ໃນວັນທີ 20 ມັງກອນນີ້, ເຊິ່ງເປັນມື້ທີສາມຂອງການດໍາເນີນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ພາຍໃຕ້ການເປັນປະທານຂອງສະຫາຍ ສົມສະຫວາດ ເລັ່ງສະຫວັດ
ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແລະ ວາລະການດໍາເນີນກອງປະຊຸມໃນຕອນເຊົ້າແມ່ນການສະເໜີຮ່າງກົດລະບຽບຂອງພັກສະບັບປັບປຸງໃໝ່ໂດຍສະຫາຍ ຈັນສີ ໂພສີຄໍາ
ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ,ອະນຸກໍາມະການກົດລະບຽບ ແລະ ບຸກຄະລາກອນ,
ຈາກນັ້ນສະຫາຍ ບຸນທອງ
ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ປະ ທານຄະນະກວດ
Ad

21 January 2016
ລັດຖະມົນຕີຕ່າງປະເທດສະຫະລັດອາເມລິກາ ຈອນ ເຄຣີ ຈະເດີນທາງມາຢ້ຽມຢາມລາວໃນລະຫວ່າງວັນທີ 24-25 ມັງກອນນີ້
ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ
ລາວ ທອງລຸນ ສີສຸລິດ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດອາເມລິກາ ຈອນ
ເຄຣີ ພ້ອມຄະນະຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ
24-25 ມັງກອນ 2016 ເພື່ອເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ທ່ານ ຈອນ ເຄຣີ ເກີດເມື່ອວັນທີ 11 ທັນວາ 1943 ທີ່ລັດໂຄໂລລາໂດ(Colorado) ສະ ຫະລັດອາເມລິກາ, ຈົບການສຶກສາຈາກມະຫາວິທະຍາໄລເຢວ(Yale) ແລະ ຫລັງຈາກນັ້ນເຂົ້າຮັບໃຊ້ກອງທັບ, ເຄີຍເປັນທະຫານເຮືອໃນກອງທັບເຮືອສະຫະລັດອາເມລິກາ
ແລະ ເປັນຫົວໜ້າໜ່ວຍເຮືອລາດຕະເວນໄວຢູ່ເຂດສາມຫລ່ຽມແມ່ນໍ້າຂອງໃນການເຂົ້າຮ່ວມສົງຄາມຫວຽດນາມ, ພາຍຫລັງກັບຈາກສົງຄາມໄດ້ເຂົ້າຮ່ວມຂະບວນການຂັດຄ້ານການດໍາເນີນສົງຄາມຢູ່ຫວຽດນາມ.
ຊາວສວນຜູ້ຜະລິດກາເຟປອດສານຜິດຢູ່ແຂວງຈຳປາສັກ ພົ້ນອອກຈາກຄວາມທຸກຍາກ
ສະຫາຍ ບຸນທົງ ເທບໄກສອນ ປະທານສະຫະກອນຜູ້ຜະລິດກາເຟ
ເຂດພູພຽງບໍລະເວນ, ຫລັກ 24 ເມືອງບາຈຽງຈະເລີນສຸກ, ແຂວງຈຳປາສັກ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ
X ຂອງພັກ ຊຶ່ງພວມດຳເນີນຢູ່ປັດຈຸບັນນີ້ວ່າ: ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ
ໃນໄລຍະຜ່ານມາ,
ເຫັນວ່າ ວຽກງານການຜະລິດກະສິກໍາ ເປັນຕົ້ນ ການຜະລິດກາເຟຂອງຊາວກະສິກອນເຂດພູພຽງບໍລະເວນ ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ນັບມື້ມີລາຍຮັບ ເພີ່ມຂຶ້ນສາມາດຊ່ວຍໃຫ້ຊາວກະສິກອນ ກໍຄືຜູ້ຜະລິດສາມາດຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ກ້າວໄປສູ່ຄວາມຮັ່ງມີຜາສຸກຂຶ້ນເທື່ອລະກ້າວ.
