Ad

Ad

9 February 2017

ຮອງລັດຖະມົນຕີກະຊວງການເງິນຊີ້ນໍາວິທີການແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ

ໃນວັນທີ 6 ກຸມພານີ້, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ, ໄດ້ເຂົ້າ ຮ່ວມກອງປະຊຸມປຶກສາຫາລືວິທີການແກ້ໄຂພາຫະນະນຳເຂົ້າບໍ່ຖືກຕ້ອງ, ຕາມແຈ້ງການ 142/ຫສນຍ ລົງວັນທີ 25 ມັງກອນຜ່ານມານີ້, ຊຶ່ງມີລາຍລະອຽດດັ່ງນີ້: ສຳລັບບັນຊີພາຫະນະຄ້າງສາງ ແຕ່ປີ 2012-2015 ມີ 100 ກວ່າຄັນ, ສ່ວນລາຍລະອຽດຂອງປະເພດລົດແມ່ນໃຫ້ບຸກຄົນ ຫລື ບັນດາບໍລິສັດຕ່າງໆປະສານກັບຄະນະຮັບຜິດຊອບວຽກງານລົງກວດກາເບິ່ງຕົວຈິງຢູ່ສາງສິນຄ້າຜ່ານແດນ (C-Y).


ສະນັ້ນ ຈຶ່ງຮຽກຮ້ອງເຖິງເຈົ້າຂອງລົດ, ບັນດາບໍລິສັດທີ່ນຳເຂົ້າພາຫະນະດັ່ງກ່າວ, ຊຶ່ງມີລົດ ທີ່ກາຍ ກຳນົດເວລາທີ່ກົດໝາຍພາສີກຳນົດໄວ້ ແຕ່ປີ 2012-2015 ແລະ ແຕ່ວັນທີ 1 ມັງກອນ - 31 ສິງຫາ 2016, ຊຶ່ງກາຍກຳນົດເປັນເວລາ 4 ເດືອນ, ໃຫ້ຮີບຮ້ອນເຂົ້າມາພົວພັນ ແລະ ດຳເນີນການ ແກ້ໄຂຕາມ   ແຈ້ງການດັ່ງກ່າວ ຕາມແຕ່ລະກໍລະນີທີ່ນຳເຂົ້າໃຫ້ຖືກຕ້ອງ ແລະ ທັນຕາມກຳນົດເວລາທີ່ກຳນົດໄວ້.

No comments:

Post a Comment