Ad

Ad

24 November 2016

ບຸນທາດຫລວງທວງຄືນສັດທາ ແລະ ພູມປັນຍາຄົນລາວ

ໂດຍ: ວິເສດ ສະແຫວງສຶກສາ

          ໂສມໜ້າໃໝ່ຂອງບຸນທາດຫລວງປີນີ້ໄດ້ຮັບການຂານຕອບທາງບວກຈາກຜູ້ເຂົ້າທ່ຽວຊົມ ເປັນຢ່າງດີ. ຫາງສຽງທີ່ມາໃນລະດັບຫົວແຖວບອກວ່າ ການທີ່ກຳນົດຫ້າມຕັ້ງຜ້າເຕັ້ນຢູ່ພາຍໃນ ບໍ ລິເວນເດີ່ນນັ້ນດີຫລາຍ ເພາະຫລາຍຄົນ ເບື່ອຜ້າເຕັ້ນຈົນກາຍເປັນພູມແພ້, ຢູ່ໃສງານໃດ ບໍ່ວ່ານ້ອຍວ່າໃຫຍ່ກໍມີຕາຍແຕ່ຜາມຜ້າເຕັ້ນ. ດີອັນທີສອງແມ່ນການຫລຸດຈຳນວນຮ້ານຄ້າຂາຍ ທີ່ສ້າງຄວາມສັບສົນ ແລະ ສຽງດັງຈົນໜວກຫູ ເຊິ່ງສິນຄ້າກໍມີແຕ່ແບບເດີມໆຊ້ຳຊາກ, ພຽງແຕ່ເປັນການຂ່ຽນຈາກບ່ອນໜຶ່ງມາຂາຍອີກບ່ອນໜຶ່ງ. ອັນທີສາມ ຜູ້ທ່ຽວຊົມມີ
ໂອກາດໄດ້ພັກຜ່ອນຫູຫລາຍຂຶ້ນ ຍ້ອນຈຳ ນວນຮ້ານບັນເທີງຫລຸດລົງ. ແຕ່ກ່ອນຮ້ານບັນເທີງນັ້ນຕັ້ງລຽນກັນແບບຮ້ານຕໍ່ຮ້ານ, ຕັ້ງໃຈຟັງເພງດຽວ ຢູ່ຮ້ານໜຶ່ງ ແຕ່ກໍມີສິບເພງຊີງກັນ ເຂົ້າຫູເລີຍຈັບຕົ້ນຊົນປາຍບໍ່ໄດ້ວ່າແມ່ນເພງຫຍັງ. ນອກຈາກຜົນສຳເລັດໃນການຫລຸດຜ່ອນຄວາມອຶກກະທຶກ, ຄວາມຊ້ຳຊາກໜ້າເບື່ອແລ້ວ, ງານບຸນປີນີ້ ຍັງມີຫລາຍແນວຕິດຕາມຕ້ອງໃຈທີ່ຄວນສືບຕໍ່ໃນງານບຸນປີຕໍ່ໆໄປ ຄືມີສວນພະຍານາກທີ່ໄດ້ທັງຄວາມໝາຍໄດ້ທັງຄວາມງາມຕາເພີ່ມພະລັງສັດທາໃນຄວາມຍິ່ງໃຫຍ່ຂອງງານບຸນທີ່ເປັນມິ່ງຂວັນແຫ່ງດວງວິນຍານຊາວລາວທັງຊາດ. ເຮືອນລາວບູຮານທີ່ສ້າງຂຶ້ນສະເພາະ ເພື່ອປະດັບງານນັ້ນ ເບິ່ງໂດດເດັ່ນ ແລະ ມີມົນຂັງພະລັງແຫ່ງຄວາມເປັນຊາດທີ່ມີວັດທະນະທຳລໍ່າລຶກຫລາຍພັນປີມາແລ້ວ. ທ່ີສຸດຂອງ ທີ່ສຸດຂອງຜູ້ທ່ຽວບຸນທາດຫລວງນັ້ນ ແນ່ນອນບໍ່ແມ່ນເພື່ອໄປຊື້ເຄື່ອງຖືກ, ບໍ່ແມ່ນເພື່ອມ່ວນເມົາ ໃນສຽງສີສຽງເປັນຕົ້ນຕໍດອກ, ແຕ່ທີ່ເປັນໄປໃນໄລຍະຜ່ານມາກໍຍ້ອນວ່າບໍ່ມີທາງເລືອກອື່ນ. ປີໜ້າຟ້າໃໝ່ຫລາຍໆຄົນໃຫ້ຄວາມເຫັນກັບຈານແຫຍ່ວ່າຄວນຕັ້ງເປົ້າໝາຍສະເພາະໃນການຈັດງານບຸນທາດ ຫລວງ ໂດຍຫັນ ເປົ້າໝາຍທີ່ວ່ານັ້ນເປັນຄຳຂວັນຂອງງານບຸນປະຈຳປີ. ຕົວຢ່າງບຸນທາດຫລວງປີ 2017 ອາດລົງເລິກເຄື່ອງດົນຕີພື້ນເມືອງລາວ. ໃນການປະຕິບັດເປົ້າໝາຍນີ້ກໍຕ້ອງມີລາຍການລາຕີດົນຕີພື້ນເມືອງລາວ, ມີຮ້ານຂາຍຂຸຍຂາຍແຄນ, ມີການປະກວດສິນຄ້າປະເພດນີ້, ປີ 2018 ອາດຈະ ລົງເລິກກ່ຽວກັບວິຖີຊີວິດຂອງຊາວຊົນນະບົດໃນການເຮັດຢູ່ຫາກິນອາດມີການສະແດງໂຮງກະບອງ, ເຫລັກໄຟປັກ (ທີ່ໃຊ້ຫີນຕ່ອຍກັນໃຫ້ອອກແສງໄຟ), ເຄື່ອງຫາປາລ່າສັດປະເພດໜ່າງ, ກະຕໍ່າ, ແຮ້ວ, ຄືນ, ຕັງຈັ່ນ ຈັບປາ ແລະ ອື່ນໆ. ປີ 2019 ອາດມີຄຳຂວັນວັນບຸນທີ່ລົງເລິກປະເພນີບູຮານ ເຊັ່ນພິທີແຕ່ງດອງຂອງຄົນລາວເຜົ່າຕ່າງໆ, ບຸນຂຶ້ນເຮືອນໃໝ່, ບຸນຄຸນເຂົ້າ, ການງັນກຳ ແລະ ອື່ນໆ, ປີຕໍ່ໆໄປອາດລົງເລິກເຄື່ອງນຸ່ງຫົ່ມບູຮານສຸດແລ້ວ ແຕ່ເຫັນເໝາະສົມ ແລະ ເງື່ອນໄຂຕົວຈິງ, ສ່ວນບັນດາສະ ຖານທູດ ໂດຍສະເພາະແມ່ນຈາກບັນດາປະເທດອາຊຽນ ຖ້າເພິ່ນມີເງື່ອນໄຂກໍຄວນໃຫ້ເພິ່ນໄດ້ມີສ່ວນປະກອບໃນການຕັ້ງຮ້ານວາງສະແດງ ຫລື ໂຄສະນາຕາມຄຳຂວັນທີ່ຫົວຂໍ້ປະຈຳປີຂອງບຸນທາດ ຫລວງ ກໍຕ້ອງຂໍຊົມເຊີຍທຸກພາກສ່ວນທີ່ມີຫົວຄິດປະດິດສ້າງເພື່ອຜີກອອກຈາກສິ່ງຊ້ຳຊາກໜ້າເບື່ອທີ່ພານພົບໃນງານບຸນຕ່າງໆຜ່ານມາ. ເຮັດແນວນີ້ໄດ້ພວກເຮົາຈັ່ງຈະສາມາດເຂົ້າເຖິງແກ່ນແທ້ຂອງງານບຸນ, ສ່ວນກິດຈະການປິ່ນອ້ອມ (ຮ້ານຄ້າ, ຮ້ານບັນເທີງ...) ກໍຕ້ອງໃຫ້ມັນມີຖານະເປັນພຽງສ່ວນປະກອບເປືອກນອກເທົ່ານັ້ນຈະດີແລ.

No comments:

Post a Comment