ບົດບາດຂອງກະຊວງແຜນການ ແລະ ການລົງທຶນຕໍ່ການພັດທະນາເສດຖະກິດຕະຫລາດຕາມທິດສັງຄົມນິຍົມ
ກະຊວງແຜນການ ແລະການລົງທຶນ ໄດ້ນຳສະເໜີຜົນສຳເລັດແຫ່ງການປະຕິບັດພາລະບົດ ບາດຂອງຕົນຕໍ່ການພັດທະນາເສດຖະກິດຕະຫລາດຕາມທິດສັງຄົມນິຍົມຕໍ່ກອງປະຊຸມໃຫຍ່ຄັ້ງທີ
X ຂອງພັກ
ໃນມື້ວັນທີ
19 ມັງກອນຜ່ານມານີ້,
ຊຶ່ງເປັນມື້ທີ
2 ຂອງກອງປະຊຸມດັ່ງກ່າວ,
ໂດຍໄດ້ຊີ້ໃຫ້ເຫັນວ່າ:
ໃນໄລຍະ
5 ປີ
ຜ່ານມາ,
ການພັດທະນາ
ເສດຖະກິດ-ສັງຄົມຂອງປະເທດເຮົາ ມີການຂະຫຍາຍຕົວຢ່າງເນື່ອງ ແລະ ໝັ້ນທ່ຽງ, ເຖິງ ແມ່ນວ່າ ໃນໄລຍະດັ່ງກ່າວເສດຖະກິດຂອງໂລກ
ແລະ
ພາກພື້ນ
ໄດ້ເກີດວິກິດການທາງດ້ານ
ການເງິນ:
ເຮັດໃຫ້ການຂະຫຍາຍຕົວທາງດ້ານເສດຖະກິດສາກົນມີການຖົດຖອຍ,
ແຕ່
ສປປ
ລາວ
ຍັງຮັກສາໄດ້ການຂະຫຍາຍຕົວຂອງເສດຖະກິດໃນລະດັບສູງສະເລ່ຍ
7,9% ຕໍ່ປີ,
ການແກ້ໄຂ
ມາດຕະການຂອງລັດຖະບານໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII
ສະຫາຍ ທອງສິງ ທໍາມະວົງ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກເມື່ອບໍ່ດົນນີ້ກ່ຽວກັບແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII
(2016-2020) ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະດັ່ງກ່າວ, ແມ່ນຕ້ອງຮັບປະກັນໃຫ້ລວມຍອດຜະລິດຕະພັນພາຍໃນ
(GDP) ຂະຫຍາຍຕົວສະເລ່ຍລະດັບ 7,5% ຕໍ່ປີ, ໃນນີ້ຂະແໜງກະສິກໍາ-ປ່າໄມ້ກວມປະມານ 19%, ອຸດສະຫະກໍາກວມປະ ມານ 32% ແລະ ບໍລິການກວມປະມານ 41% ຂອງ GDP ແລະ ສະເລ່ຍລາຍຮັບປະມານ 3.190 ໂດລາສະຫະລັດຕໍ່ຄົນຕໍ່ປີ, ຄາດຄະເນລາຍຮັບງົບປະມານແຕ່ລະປີໃຫ້ໄດ້ປະມານ 23-25 % ສ່ວນລາຍຈ່າຍແມ່ນບໍ່ໃຫ້ເກີນ 28% ຂອງ GDP, ຂະນະດຽວກັນລັດຖະບານໄດ້ວາງນະໂຍບາຍ, ກໍານົດກົນໄກ
ແລະ ມາດຕະການ ເພື່ອຈັດຕັ້ງປະຕິບັດແຜນດັ່ງກ່າວ ໃຫ້ບັນລຸເປົ້າໝາຍວາງໄວ້ຄື: ຕ້ອງຫັນປ່ຽນຮູບແບບການພັດທະນາເສ
Subscribe to:
Posts (Atom)