Ad

Ad

9 February 2017

ໜຶ່ງປີຜ່ານມາລາຍຮັບລາວໂທລະຄົມເພີ່ມຂຶ້ນ 9%

ວັນທີ 8 ກຸມພານີ້, ລັດວິສາຫະກິດລາວໂທລະຄົມໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2016 ແລະ ວາງທິດທາງແຜນການປີ 2017 ຂຶ້ນທີ່ສຳນັກງານຂອງຕົນ, ໃນນະຄອນຫຼວງວຽງຈັນ, ໂດຍການຂອງຮ່ວມຂອງທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ.
ທ່ານ ຖາວອນ ສົມສະກຸນ ອຳນວຍການໃຫຍ່ລາວໂທລະຄົມກ່າວຕໍ່ທີ່ປະຊຸມວ່າ: ໃນໄລຍະໜຶ່ງ ປີຜ່ານມາລາວໂທລະຄົນສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ, ພົ້ນເດັ່ນ
ແມ່ນໄດ້ໄດ້ລົງທຶນຫຼາຍກວ່າ 44 ລ້ານໂດລາສະຫະລັດ ເພື່ອຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມຂອງຕົນ, ໃນນັ້ນມີລະບົບໂທລະສັບມືຖື 39,9 ລ້ານໂດລາສະຫະລັດ, ລະບົບສາຍສົ່ງ 1,7 ລ້ານໂດລາສະຫະລັດ, ດ້ານອິນເຕີເນັດ ແລະ ອື່ນໆ 2,7 ລ້ານໂດລາສະຫະລັດ, ທັງໝົດເຫລົ່ານັ້ນມັນໄດ້ກາຍເປັນປັດໄຈຫລັກຊ່ວຍໃຫ້ລາວໂທລະຄົມສາມາດຂະຫຍາຍລູກຄ້າໃໝ່ ແລະ ຮັກສາຈຳນວນລູກຄ້າເກົ່າໄວ້ໄດ້, ມາຮອດປັດຈຸບັນມີລູກຄ້າໃຊ້ ໂທລະສັບມືຖືໃນລະບົບຈຳນວນ 1.524.409 ເລກໝາຍ, ໂທລະສັບຕັ້ງໂຕະ 40.899 ເລກໝາຍ, ໂທ ລະສັບວິນໂຟນ 532.316 ເລກ  ໝາຍ ແລະ ອິນເຕີເນັດ 895.972 ລູກຄ້າ, ໃນປີ 2016 ຜ່ານມາສາ ມາດສ້າງລາຍຮັບໄດ້ຫຼາຍກວ່າ 1.810 ຕື້ກີບ, ເພີ່ມຂຶ້ນ 9 %ຈາກປີ 2015 , ໃນນັ້ນມີກຳໄລສຸດທິ 365 ຕື້ກີບ, ສາມາດປະ ຕິບັດພັນທະໃຫ້ລັດຖະບານໄດ້ 498,88 ຕື້ກີບ, ກວມເອົາ ອັດຕາສ່ວນ 32,8% ຂອງ ລາຍຮັບທີ່ລາວໂທລະຄົມປະຕິບັດໄດ້ໃນປີ 2016, ນອກຈາກນັ້ນຍັງໄດ້ປັບປຸງນະໂຍບາຍສະຫວັດດີ  ການສັງຄົມຕ່າງໆເພື່ອຍົກສູງລະດັບຊີວິດການເປັນຢູ່ຂອງພະນັກງານໃຫ້ດີຂຶ້ນເລື້ອຍໆ ແລະ ໄດ້ປະ ກອບສ່ວນຊ່ວຍເຫລືອວຽກງານສະຫວັດດີການສັງຄົມຕ່າງໆມີມູນຄ່າສູງເຖິງ 4 ຕື້ກວ່າກີບ.


ຜູ້ອຳນວຍການໃຫຍ່ລາວໂທລະຄົມກ່າວວ່າ: ສຳລັບແຜນການປີ 2017 ນີ້, ລາວໂທລະຄົມ ຈະສູ້ຊົນສ້າງຖານລູກຄ້າໃຫ້ໄດ້ 3,2 ລ້ານເລກໝາຍ ແລະ ສ້າງລາຍຮັບໃຫ້ໄດ້ທັງໝົດ 1.960 ກວ່າ ຕື້ກີບ, ທຽບໃສ່ປີ 2016 ເພີ່ມຂຶ້ນ 9% ຄາດຄະເນກຳໄລສຸດທິໃຫ້ເພີ່ມຂຶ້ນ 15,7% ແລະ ຄາດວ່າຈະ ສາມາດມອບພັນທະໃຫ້ລັດຖະບານໄດ້ຫຼາຍກວ່າ 542  ຕື້ກີບ, ກວມເອົາຫລາຍກວ່າ 32% ຂອງລາຍ ຮັບທັງໝົດ ແລະ ໄດ້ລົງທຶນຕື່ມອີກ 53,7 ລ້ານໂດລາສະຫະລັດເພື່ອສຶບຕໍ່ປັບປຸງ ແລະ ຂະຫຍາຍຕາ ໜ່າງລະບົບໂທລະຄົມຂອງຕົນໃຫ້ຮັບປະກັນ ແລະ ມີຄຸນນະພາບ, ເປັນລະບົບທີ່ທັນສະໄໝສາມາດ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ເປັນຢ່ງດີ.

No comments:

Post a Comment