Ad

Ad

20 February 2017

ນຳສະເໜີເຄື່ອງພິມ ແລະ ເຄື່ອງສະແກນເນີລຸ້ນໃໝ່ຂອງ EPSON

ພິທີນຳສະເໜີຜະລິດຕະພັນໃໝ່ຫລ້າສຸດຂອງແອັບສັນ ( Epson )ໄດ້ມີຂຶ້ນ, ໃນວັນທີ 16 ກຸມພານີ້, ທີ່ນະຄອນຫຼວງວຽງຈັນ, ໂດຍບໍລິສັດໄມໂຄອິໂຟຂາອອກ-ຂາເຂົ້າຈຳກັດຜູ້ດຽວຮ່ວມກັບບໍລິສັດ Epson ປະເທດໄທ.
ຜູ້ຈັດການຝ່າຍພັດທະນາທຸລະກິດ  Epson ປະຈຳລາວກ່າວວ່າ:  Epson ເປັນຍີ່ຫໍ້ຊັ້ນນຳເລື່ອງເຕັກໂນໂລຊີເຄື່ອງພິມ ແລະ ເຄື່ອງສາຍໂປຣເຈັກເຕີ ແລະ ເປັນຍີ່ຫໍ້ຊັ້ນນຳຂອງຕະຫຼາດດ້ານເຄື່ອງພິມໃນລາວ ແລະ ຜະລິດຕະພັນໃໝ່ຫລ້າ
ສຸດຂອງ Epson ປະກອບມີ: ເຄື່ອງພິມ 6 ລຸ້ນ ແລະ ເຄື່ອງສະແກນເນີ 4 ລຸ້ນທີ່ໄດ້ນຳເຂົ້າຈຳໜ່ວຍໃນ ສປປ ລາວ, ຊຶ່ງແມ່ນເຄື່ອງພິມແບບ Multifunc tion ຖືກອອກແບບໃຫ້ເໝາະສົມກັບການໃຊ້ງານທຸກລະດັບ, ນັບແຕ່ຫົວໜ່ວຍທຸລະກິດ, ອົງກອນຂະໜາດນ້ອຍຫາໃຫຍ່, ມີຄວາມໄວໃນການພິມເພີ່ມຂຶ້ນຈາກຮຸ່ນເກົ່າເຖິງ 30% ແລະ ເພື່ອເປັນການຢັງຢືນເຖິງຄຸນນະພາບເຄື່ອງພິມທຸກລຸ່ນມີໄລຍະເວລາຮັບປະກັນ 2 ປີ, ພ້ອມກັບສູນບໍລິການຫຼັງການຂາຍທີ່ມີຄຸນນະພາບ, ສຳລັບເຄື່ອງສະແກນເນີ 4 ລຸ້ນໃໝ່ດັ່ງກ່າວ, ມີຄວາມທັນສະໄໝສາມາດພົບພາໄດ້, ສາມາດສະແກນແບບ wi-fi ໄດ້ ແລະ ພິເສດແມ່ນສາມາດສະແກນເຈ້ຍຂະໝາດ A4 ໄດ້ເຖິງ 4000 ໃບຕໍ່ມື້, ໂດຍເຄື່ອງສະແກນເນີລຸ້ນໃໝ່ທັງໝົດແມ່ນໄດ້ເພີ່ມປະສິດທີພາບໃນການເຮັດວຽກໄດ້ຫຼາຍ ແລະ ໄວຂື້ນ, ສາມາດສະແກນໄດ້ໄວຂຶ້ນເຖິງ 35% ຖ້າທຽບໃສ່ ເຄື່ອງລຸ້ນເກົ່າ.

ຜູ້ຈັດການຝ່າຍພັດທະນາທຸລະກິດ Epson  ປະຈຳລາວກ່າວວ່າ: ບໍລິສັດ  Epson ປະເທດໄທສ້າງຕັ້ງຂື້ນໃນເດືອນຕຸລາ  1990 ທີ່ກຸງເທບ (ປະເທດໄທ) ເພື່ອຜະລິດສິນຄ້າ ຍີ່ຫໍ້ Epson ໃນປະເທດໄທ  ແລະ ພູມິພາກອິນດູຈີນ, ຈາກການພັດະທາຜະລິດຕະພັນນັບມື້ໄດ້ຮັບຄວາມນິຍົມຫຼາຍຂຶ້ນຊຶ່ງມາຮອດປີ 2016 Epson ມີຍອດຂາຍເຄື່ອງພິມຫຼາຍກວ່າ 15 ລ້ານເຄື່ອງ.

No comments:

Post a Comment