Ad

Ad

24 November 2016

4 ປັດໄຈຕົ້ນຕໍ ຂອງການຫລຸດຜ່ອນຄວາມທຸກຍາກຢູ່ ສປ ຈີນ

ໂດຍ: ມຶກບໍ່ແຫ້ງ
    ການຫລຸດຜ່ອນຄວາມທຸກຍາກ ແລະ ຄວາມບໍ່ເທົ່າທຽມກັນໃນສັງຄົມແມ່ນສອງຈຸດປະສົງທີ່ສຳ ຄັນຂອງນະໂຍບາຍການພັດທະນາເສດຖະກິດ-ສັງຄົມຂອງຫລາຍປະເທດ, ບາງປະເທດກໍຍິງນົກບາດດຽວໄດ້ສອງໂຕ, ປະເທດກໍບັນລຸໄດ້ອັນໃດອັນໜຶ່ງ ຫລື ບາງປະເທດແມ່ນບໍ່ສາມາດບັນລຸໄດ້ຈັກຢ່າງເລີຍ. ເພາະສະນັ້ນ ໃນບົດນີ້ ຜູ້ຂຽນໄດ້ຮຽບຮຽງເອົາບົດຄົ້ນຄວ້າຂອງທ່ານ ດຣ. ກົວບາວ ວູ (Dr. Guobao Wu) ອຳນວຍການສູນການສຶກສາກ່ຽວກັບຄວາມທຸກຍາກສະຖາບັນວິທະຍາສາດສັງຄົມຂອງ ສປ ຈີນ ກ່ຽວກັບ 4 ປັດໄຈທີ່ຍູ້ດັນການຫລຸດຜ່ອນຄວາມທຸກຍາກຢູ່ຈີນ.

