Ad

Ad

9 February 2017

ນາຍົກລັດຖະມົນຕີເຂົ້າຢ້ຽມຂ່ຳນັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

          ໃນວັນທີ 7 ກຸມພານີ້ທີ່ນະຄອນຫລວງຮ່າໂນຍ, ສະຫາຍ ທອງລຸນ ສີສຸລິດນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, ໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ຫງວຽນຝູຈ້ອງເລຂາທິການ ໃຫຍ່ພັກກອມ ມູນິດຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມມືທະວິພາຄີລະຫວ່າງ ລັດຖະ ບານລາວ ແລະ ສສ ຫວຽດນາມຄັ້ງທີ 39 ປະຈຳປີ 2017 ຈັດຂຶ້ນໃນວັນທີ 8 ກຸມພານີ້ທີ່ນະຄອນ ຫລວງຮ່າໂນ້ຍ.
          ໃນໂອກາດຕ້ອນຮັບອັນອົບອຸ່ນດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ນຳເອົາຄຳຢື້ຢາມ ຖາມຂ່າວ ແລະ ອວຍພອນປີໃໝ່ຈາກ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິ
ການໃຫຍ່, ປະທານ ປະເທດເຖິງ ສະຫາຍ ເລຂາທິການໃຫຍ່ ຫງວຽນຝູຈ້ອງ, ໄດ້ສະແດງຄວາມຍິນດີຕໍ່ຜົນງານທີ່ປະຊາຊົນຫວຽດນາມ ຍາດມາໄດ້ໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ: ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມຈະສືບຕໍ່ຍາດໄດ້ຜົນງານທີ່ໃຫຍ່ຫລວງກວ່າເກົ່າໃນພາລະກິດການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດຫວຽດນາມວາງອອກປະສົບຜົນສຳເລັດ, ສະແດງຂອບອົກຂອບໃຈຕໍ່ການສະໜັບສະໜູນ, ຊ່ວຍເຫລືອຢ່າງທັນການຂອງຫວຽດນາມໃນເມື່ອກ່ອນ ກໍຄືປັດຈຸບັນ, ອັນໄດ້ປະກອບສ່ວນກະຕຸກຊຸກຍູ້ບັນດາຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງຈັດຕັ້ງປະຕິ ບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດຖະບານຢ່າງມີຜົນສຳເລັດ ແລະ ກອງປະຊຸມຄະນະກຳມາທິການຮ່ວມມືທະວິພາຄີລະຫວ່າງລັດຖະບານສອງປະເທດຄັ້ງນີ້ຍິ່ງຈະເຮັດໃຫ້ຄວາມສຳພັນຮ່ວມມືທາງດ້ານເສດຖະກິດ-ສັງຄົມລະຫວ່າງສອງປະເທດນັບມື້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

            ຂະນະດຽວກັນ, ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະແດງຄວາມຍິນດີ ແລະ ຕີລາ ຄາສູງຕໍ່ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມສຳຄັນນີ້, ສະຫາຍເລຂາທິການ ໃຫຍ່ ຫງວຽນຝູຈ້ອງ ກ່າວວ່າ: ຫວຽດນາມຈະໃຫ້ການສະໜັບສະໜູນຢ່າງຮອບດ້ານຕໍ່ພາລະກິດການ ປ່ຽນແປງໃໝ່, ການປົກປັກຮັກສາ ແລະ ສ້າງສາປະເທດຊາດລາວ ແລະ ເຊື່ອໝັ້ນວ່າ: ພາຍໃຕ້ການ ນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວຈະຍາດໄດ້ຜົນງານທີ່ໃຫຍ່ຫລວງກວ່າ ເກົ່າໃນ ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ແລະ ສະແດງຄວາມ ຍິນດີທີ່ເຫັນວ່າຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ນັບມື້ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ຕົວຈິງ, ເປັນການປະກອບສ່ວນສຳຄັນເຂົ້າໃນການປົກປັກ ຮັກສາ ແລະ ສ້າງສາປະເທດຊາດຂອງແຕ່ລະປະເທດ.

No comments:

Post a Comment