ດັ່ງພວກເຮົາຮູ້ນໍາກັນແລ້ວວ່າ: ນະຄອນຫລວງວຽງຈັນ, ແມ່ນສູນກາງທາງດ້ານການເມືອງ, ເສດຖະກິດ ແລະ
ວັດທະນາທໍາຂອງປະເທດມີປະຊາກອນອາໄສຢູ່ຢ່າງໜາແໜ້ນ, ຕາມການລາຍງານ
ຂອງອົງການປົກຄອງນະຄອນຫລວງຮູ້ວ່າ: ປັດຈຸບັນນະຄອນຫລວງ ວຽງຈັນມີປະຊາ ກອນອາໄສຢູ່ ເກືອບລ້ານຄົນ ແລະ ອາດເພີ່ມຂຶ້ນເລື້ອຍໆ, ເນື່ອງຈາກປັດໃຈການຂະຫຍາຍຕົວທາງດ້ານເສດຖະ
ກິດ-ສັງຄົມ, ກໍຄືການເພີ່ມຂຶ້ນຂອງໂຮງຈັກ-ໂຮງງານ, ຫົວໜ່ວຍການຜະລິດຕ່າງໆທີ່ເປັນ
ສິ່ງດຶງດູດ ນັກ
ທຸລະກິດ,
ນັກລົງທຶນ ລວມເຖິງກໍາລັງແຮງງານຈາກທ້ອງຖິ່ນ ແລະ ຕ່າງປະເທດເຂົ້າມາອາໃສ
ແລະ ເຮັດວຽກທໍາມາຫາກິນໃນຕົວເມືອງນັບມື້ຫລາຍຂື້ນ. ຈາກບັນຫາດັ່ງກ່າວຈຶ່ງເຮັດໃຫ້ສະພາບແວດລ້ອມ
ແລະ ສັງຄົມໃນຕົວເມືອງມີການປ່ຽນແປງໄປຢ່າງວ່ອງໄວ, ໃນບໍ່ເທົ່າໃດປີມານີ້ມີຕຶກອາຄານເກີດຂຶ້ນ
ຫລາຍ, ທົ່ງໄຮ່ທົ່ງນາ ແລະ
ທີ່ດິນກະສິກໍາຖືກຫັນປ່ຽນເປັນດິນປຸກສ້າງ ແລະ ສະພາບການສັນ ຈອນຂອງຍວດຍານພາຫະນະບົນທ້ອງຖະໜົນມີຄວາມແອອັດສັບສົນຫລາຍຂຶ້ນ.
ຕາມຂໍ້ມູນຈາກກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ພະແນກໂຍທາທິການ ແລະ ຂົນສົ່ງ
ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປີ 2016 ມີລົດມາຂຶ້ນທະບຽນຫລາຍກວ່າ 70 ພັນຄັນ, ຖ້າຄິດໄລ່ ສະເລ່ຍແມ່ນຈະມີປະມານ 5 ພັນກວ່າຄັນຕໍ່ເດືອນ, ໃນນັ້ນລົດຈັກກວມປະມານ 60%, ຊຶ່ງເຫັນວ່າເປັນ ຕົວເລກທີ່ສູງສົມຄວນ
ແລະ ຖ້າເບິ່ງໃນແງ່ດີກໍອາດແມ່ນຍ້ອນເສດຖະກິດຂອງປະເທດມີການຂະ ຫຍາຍ ຕົວ, ປະຊາຊົນຮັ່ງມີຂຶ້ນ, ແຕ່ກົງກັນຂ້າມຖ້າພື້ນຖານໂຄງລ່າງເປັນຕົ້ນ:
ຖະໜົນຫົນທາງຍັງບໍ່ໄດ້ຮັບ ການກໍ່ສ້າງ, ປັບປຸງ, ຂະຫຍັບຂະຫຍາຍໃຫ້ກວ້າງຂວາງແລ້ວກໍຈະເຮັດໃຫ້ເກີດຜົນສະທ້ອນຫລາຍດ້ານ ຕາມມາ
ເຊັ່ນ: ສະພາບການສັນຈອນແອອັດສັບສົນ ແລະ ອຸປະຕິເຫດເພີ່ມຂຶ້ນ, ເຊິ່ງຜູ້ໃຊ້ລົດໃຊ້ຖະໜົນໃນ ຕົວເມືອງກໍຮັບຮູ້ດີວ່າການສັນຈອນໃນຊົ່ວໂມງເລັ່ງດ່ວນຄື:
ແຕ່ 7:00-9:00 ໂມງ, 11:00-13:30 ໂມງ ແລະ 16:00-18:00
ໂມງໃນເສັ້ນທາງສາຍສໍາຄັນເຊັ່ນ: ເສັ້ນທາງນັບແຕ່ວົງວຽນດອນໜູນມາ ຮອດສີ່ແຍກໄຟອໍານາດດົງໂດກ-ໂພນເຄັງ-ໂພນສະອາດແມ່ນມີລົດຕິດເປັນສາຍຍາວຢຽດ
ແລະ ເສັ້ນ ທາງລ້ານຊ້າງ, ສຸພານຸວົງ, ເສດຖາທິລາດ,
ສາມແສນໄທ ແລະ ສາຍທາງອື່ນໆກໍມີສະພາບການສັນຈອນ ແອອັດເຊັ່ນກັນ.