    ສປ ຈີນ ເຮັດໃຫ້ຊາວໂລກຕ້ອງໄດ້ຮຽນຮູ້ນຳກ່ຽວກັບການຫລຸດຜ່ອນຄວາມທຸກຍາກທີ່ໃຊ້ເວລາບໍ່ຫລາຍເທົ່າໃດທີ່ເຮັດໃຫ້ປະຊາຊົນພາຍໃນປະເທດຫລາຍລ້ານຄົນຫລຸດພົ້ນຈາກຄວາມທຸກຍາກ ເຊິ່ງປະກອບມີ 4 ປັດໄຈທີ່ສຳຄັນດັ່ງນີ້:
    ໜຶ່ງ: ຜົນປະໂຫຍດຈາກການເຕີບໃຫຍ່ທາງດ້ານເສດຖະກິດທີ່ມີຄວາມໝັ້ນທ່ຽງຂອງປະເທດ ເຮັດໃຫ້ອຸດສາຫະກຳ ແລະ ຕົວເມືອງຂະຫຍາຍຕົວ, ເຮັດໃຫ້ແຮງງານກະສິກຳຢູ່ເຂດຊົນນະບົດໃນເມື່ອກ່ອນມີວຽກເຮັດທີ່ມີລາຍຮັບສູງກວ່າເກົ່າ. ນັບແຕ່ປີ 1978-2015, ຈຳນວນຄົນທີ່ມີອາຊີບທີ່ບໍ່ແມ່ນຊາວກະສິກຳນັ້ນເພີ່ມຂຶ້ນຈາກ 29% ມາເປັນ 70%. ໃນລະຫວ່າງປີ 2002 ຫາ 2012 ລາຍຮັບຂອງປະຊາຊົນທີ່ເປັນເງິນເດືອນ ແລະ ເບ້ຍລ້ຽງເພີ່ມຈາກ 26% ມາເປັນ 43% ຂອງຄອບຄົວໃນເຂດຊົນນະບົດ ເຊິ່ງເປັນຕົວເລກທີ່ໃກ້ຄຽງກັບລະດັບສະເລ່ຍທົ່ວປະເທດ ເຊິ່ງສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ປະຊາຊົນເຂດຊົນນະບົດໄດ້ຮັບຜົນປະໂຫຍດຈາກການປ່ຽນແປງໂຄງສ້າງຂອງການຈ້າງງານໃນຂະບວນການຫັນເປັນອຸດສາຫະກຳ ແລະ ຕົວເມືອງທີ່ທັນສະໄໝຂອງຈີນ.
     ສອງ: ລະບົບການໂອນກຳມະສິດທີ່ດິນແມ່ນມີປະສິດທິຜົນໃນການຫລຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດຂອງ ສປ ຈີນ. ການໂອນກຳມະສິດທີ່ດິນປູກຝັງໃນເຂດຊົນນະບົດຂອງຈີນຖືເປັນບູລິມະສິດອັນໜຶ່ງຂອງລັດຖະບານ ເຊິ່ງໃນປັດຈຸບັນ ຄົວເຮືອນໃນເຂດຊົນນະບົດຂອງຈີນແມ່ນເປັນເຈົ້າຂອງທີ່ດິນກວມເອົາ 90% ຂອງຄົວເຮືອນທັງໝົດ ໂດຍສະເລ່ຍແລ້ວ ຄົວເຮືອນໜຶ່ງແມ່ນໄດ້ຮັບທີ່ດິນຈຳນວນ 0,6 ເຮັກຕາ (ດິນປູກຝັງ). ຄຽງຄູ່ກັບນະໂຍບາຍດັ່ງກ່າວນັ້ນ, ປະຊາຊົນບໍ່ພຽງແຕ່ໄດ້ຮັບຜົນປະໂຫຍດຈາກການປະຕິຮູບວຽກງານກະສິກຳ ແລະ ການພັດທະນາ, ແຕ່ຍັງໄດ້ຮັບຜົນປະໂຫຍດຈາກການໂອນທຶນຮອນຂອງລັດຖະບານເພື່ອສະໜັບສະໜູນການພັດທະນາວຽກງານກະສິກຳຕື່ມອີກ.
     ສາມ: ແຜນງານການພັດທະນາສັງຄົມຢ່າງທົ່ວເຖິງ ໄດ້ປະກອບສ່ວນສຳຄັນໃນການສ້າງລາຍຮັບຂອງຄົວເຮືອນທີ່ມີລາຍຮັບຕໍ່າ. ສປ ຈີນ ໄດ້ຈັດຕັ້ງປະຕິບັດສອງແຜນງານທີ່ສຳຄັນ ນັບແຕ່ປີ 2000 ເປັນຕົ້ນມາ ໃນນີ້ລວມມີການສຶກສາພາກບັງຄັບຮອດລະດັບມັດທະຍົມ, ລະບົບສາທາລະນະສຸກຊົນນະບົດ, ລະບົບເບ້ຍລ້ຽງທາງສັງຄົມຕໍ່ຜູ້ອາໄສໃນເຂດຊົນນະບົດ ແລະ ເງິນນະໂຍບາຍການຄອງຊີບ. ຈາກບັນດາລະບົບການດັ່ງກ່າວ ເຮັດໃຫ້ຄອບຄົວທີ່ມີລາຍຮັບຕໍ່າສາມາດໄດ້ຮັບຜົນປະ ໂຫຍດ. ຕາມຕົວເລກທາງການໃຫ້ຮູ້ວ່າ: ການໂອນລາຍຮັບດັ່ງກ່າວລະຫວ່າງປີ 2002 ຫາ 2012 ເຮັດໃຫ້ຄົວເຮືອນທີ່ມີລາຍຮັບຕໍ່າສາມາດປະກອບສ່ວນໃຫ້ລາຍຮັບຂອງເຂົາເຈົ້າເພີ່ມຂຶ້ນ 21%.
     ສີ່: ແຜນງານການຫລຸດຜ່ອນຄວາມທຸກຍາກທີ່ມີຈຸດສຸມ ນັບແຕ່ປີ 1986 ເປັນຕົ້ນມາ, ລັດຖະ ບານ ສປ ຈີນ ໄດ້ດຳເນີນແຜນງານດັ່ງກ່າວ ເຊິ່ງມີບົດບາດສຳຄັນທີ່ສຸດໃນວຽກງານການພັດທະນາຊົນນະບົດຂອງຈີນ, ແຜນງານດັ່ງກ່າວລວມເອົາວຽກງານການພັດທະນາພື້ນຖານໂຄງລ່າງ, ການພັດທະນາສັງຄົມ, ພັດທະນາອຸດສາຫະກຳ ແລະ ການສ້າງລາຍຮັບ ເພື່ອຊ່ວຍຄົວເຮືອນທີ່ມີລາຍຮັບຕໍ່າ, ເພີ່ມຂີດຄວາມສາມາດທີ່ຈະໄດ້ຮັບຜົນປະໂຫຍດຈາກການເຕີບໃຫຍ່ທາງດ້ານເສດຖະກິດຂອງປະເທດ ແລະ ສາມາດສ້າງລາຍຮັບດ້ວຍຕົນເອງ. ຈາກຕົວເລກທາງການໃຫ້ຮູ້ວ່າ: ນັບແຕ່ປີ 1980-2016 ລັດຖະບານໄດ້ສຸມທຶນຮອນໃສ່ວຽກງານດັ່ງກ່າວກວ່າ 70 ຕື້ໂດລາສະຫະລັດ.

     ຈາກຄວາມໝາຍໝັ້ນຂອງລັດຖະບານ ສປ ຈີນ ທີ່ຈະເຮັດໃຫ້ 2020 ເປັນປີທີ່ຄວາມທຸກຍາກໝົດໄປຈາກປະເທດນັ້ນ, ພວກເຮົາສາມາດຮຽນຮູ້ໄດ້ຫລາຍຢ່າງເພື່ອເລືອກເຟັ້ນບົດຮຽນທີ່ສາມາດມາໝູນໃຊ້ໃນປະເທດເຮົາຢ່າງສອດຄ່ອງແນໃສ່ແກ້ໄຂບັນຫາຄວາມທຸກຍາກຢ່າງເໝາະສົມທີ່ສຸດ ຄຽງຄູ່ກັບການເຕີບໃຫຍ່ທາງເສດຖະກິດ-ສັງຄົມຂອງຊາດ.

No comments:

Post a Comment