Ad

Ad

20 February 2017

ໄຟໄໝ້ຕະຫລາດຂາຍປິ້ງໄກ່ເຊໂນ ເສຍຫາຍສິບກວ່າຮ້ານ

          ນັກຂ່າວ ແຂວງສະຫວັນນເຂດ ໃຫ້ຮູ້ວ່າ: ເວລາປະມານ 5:30 ໂມງຂອງວັນທີ 19 ກຸມພານີ້, ໄດ້ເກີດເຫດການໄຟໄໝ້ຕະຫລາດຂາຍປິ້ງໄກ່ເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ, ສົ່ງຜົນໃຫ້ຮ້ານຂາຍປິ້ງໄກ່ເສຍຫາຍ 16 ຮ້ານ, ໃນຈຳນວນ 30 ກວ່າຮ້ານ, ມີມູນຄ່າເສຍຫາຍເບື້ອງຕົ້ນປະມານ 500 ລ້ານກີບ, ຕາມການລົງສືບສວນຂອງເຈົ້າໜ້າທີ່ຮູ້ວ່າ: ຕົ້ນເພີງແມ່ນເກີດຈາກຮ້ານນາງ ຂັນທະລີ ອາຍຸ 64 ປີ, ຢູ່ບ້ານໄຊອຸດົມ ເມືອງອຸທຸມພອນ, ຊຶ່ງຮ້ານດັ່ງກ່າວແມ່ນຕັ້ງໃຈກາງຂອງຮ້ານທັງໝົດ, ຈາກນັ້ນ ໄຟໄດ້ລາມອອກໄປທາງສອງຂ້າງຢ່າງໄວວາ, ໂດຍເຈົ້າໜ້າທີ່ໃຊ້ເວລາຊົ່ວໂມງກວ່າຈຶ່ງສາມາດດັບມອດໄຟໄວ້ໄດ້.

No comments:

Post a Comment