Ad

Ad

20 February 2017

ລັດຖະມົນຕີກະຊວງສາທາລະນະສຸກອອກແຈ້ງການໃຫ້ເພີ່ມທະວີສະກັດກັ້ນພະຍາດໄຂ້ເລືອດອອກໃຫ້ມີຜົນ

ຕາມການລາຍງານຂອງຫ່ວຍເຝົ້າລະວັງການລະບາດຂອງພະຍາດໃຫ້ຮູ້ວ່າ: ປັດຈຸບັນການ ແຜ່ລະບາດຂອງພະຍາດໄຂ້ເລືອດອອກມີທ່າອ່ຽງເພີ່ມຂຶ້ນຫຼາຍຄື: ໂດຍສະເພາະແມ່ນຢູ່ນະຄອນ ຫລວງວຽງຈັນ, ຈຳປາສັກ, ສະຫວັນນະເຂດ ແລະ ແຂວງອັດຕະປີ. ສະນັ້ນ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວໃຫ້ມີປະສິດທິຜົນສູງ ແລະ ຮັບປະກັນບໍ່ໃຫ້ມີການລະບາດໃຫຍ່ຄືປີ 2013 ຜ່ານມາ,ດັ່ງນັ້ນລັດຖະມົນຕີກະຊວງສາທາລະນະສຸກອອກຄຳສັ່ງສະບັບເລກທີ 0269/ສທ ລົງວັນທີ 10 ກຸມພາ 2017 ເຖິງຫົວໜ້າພະແນກສາທາລະນະສຸກແຂວງ ແລະ ນະຄອນຫຼວງຈົ່ງເອົາໃຈໃສ່ດັ່ງນີ້:

