Ad

Ad

9 February 2017

ຈະແກ້ໄຂການສັນຈອນແອອັດໃນຕົວເມືອງແນວໃດດີ

  ດັ່ງພວກເຮົາຮູ້ນໍາກັນແລ້ວວ່າ: ນະຄອນຫລວງວຽງຈັນ, ແມ່ນສູນກາງທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນາທໍາຂອງປະເທດມີປະຊາກອນອາໄສຢູ່ຢ່າງໜາແໜ້ນ, ຕາມການລາຍງານ ຂອງອົງການປົກຄອງນະຄອນຫລວງຮູ້ວ່າ: ປັດຈຸບັນນະຄອນຫລວງ ວຽງຈັນມີປະຊາ ກອນອາ​ໄສຢູ່ ເກືອບລ້ານຄົນ ແລະ ອາດເພີ່ມຂຶ້ນເລື້ອຍໆ, ເນື່ອງຈາກປັດໃຈການຂະຫຍາຍຕົວທາງດ້ານເສດຖະ
ກິດ-ສັງຄົມ, ກໍຄືການເພີ່ມຂຶ້ນຂອງໂຮງຈັກ-ໂຮງງານ, ຫົວໜ່ວຍການຜະລິດຕ່າງໆທີ່ເປັນ ສິ່ງດຶງດູດ  ນັກ
ທຸລະກິດ, ນັກລົງທຶນ ລວມເຖິງກໍາລັງແຮງງານຈາກທ້ອງຖິ່ນ ແລະ ຕ່າງປະເທດເຂົ້າມາອາໃສ ແລະ ເຮັດວຽກທໍາມາຫາກິນໃນຕົວເມືອງນັບມື້ຫລາຍຂື້ນ. ຈາກບັນຫາດັ່ງກ່າວຈຶ່ງເຮັດໃຫ້ສະພາບແວດລ້ອມ ແລະ ສັງຄົມໃນຕົວເມືອງມີການປ່ຽນແປງໄປຢ່າງວ່ອງໄວ, ໃນບໍ່ເທົ່າໃດປີມານີ້ມີຕຶກອາຄານເກີດຂຶ້ນ ຫລາຍ, ທົ່ງໄຮ່ທົ່ງນາ ແລະ ທີ່ດິນກະສິກໍາຖືກຫັນປ່ຽນເປັນດິນປຸກສ້າງ ແລະ ສະພາບການສັນ ຈອນຂອງຍວດຍານພາຫະນະບົນທ້ອງຖະໜົນມີຄວາມແອອັດສັບສົນຫລາຍຂຶ້ນ.
          ຕາມຂໍ້ມູນຈາກກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປີ 2016 ມີລົດມາຂຶ້ນທະບຽນຫລາຍກວ່າ 70 ພັນຄັນ, ຖ້າຄິດໄລ່ ສະເລ່ຍແມ່ນຈະມີປະມານ 5 ພັນກວ່າຄັນຕໍ່ເດືອນ, ໃນນັ້ນລົດຈັກກວມປະມານ 60%, ຊຶ່ງເຫັນວ່າເປັນ ຕົວເລກທີ່ສູງສົມຄວນ ແລະ ຖ້າເບິ່ງໃນແງ່ດີກໍອາດແມ່ນຍ້ອນເສດຖະກິດຂອງປະເທດມີການຂະ ຫຍາຍ ຕົວ, ປະຊາຊົນຮັ່ງມີຂຶ້ນ, ແຕ່ກົງກັນຂ້າມຖ້າພື້ນຖານໂຄງລ່າງເປັນຕົ້ນ: ຖະໜົນຫົນທາງຍັງບໍ່ໄດ້ຮັບ ການກໍ່ສ້າງ, ປັບປຸງ, ຂະຫຍັບຂະຫຍາຍໃຫ້ກວ້າງຂວາງແລ້ວກໍຈະເຮັດໃຫ້ເກີດຜົນສະທ້ອນຫລາຍດ້ານ ຕາມມາ ເຊັ່ນ: ສະພາບການສັນຈອນແອອັດສັບສົນ ແລະ ອຸປະຕິເຫດເພີ່ມຂຶ້ນ, ເຊິ່ງຜູ້ໃຊ້ລົດໃຊ້ຖະໜົນໃນ  ຕົວເມືອງກໍຮັບຮູ້ດີວ່າການສັນຈອນໃນຊົ່ວໂມງເລັ່ງດ່ວນຄື: ແຕ່ 7:00-9:00 ໂມງ, 11:00-13:30 ໂມງ ແລະ 16:00-18:00 ໂມງໃນເສັ້ນທາງສາຍສໍາຄັນເຊັ່ນ: ເສັ້ນທາງນັບແຕ່ວົງວຽນດອນໜູນມາ ຮອດສີ່ແຍກໄຟອໍານາດດົງໂດກ-ໂພນເຄັງ-ໂພນສະອາດແມ່ນມີລົດຕິດເປັນສາຍຍາວຢຽດ ແລະ ເສັ້ນ ທາງລ້ານຊ້າງ, ສຸພານຸວົງ, ເສດຖາທິລາດ, ສາມແສນໄທ ແລະ ສາຍທາງອື່ນໆກໍມີສະພາບການສັນຈອນ  ແອອັດເຊັ່ນກັນ. ຂະນະດຽວກັນການຈັດສັນສະຖານທີ່ບໍລິການຈອດລົດທີ່ບໍ່ເໝາະສົມລວມເຖິງບັນຫາ ການຈອດລົດຊະຊາຍຂອງນັກຂັບຂີ່ຈໍານວນໜຶ່ງກໍເປັນສາເຫດຕົ້ນຕໍພາໃຫ້ເກີດສະພາບການສັນຈອນ
ແອອັດສັບສົນ ແລະ ເກີດອຸປະຕິເຫດໄດ້ງ່າຍ. ດັ່ງນັ້ນຖ້າຫາກນະຄອນຫລວງວຽງຈັນຍັງບໍ່ມີແຜນຮອງ ຮັບແລ້ວໃນອານາຄົດຍິ່ງຈະເຮັດໃຫ້ສະພາບການສັນຈອນໃນຕົວເມືອງເປັນອໍາມະພາດໜັກໜ່ວງກວ່າເກົ່າ. ແຕ່ແນວໃດກໍຕາມຍັງມີຂ່າວດີວ່ານະຄອນຫລວງວຽງຈັນພວມຂຶ້ນແຜນກໍ່ສ້າງທາງດ່ວນຄູ່ຂະໜານ

