Ad

Ad

10 January 2017

ລັດຖະມົນຕີກະຊວງປ້ອງກັນປະເທດເນັ້ນໃຫ້ 6 ແຂວງພາກເໜືອ ເພີ່ມທະວີຮັກສາຄວາມສະຫງົບຂອງທ້ອງຖິ່ນ

  ກອງປະຊຸມສະຫລຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) 6 ແຂວງພາກເໜືອປະຈຳປີ 2016 ທີ່ຈັດຂຶ້ນຢູ່ແຂວງໄຊຍະບູລີເມື່ອວັນທີ 5 ມັງກອນຜ່ານມານີ້ໂດຍການເປັນປະທານຂອງທ່ານພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ຕີລາຄາວ່າ: ໃນໄລຍະໜຶ່ງປີຜ່ານມາຄະນະກຳມະການ ປກຊ-ປກສ ຂອງ 6 ແຂວງພາກເໜືອ, ໄດ້ຕັ້ງໜ້າສືບຕໍ່ປະຕິບັດສອງໜ້າທີ່ຍຸດທະສາດ ຄືປົກປັກຮັກສາ ແລະ ສ້າງສາປະເທດ ແລະ ການປະຕິບັດ, ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດຢູ່ແຕ່ລະທ້ອງຖິ່ນ ແລະ
ເອົາໃຈໃສ່ເຮັດວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານ ເຮັດໃຫ້ປະເທດຊາດກໍຄື 6 ແຂວງພາກເໜືອສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍດີ, ລະບົບການເມືອງຢູ່ຮາກຖານໄດ້ຮັບການປັບປຸງ, ເສດຖະກິດໄດ້ຮັບການພັດທະນາຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາ ເຜົ່າໄດ້ຮັບການຍົກລະດັບດີຂຶ້ນ, ກຳລັງ ປກຊ-ປກສ ແຕ່ລະຂັ້ນໄດ້ຮັບການປັບປຸງໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ແລະ ໃນຕໍ່ໜ້ານີ້ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຊີ້ນຳຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ແຕ່ລະກົມກອງຈົ່ງສືບຕໍ່ນຳພາຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໃຫ້ເປັນຂະບວນກວ້າງຂວາງ, ສຶກສາອົບຮົມການ ເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານ, ປະຊາຊົນບັນດາເຜົ່າໃຫ້ຍົກສູງສະຕິລະວັງຕົວຕໍ່ກົນ ອຸບາຍທຳລາຍມ້າງເພຂອງສັດຕູ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນໃຫ້ເປັນປຶກແຜ່ນ ແລະ ສຸມທຸກກຳລັງຫັນລົງກໍ່ສ້າງຮາກຖານການເມືອງ, ສ້າງບ້ານ-ກຸ່ມບ້ານພັດທະນາຕິດແໜ້ນກັບການກໍ່ສ້າງກົມກອງຮາກຖານເຂັ້ມແຂງ-ໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານໃຫ້ນັບມື້ກວ້າງ ຂວາງເລິກເຊິ່ງ, ຮັບປະກັນໃຫ້ 6 ແຂວງພາກເໜືອມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພຢ່າງໜັກແໜ້ນ, ເພື່ອຮັບປະກັນໃຫ້ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະແຂວງດຳເນີນໄປດ້ວຍບັນຍາກາດທີ່ດີ ແລະ ສືບຕໍ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫລຸດລົງເທື່ອລະກ້າວ.

1 comment: