Ad

Ad

9 February 2017

ລາວເລີ່ມຜະລິດພະລັງງານສະອາດສະໜອງສັງຄົມ

ພາບປະກອບ
           ນັບວ່າເປັນບາດກ້າວໃໝ່ຂອງຂະແໜງພະລັງງານຂອງລາວ, ພາຍຫລັງສໍາເລັດໂຄງການກໍ່ສ້າງ ໂຮງງານຜະລິດພະລັງງານໄຟຟ້າຈາກແສງຕາເວັນທີ່ມີກໍາລັງຕິດຕັ້ງ 3 ເມກາວັດ, ຊຶ່ງຕັ້ງຢູ່ບ້ານຈັນສະ ຫວ່າງ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ.
            ທ່ານນາງ ລັດຕະນະ ປະທຸມວັນ ປະທານສະພາບໍລິຫານບໍລິສັດ ອີດີແອວ-ເຈັນ ໂຊລາ ພາວເວີ້ (EDL-GEN Solar Power) ໃຫ້ຮູ້ວ່າ: ໂຮງງານຜະລິດໄຟຟ້າຈາກແສງຕາເວັນແຫ່ງທໍາອິດນີ້ເປັນ
ນະວັດຕະກໍາທາງດ້ານເຕັກໂນໂລຊີເພື່ອພັດທະນາພະລັງງານທົດແທນທີ່ສະອາດ ແລະ ເປັນມິດກັບສິ່ງ ແວດລ້ອມ, ເລີ່ມລົງມືກໍ່ສ້າງມາແຕ່ປີ 2015 ມີມູນຄ່າຫລາຍກວ່າ 3,4 ລ້ານໂດລາສະຫະລັດ, ໂດຍການ    ຮ່ວມທຶນລະຫວ່າງບໍລິສັດຜະລິດໄຟຟ້າລາວມະຫາຊົນຖືຮຸ້ນ 60% ແລະ ບໍລິສັດພັດທະນາ   ພະລັງງານ ບໍລິສຸດຈຳກັດຜູ້ດຽວຖືຮຸ້ນ 40%, ຊຶ່ງນໍາໃຊ້ເນື້ອທີ່ເພື່ອຜະລິດກະແສໄຟຈໍານວນ 6 ເຮັກຕາ ແລະ ກະແສ  ໄຟຟ້າທີ່ຜະລິດໄດ້ທັງໝົດແມ່ນສົ່ງເຂົ້າສູ່ລະບົບຕາຂ່າຍຂອງລັດວິສາຫະກິດໄຟຟ້າລາວຕາມສັນຍາຊື້-ຂາຍໃນລະດັບແຮງດັນ 22 ກິໂລວັດ ແລະ ຄາດວ່າຈະເພີ່ມກຳລັງການຕິດຕັ້ງຂຶ້ນເປັນ 10 ເມກາວັດໃນ ອນາຄົດອັນໃກ້ໆນີ້.
  ປັດຈຸບັນຢູ່ລາວມີແຫລ່ງຜະລິດພະລັງງານໄຟຟ້າທີ່ສເລັດແລ້ວຈຳນວນ 43 ແຫ່ງ, ມີກຳລັງຕິດ ຕັ້ງຫລາຍກວ່າ 6.300 ເມກາວັດ, ສາມາດຜະລິດພະລັງງານໄດ້ປະມານ 33 ພັນລ້ານກິໂລວັດໂມງ, ມີລະບົບສາຍສົ່ງຍາວ 55 ພັນ ກວ່າກິໂລແມັດ, ມີສະຖານີໄຟຟ້າ 55 ແຫ່ງ, ອັນໄດ້ຊ່ວຍໃຫ້ຈຳນວນ ບ້ານປະຊາຊົນທີ່ໄດ້ຊົມໃຊ້ໄຟຟ້າກວມຫລາຍກວ່າ 86% ຂອງບ້ານທົ່ວປະເທດ ແລະ ຄາດວ່າຮອດປີ 2025 ລັດຖະບານລາວຈະຊຸກຍູ້ສົ່ງເສີມໃຫ້ການຊົມໃຊ້ພະລັງງານທົດແທນກວມຫລາຍກວ່າ 30% ຂອງພະລັງງານທັງໝົດ. ໃນນັ້ນພະລັງງານຈາກແສງຕາເວັນຄາດວ່າຈະມີປະມານ 144 ເມກາວັດ.

          ພິທີເປີດໂຮງງານດັ່ງກ່າວມີຂຶ້ນໃນວັນທີ 7 ກຸມພານີ້, ໂດຍມີທ່ານ ຄຳມະນີ ອິນທິລາດ ລັດຖະ ມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

No comments:

Post a Comment