Ad

Ad

9 February 2017

ສ.ກູບາ ຈະໃຫ້ການຮ່ວມມືຊ່ວຍເຫືລອລາວຫລາຍຂຶ້ນ

ໃນຕອນບ່າຍຂອງວັນທີ 8 ກຸມພານີ້, ທີ່ນະຄອນຫລວງວຽງຈັນ, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຕ້ອນຮັບ  ທ່ານ Pablo Antonio Rodriguez Vidal ເອກອັກຄະລັດຖະທູດ ແຫ່ງ ສ.ກູບາ ປະຈຳລາວທີ່ເຂົ້າມາຮັບໜ້າທີ່ໃໝ່ ແລະ ສະເໜີເຈດຈຳນົງໃນການຮ່ວມມືສອງຝ່າຍລະ ຫວ່າງ ສ. ກູບາ ແລະ ກະຊວງແຮງງານແລະ ສະ ຫວັດດີການສັງຄົມ.
ໃນໂອກາດນີ້, ທ່ານລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ ການມາເຮັດ
ວຽກຢູ່ລາວຂອງທ່ານທູດ, ຊຶ່ງເປັນຂີດໝາຍໃຫຍ່ແຫ່ງການພົວພັນຮ່ວມມືລະຫວ່າງສອງລັດຖະບານ ເວົ້າລວມ, ເວົ້າສະເພາະ ກໍຄືການຮ່ວມມືຂອງສອງກະຊວງ, ຊຶ່ງໃນໄລຍະຜ່ານມາລັດຖະບານ ສ. ກູບາ ກໍໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫລືອລາວຕະຫລອດມາ.

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ສ.ກູບາ ຄົນໃໝ່ ກໍໄດ້ກ່າວຂອບໃຈຕໍ່ທ່ານລັດຖະມົນຕີ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ຜົນສຳເລັດ ໃນການພັດທະນາໃນໄລຍະຜ່ານມາຂອງ ວຽກງານແຮງງານ ແລະ ສະຫວັດດີການສັງຄົມ, ຊຶ່ງລັດຖະບານລາວ ໄດ້ໃຫ້ຄວາມສຳຄັນເພື່ອເຮັດ ໃຫ້ການຄຸ້ມຄອງແຮງງານ, ພັດທະນາສີມືແຮງງານ, ໃຫ້ມີຄຸນນະພາບ, ທັງເປັນການປະກອບ ສ່ວນເຂົ້າ ໃນການສ້າງສາ ແລະ ພັດທະນາປະເທດຊາດ. ພ້ອມດຽວກັນນັ້ນ, ທັງສອງຝ່າຍໄດ້ປຶກສາຫາລື ເພື່ອເສີມ ຂະຫຍາຍແຜນການ ແລະ ການຮ່ວມມືສອງຝ່າຍໃຫ້ນັບມື້ຂະຫຍາຍຕົວສູງຂຶ້ນເພື່ອຜົນປະໂຫຍດຂອງປະ ຊາຊົນສອງຊາດ. 

No comments:

Post a Comment