ຖະໜົນໄກສອນ ພົມວິຫານ ນັບແຕ່ສູນການຄ້າລາວ-ໄອເຕັກຫາບ້ານດົງໝາກຄາຍ, ທີ່ມີຂະໜາດກວ້າງ 70 ແມັດ ແລະ ຍາວກວ່າ 14 ກິໂລແມັດ, ຊຶ່ງໂຄງການດັ່ງກ່າວກໍແມ່ນໄດ້ຮັບການເຫັນດີໃນກອງປະ  ຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນຊຸດທີ I ເມື່ອບໍ່ດົນນີ້, ເພື່ອແນ່ໃສ່  ແກ້ໄຂບັນຫາການສັນຈອນແອອັດໃນຕົວເມືອງ ແລະ ຊານເມືອງໃນຕໍ່ໜ້າ.

1 comment:

  1. ມີວິທີດຽວຕ້ອງຍ້າຍນະຄອນຫຼວງເທົ່ານັ້ນ ອາດຈະຍ້າຍສຳນັກງານຕ່າງໆອອກໄປຢູ່ແຖວຫຼັກ21ຫາບ້ານພ້າວແຕ່ຕ້ອງອອກແບບຕົວເມືອງກ່ອນ ແລະ ສະຫງວນທາງກ່ອນບໍ່ດັ່ງນັ້ນກໍ່ຈະຄືເກົ່າ. ຕົວຢ່າງປະເທດຍີ່ປຸ່ນເອງກໍ່ຍັງເຄີຍຍຍ້າຍເມືອງຫຼຫຼວງເຊັ່ນກັນ

    ReplyDelete