາວ) ຈຳກັດຜູ້ດຽວ ໄດ້ອະທິບາຍເຖິງວິທີທີ່ພວກເຂົາໄດ້ໃຫ້ຄຳໝັ້ນສັນຍາ ເພື່ອປະກອບສ່ວນອັນຍາວນານຢູ່ປະເທດລາວ ເປັນຕົ້ນສະໜັບສະໜູນນັກສຶກສາທີ່ມີພອນສະຫວັນພິເສດທາງດ້ານ IT. ສະນັ້ນ ການຈັດກິດຈະກຳ Seeds for the future ຈະຊ່ວຍນັກສຶກສາລາວໄດ້ຮຽນຮູ້ປະສົບການຕ່າງໆຢ່າງຫລວງຫລາຍ. ຫົວເຫວີຍ ຍັງມີການສະໜັບສະໜູນລັດຖະບານລາວໃນການພັດທະນາ ICT, ຍົກສູງຄວາມສາມາດ ເພື່ອປັບຕົວເຂົ້າກັບຂະແໜງອຸດສາຫະກຳ ICT ກໍຄືຄວາມຕ້ອງການດ້ານນະວັດຕະກຳໃໝ່ຂອງຕະຫລາດລາວອີກດ້ວຍ.

No comments:

Post a Comment