ຂະນະດຽວກັນການຈັດສັນສະຖານທີ່ບໍລິການຈອດລົດທີ່ບໍ່ເໝາະສົມລວມເຖິງບັນຫາ ການຈອດລົດຊະຊາຍຂອງນັກຂັບຂີ່ຈໍານວນໜຶ່ງກໍເປັນສາເຫດຕົ້ນຕໍພາໃຫ້ເກີດສະພາບການສັນຈອນ
ແອອັດສັບສົນ
ແລະ ເກີດອຸປະຕິເຫດໄດ້ງ່າຍ. ດັ່ງນັ້ນຖ້າຫາກນະຄອນຫລວງວຽງຈັນຍັງບໍ່ມີແຜນຮອງ ຮັບແລ້ວໃນອານາຄົດຍິ່ງຈະເຮັດໃຫ້ສະພາບການສັນຈອນໃນຕົວເມືອງເປັນອໍາມະພາດໜັກໜ່ວງກວ່າເກົ່າ.
ແຕ່ແນວໃດກໍຕາມຍັງມີຂ່າວດີວ່ານະຄອນຫລວງວຽງຈັນພວມຂຶ້ນແຜນກໍ່ສ້າງທາງດ່ວນຄູ່ຂະໜານ
ຖະໜົນໄກສອນ
ພົມວິຫານ ນັບແຕ່ສູນການຄ້າລາວ-ໄອເຕັກຫາບ້ານດົງໝາກຄາຍ, ທີ່ມີຂະໜາດກວ້າງ
70 ແມັດ ແລະ ຍາວກວ່າ 14 ກິໂລແມັດ, ຊຶ່ງໂຄງການດັ່ງກ່າວກໍແມ່ນໄດ້ຮັບການເຫັນດີໃນກອງປະ ຊຸມສະໄໝສາມັນເທື່ອທີ 2
ຂອງສະພາປະຊາຊົນນະຄອນຫລວງວຽງຈັນຊຸດທີ I ເມື່ອບໍ່ດົນນີ້,
ເພື່ອແນ່ໃສ່ ແກ້ໄຂບັນຫາການສັນຈອນແອອັດໃນຕົວເມືອງ ແລະ ຊານເມືອງໃນຕໍ່ໜ້າ.
ມີວິທີດຽວຕ້ອງຍ້າຍນະຄອນຫຼວງເທົ່ານັ້ນ ອາດຈະຍ້າຍສຳນັກງານຕ່າງໆອອກໄປຢູ່ແຖວຫຼັກ21ຫາບ້ານພ້າວແຕ່ຕ້ອງອອກແບບຕົວເມືອງກ່ອນ ແລະ ສະຫງວນທາງກ່ອນບໍ່ດັ່ງນັ້ນກໍ່ຈະຄືເກົ່າ. ຕົວຢ່າງປະເທດຍີ່ປຸ່ນເອງກໍ່ຍັງເຄີຍຍຍ້າຍເມືອງຫຼຫຼວງເຊັ່ນກັນ
ReplyDelete