Ad

Ad

23 November 2016

ລາວຮັບຮອງ ແລະ ປັບປຸງຮ່າງດໍາລັດສໍາຄັນຫລາຍສະບັບ

          ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນພະຈິກ 2016 ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອັດລົງໃນວັນທີ 21 ພະຈິກນີ້, ຊຶ່ງໄດ້ຕົກລົງຮັບຮອງ ແລະ ປັບປຸງດໍາລັດທີ່ສໍາຄັນຫລາຍສະບັບຄື: ດໍາລັດວ່າດ້ວຍພັນທະບັດລັດຖະບານ, ດໍາລັດວ່າດ້ວຍກອງທຶນການທ່ອງທ່ຽວ, ດໍາລັດວ່າດ້ວຍການສົ່ງເສີມສະຖານການສຶກສາພາກເອກະຊົນ (ປັບປຸງ), ດໍາລັດວ່າດ້ວຍຕໍາແໜ່ງບໍລິຫານ (ປັບປຸງ) ແລະ ດໍາລັດວ່າດ້ວຍຕໍາແໜ່ງວິຊາການຂອງລັດຖະກອນ.

           ສໍາລັບຮ່າງດລັດວ່າດ້ວຍພັນທະບັດລັດຖະບານ, ກອງປະຊຸມໄດ້ມອບໃຫ້ກະຊວງການເງິນສົມທົບກັບກະຊວງຍຸຕິທຳ ແລະ ພາກສ່ວນກ່ຽວຂ້ອງປັບປຸງບາງເນື້ອໃນ ແລະ ລົງເລິກຄົ້ນຄວ້າມາດຕະ
ການເພື່ອຄຸ້ມຄອງພັນທະບັດໃຫ້ຮັດກຸມ, ມີຄຸນນະພາບ, ສ້າງຄວາມເຊື່ອໝັ້ນໃຫ້ຜູ້ຊື້, ຫລຸດຜ່ອນຄວາມສ່ຽງຕ່າງໆ ແລະ ພາຍຫລັງປັບປຸງສໍາເລັດແລ້ວໃຫ້ນຳສະເໜີນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນ ແລະ ປະກາດໃຊ້ເປັນທາງການ. ສ່ວນດຳລັດວ່າດ້ວຍກອງທຶນການທ່ອງທ່ຽວ ແມ່ນມອບໃຫ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສົມທົບກັບກະຊວງຍຸຕິທຳ ແລະ ລັດຖະ ມົນຕີປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີປັບປຸງບາງເນື້ອໃນຕື່ມ, ໂດຍສະເພາະຫລັກ ການຈັດເກັບ, ການຈັດແບ່ງ, ແຫລ່ງທີ່ມາ ແລະ ເປົ້າໝາຍການນຳໃຊ້ຢ່າງຮັດກຸມ, ພາຍຫລັງປັບປຸງສໍາເລັດແລ້ວໃຫ້ນໍາມາຜ່ານກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອພິຈາລະນາຕື່ມຂັ້ນສຸດທ້າຍກ່ອນຮັບຮອງ ແລະ ປະກາດໃຊ້. ສໍາລັບການປັບປຸງດຳລັດວ່າດ້ວຍການສຶກສາພາກເອກະຊົນແມ່ນ ມອບໃຫ້ກະຊວງສຶກສາທິການ ແລະ ກິລາ, ກະຊວງຍຸຕິທຳ ແລະ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີປະສານສົມທົບກັນເພື່ອປັບປຸງເນື້ອໃນ, ໂຄງສ້າງ ແລະ ຄຳສັບ ໃນດຳລັດສະບັບດັ່ງກ່າວໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການສຶກສາ ແລະ ກົດໝາຍສົ່ງເສີມການລົງທຶນສະບັບປັບປຸງແລ້ວຈຶ່ງນຳສະເໜີພິຈາລະນາຢູ່ກອງປະຊຸມລັດຖະບານຄືນໃໝ່. ສໍາລັບການປັບປຸງດໍາລັດວ່າດ້ວຍຕໍາແໜ່ງບໍລິຫານ ແມ່ນຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງໃຫ້ລະອຽດຈະແຈ້ງຕື່ມ ເພື່ອເປັນບ່ອນອີງໃຫ້ແກ່ບັນດາອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການກໍານົດມາດຕະຖານ ແລະ ປະຕິບັດອຸດໜູນວິຊາການ ແນໃສ່ຊຸກຍູ້ສົ່ງເສີມແລະພັດທະນາລັດຖະກອນໃຫ້ມີຄວາມຮູ້, ຄວາມສາມາດ, ມີຄວາມຊໍານານງານ ແລະ ເປັນມືອາຊີບທີ່ມີປະສິດທິພາບ. ນອກຈາກນີ້, ກອງປະຊຸມຍັງໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບການສ້າງຕັ້ງສູນການສຶກສາ ເພື່ອພັດທະນາຊຸມຊົນອົງການລັດຖະມົນຕີສຶກສາອາຊີຕາເວັນອອກສຽງໃຕ້ພາກພື້ນຢູ່ລາວ (Southeast Asian Ministers of Education Organization (SEAMEO) ອີກດ້ວຍ.

No comments:

Post a Comment