Ad

Ad

20 February 2017

ກອງປະຊຸມຄັ້ງທີ 7 ຂອງໜ່ວຍງານດ້ານສິດທິມະນຸດລະຫວ່າງລາວ ແລະ ສະຫະພາບເອີຣົບ

  ກອງປະຊຸມຄັ້ງທີ 7 ຂອງໜ່ວຍງານບໍ່ເປັນທາງການດ້ານສິດທິມະນຸດ ແລະ ການປົກຄອງລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ, ໄດ້ຈັດຂຶ້ນໃນວັນທີ 16 ກຸມພານີ້ທີ່ນະຄອນຫລວງວຽງຈັນ, ຝ່າຍລາວນຳໂດຍທ່ານ ພູໂຂງ ສີສຸລາດ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍກະຊວງການຕ່າງປະເທດ ແລະ ຝ່າຍສະຫະພາບເອີຣົບນຳໂດຍທ່ານ ເດວິດ ດາລີ ຫົວໜ້າຮັບຜິດຊອບອາຊີຕາເວັນອອກສຽງໃຕ້ສຳນັກງານພົວພັນຕ່າງປະເທດຂອງສະຫະພາບເອີຣົບ.
             ກອງປະຊຸມດັ່ງກ່າວແມ່ນເວທີສົນທະນາເພື່ອແລກປ່ຽນທັດສະນະ ແລະ ພາກປະຕິບັດກ່ຽວກັບ
ການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ແລະ ວຽກງານການປົກຄອງ, ໂດຍມີຈຸດປະສົງເພື່ອສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນບົນພື້ນຖານຄວາມສະເໝີພາບ ແລະ ເຄົາລົບອຳນາດອະທິປະໄຕຂອງລັດ, ປະກອບສ່ວນເພີ່ມທະວີການພົວພັນ ແລະ ການຮ່ວມມືລະຫວ່າງລາວ ແລະ ສະຫະພາບເອີຣົບໃຫ້ກວ້າງຂວາງຍິ່ງຂຶ້ນ.

           ໃນກອງປະຊຸມ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດສິດທິມະນຸດຢູ່ລາວ ແລະ ສະຫະພາບເອີຣົບ, ການປະຕິບັດຂໍ້ສະເໜີແນະພາຍໃຕ້ບົດລາຍງານການທົບທວນປະຈຳໄລຍະ (UPR), ການຄຸ້ມຄອງລັດດ້ວຍກົດໝາຍ, ການຮ່ວມມືດ້ານສິດທິມະນຸດໃນລະ ດັບພາກພື້ນ ແລະ ສາກົນ, ເສລີພາບໃນການສະແດງຄວາມຄິດເຫັນ ແລະ ສື່ມວນຊົນ, ອົງການຈັດ ຕັ້ງທາງສັງຄົມ, ເສລີພາບດ້ານສາສະໜາ, ສິດທິຂອງຊົນເຜົ່າ, ແມ່ຍິງ, ເດັກນ້ອຍ ແລະ ຄົນພິການ, ສິດ ທິດ້ານແຮງງານ, ການປົກປ້ອງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ສິດທິດ້ານທີ່ດິນ, ການຫລຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ, ຜົນສຳເລັດການເປັນປະທານອາຊຽນ ແລະ ການເປັນປະ ທານຄະນະກຳມາທິການລະຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດ ໃນປີ 2016 ແລະ ຈາກການສົນທະນາຄັ້ງນີ້, ຝ່າຍສະຫະພາບເອີຣົບໄດ້ມີຄວາມເຂົ້າໃຈດີຂຶ້ນກ່ຽວກັບນະໂຍບາຍ, ກົດໝາຍ ແລະ ຄວາມຄືບໜ້າຂອງ ສປປ ລາວໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ແລະ ສິດທິພື້ນຖານຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ລັດຖະທຳມະນູນ, ກົດໝາຍ ແລະ ສົນທິສັນຍາທີ່ ສປປ ລາວ ເປັນພາຄີ.

No comments:

Post a Comment