1. ໃຫ້ບັນດາຫົວໜ້າພະແນກສາທາລະນະສຸກແຂວງ ແລະ ພະແນກສາທາລະນະສຸກ ນະ ຄອນຫລວງວຽງຈັນເອົາໃຈໃສ່ໃນການຂື້ນແຜນການປ້ອງກັນການລະບາດຂອງ  ພະຍາດໄຂ້ຍຸງລາຍພາຍໃນແຂວງຂອງຕົນ, ສູ້ຊົນບໍ່ໃຫ້ມີການເກີດລະບາດໃຫຍ່ຄືປີ 2013 ທີ່ຜ່ານມາ.
2. ໃຫ້ເອົາໃຈໃສ່ຂອດການປະສານງານພາຍໃນພະແນກສາທາລະນະສຸກແຂວງໃຫ້ດີໂດຍສະເພາະແມ່ນຂະແໜງລະບາດວິທະຍາ, ຂະແໜງໄຂ້ຍຸງ, ຂະແໜງສຸຂະສຶກສາ, ໂຮງໝໍແຂວງ ແລະ ພາກສ່ວນອື່ນໆ. ມີການປຶກສາຫາລື, ແລກປ່ຽນຂ້ໍມູນຂ່າວສານກ່ຽວກັບສະຖານທີ່ມີລາຍງານກໍລະນີໄຂ້ຍຸງລາຍ.
3. ໃຫ້ເອົາໃຈໃສ່ທຳລາຍແຫຼ່ງເພາະພັນຂອງຍຸງລາຍ, ສຳຫລວດ ແລະ ລາຍງານຄວາມໜາແໜ້ນຂອງໜອນນ້ຳຍຸງລາຍ ແລະ ມີມາດຕະການໃນການປະຕິບັດກິດຈະກຳຕ່າງໆໃນການຄວບຄຸມໄຂ້ຍຸງລາຍ, ພ້ອມທັງລາຍງານສະພາບພະຍາດທີ່ເກີດຂຶ້ນ, ໃຫ້ກົມຄວບຄຸມພະຍາດຕິດຕໍ່ ແລະ ໃຫ້ພາກສ່ວນທີ່ກ່ຽວຂ້ອງອື່ນໆຊາບວ່າ: ສະພາບຂອງພະຍາດມີການຫລຸດລົງ ຫລື ເພີ່ມຂຶ້ນພາຍຫລັງທີ່ມີມາດຕະການຕອບໂຕ້.
4. ໃຫ້ເອົາໃຈໃສ່ລາຍງານຂໍ້ມູນ ແລະ ຂໍທິດຊີ້ນຳຢ່າງເປັນປະຈຳຈາກອຳນາດການປົກ ຄອງຂັ້ນແຂວງກ່ຽວກັບຈຳນວນກໍລະນີໄຂ້ຍຸງລາຍທີ່ເກີດຂຶ້ນພາຍໃນແຂວງຂອງຕົນ ແລະ ຂໍໃຫ້ເອົາວຽກງານປ້ອງກັນໄຂ້ຍຸງລາຍເຂົ້າເປັນບູລິມະສິດໃນການຈັດຕັ້ງປະຕິບັດວຽກງານເພື່ອປຸກລະດົມປະຊາຊົນໃຫ້ມີສ່ວນຮ່ວມໃນການປະຕິບັດວຽກງານ 5 ປ ເຊັ່ນ: 1. ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂໃສ່. 2. ປ່ຽນນ້ຳ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ໂຖນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ, 3. ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳ; 4. ປັບປຸງບໍ່ໃຫ້ມີນ້ຳຂັງກະໂປະ, ກະປ້ອງຮາງລິນ ແລະ ຢາງຕິນລົດເກົ່າ, 5. ປະຕິບັດເປັນປະຈຳທຸກໆອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍສຸກສາລາໃກ້ບ້ານທ່ານຢ່າງກວ້າງຂວາງ ແລະ ທົ່ວເຖິງພາຍໃນແຂວງ ແລະ ນະ ຄອນຫລວງວຽງຈັນ.
5. ໃຫ້ສົມທົບພະແນກຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວຂອງແຂວງນະຄອນ ຫລວງວຽງຈັນ ແລະ ຂະແໜງການທີ່ກ່ຽວຂ້ອງອື່ນໆໃນການໂຄສະນາສຸຂະສຶກສາ ແລະ ປຸກລະດົມຊຸມຊົນ, ທັງພາກລັດ ແລະ ເອກະຊົນເອົາໃຈໃສ່ປະຕິບັດຄຳຂວັນ 5 ປ  ໃກ້ກາຍເປັນໜ້າທີ່ຂອງໝົດທຸກຄົນໃນທົ່ວສັງຄົມ,ໂດຍສະເພາະຢູ່ບັນດາໂຮງຈັກ, ໂຮງງານ, ບໍລິສັດຫ້າງຮ້ານ, ໂຮງຮຽນສາມັນສຶກສາ ແລະ ວິຊາຊີບຕ່າງໆພາຍໃນແຂວງ ແລະ ນະຄອນຫລວງວຽງຈັນ ໃຫ້ເປັນຂະບວນຟົດຟື້ນໃນທຸກໆອາທິດ.
6.ມອບໃຫ້ພະແນກສາທາລະນະສຸກແຂວງ, ກວດກາຄືນໜ່ວຍງານຕອບໂຕ້ຂອງແຂວງ, ທິມງານພົ່ນຢາຂ້າຍຸງ, ທິມງານປິ່ນປົວຄຸ້ມຄອງກໍລະນີຂັ້ນແຂວງຂັ້ນເມືອງ ແລະ ສຸກສາລາ, ເມື່ອເຫັນວ່າໜ່ວຍງານໃດໜຶ່ງ. ມີຄວາມຈຳເປັນຕ້ອງໄດ້ປັບປຸງແກ້ໄຂບັນຫາທີ່ເກີດຂື້ນໃຫ້ຮັບປະກັນ ແລະ ຫລີກລ້ຽງການເສຍຊີວິດທີ່ບໍ່ສົມເຫດສົມຜົນ ແລະ ໃຫ້ມີການປິ່ນປົວຊະຊາຍຢູ່ຊຸມຊົນເຊິ່ງອາດຈະພາໃຫ້ມີການເສຍຊີວິດໄດ້.

7. ມອບໃຫ້ຫ້ອງການກະຊວງສາທາລະນະສຸກ,ກົມຄວບຄຸມພະຍາດຕິດຕໍ່, ກົມປິ່ນປົວ ແລະ ສູນຕ່າງໆທີ່ກ່ຽວຂ້ອງຢູ່ຂັ້ນສູນກາງເປັນເຈົ້າການຜົວພັນປະສານງານກັບບັນດາແຂວງ ແລະ ນະ ຄອນຫລວງໃນການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ດ້ວຍຄວາມຮັບຜິດຊອບສູງພ້ອມທັງຕິດຕາມກວດກາປະເມີນຜົນ ແລະ ສະຫລຸບລາຍງານໃຫ້ການນຳກະຊວງສາທາລະນະສຸກຢ່າງເປັນປົກກະຕິປະຈຳອາທິດ, ເດືອນ ແລະ ໄຕມາດ.

No comments:

Post a Comment