Ad

Ad

9 February 2017

ເປັນຫຍັງ ການປາບປາມຢາເສບຕິດ ຈຶ່ງເປັນເລື່ອງຂອງ “ຄວາມຝັນອັນລອຍລົມ”

ໂດຍ: ມຶກບໍ່ແຫ້ງ
ເມື່ອຕັ້ງຄຳຖາມວ່າ ໃນໂລກນີ້ ມີປະເທດໃດແດ່ທີ່ປອດຢາເສບ ຕິດ? ຫຼາຍຄົນຄົງອົດຫົວ ບໍ່ໄດ້ ກ່ອນຈະຕອບວ່າ ຫາຍາກ”, ເມື່ອເປັນເຊັ່ນນັ້ນ ມັນມີເຫດຜົນແນວໃດ ທີ່ທຸກປະເທດໃນ ໂລກ ລ້ວນແລ້ວແຕ່ພົບພໍ້ກັບບັນຫາຢາເສບຕິດ?
ເມື່ອຫວນຄືນປີ 2012 ທ່ານ ຟີລິບເປ ກາລເດີຣອນ (Filipe Calderon) ອະດີດປະທາ ນາທິບໍດີຂອງ ເມັກຊິກໂກ (2006-2012) ຜູ້ທີ່ມັກມ່ວນ ໃຫ້ສຳພາດຕໍ່ສຳນັກຂ່າວ ເດີ ເອໂຄໂນ   ມິສທ໌ ວ່າ: ການຢຸດຕິການບໍລິໂພກ ແລະການຄ້າຢາເສບຕິດທີ່ຜິດກົດໝາຍ
ນັ້ນ ແມ່ນ ເປັນໄປບໍ່ ໄດ້ເລີຍ ເພາະຄວາມເປັນຈິງປາກົດໃຫ້ເຫັນວ່າ ການຢຸດຢັ້ງຄວາມຕ້ອງ  ການ ແລະ ການຄ້າ ຂາຍຢາເສບຕິດ ມາຮອດປັດຈຸບັນຍັງບໍ່ມີຫຼັກຖານອັນໃດມາພິສູດໃຫ້ເຫັນ”.
ບາງທີກໍອາດຄືຄວາມອະດີດຜູ້ນຳທ່ານນີ້ເວົ້າກໍເປັນໄດ້ ເມື່ອກັບໄປໄລຍະປີ 1998 ທີ່ແຜນ ງານຄວບຄຸມຢາເສບຕິດອົງການສະຫະປະຊາຊາດກ່ອນຈະປ່ຽນຊື່ມາເປັນອົງການຕ້ານອາຊະຍາກຳ ແລະຢາເສບຕິດ ຂອງອົງການສະຫະປະຊາຊາດ (UNODC) ໄດ້ມີກອງປະຊຸມກ່ຽວກັບບັນ ຫາຢາເສບຕິດ ໂດຍໃສ່ຫົວຂໍ້ວ່າ: ໂລກທີ່ປາສະຈາກຢາເສບຕິດ: ພວກເຮົາສາມາດເຮັດໄດ້”, ຕັ້ງແຕ່ນັ້ນມາ ເບິ່ງຄືວ່າມັນຍິ່ງເປັນການເຈັບປວດເຂົ້າກະດອງໃຈ ເພາະວ່າມາຮອດປັດຈຸບັນ ພວກເຮົາຍັງບໍ່ສາມາດເຮັດໄດ້, ຮ້າຍແຮງໄປກວ່ານັ້ນ ກໍຄືຕັ້ງແຕ່ປີ 1998 ເປັນຕົ້ນມາ ການບໍລິ ໂພກກັນຊາ ແລະໂຄເຄນ ເພີ່ມຂຶ້ນປະມານ 50%, ການບໍລິໂພກຢາຝິ່ນກໍເພີ່ມຂຶ້ນເປັນ 3 ເທົ່າຕົວ (ຂໍ້ມູນຈາກ ອົງການ UNODC, ປີ 2009).
ເວົ້າກັນວ່າ ຄົນເຮົາ (ສ່ວນໜຶ່ງ) ມັກຢາ, ເມື່ອເຮັດສິ່ງໃດໜຶ່ງ ຖືກກົດໝາຍ ຫຼືຜິດກົດ ໝາຍນັ້ນກໍບໍ່ສາມາດປ່ຽນແປງຄວາມຈິງທີ່ເປັນພື້ນຖານດັ່ງກ່າວ ທີ່ເກີດຂຶ້ນມາແຕ່ສະ   ໄໝກ່ອນ ປະຫວັດສາດນັ້ນໄດ້. ຢາທີ່ເອີ້ນວ່າ ຜິດກົດໝາຍນັ້ນ ເປັນການຍາກທີ່ຈະຄວບຄຸມດ້ວຍກົດ ໝາຍໄດ້ຢ່າງເຕັມ 100% ເພາະຈາກບົດຮຽນການປາບປາມຢາເສບຕິດ ຫຼື ສົງຄາມຕ້ານຢາ ເສບຕິດຈາກບັນດາປະເທດທີ່ຢູ່ອາເມລິກາກາງ ແລະໃຕ້ນັ້ນ ສະແດງໃຫ້ເຫັນວ່າ ເມື່ອເຮົາບີບ ບັງຄັບໃຫ້ຖືກກົດໝາຍຫຼາຍເທົ່າໃດ ກໍຍິ່ງພາໃຫ້ເກີດຕະຫຼາດມືດຫຼາຍຂຶ້ນເທົ່ານັ້ນ.
ເມື່ອໃດທີ່ຄົນຍັງຕ້ອງການຢາຄືວ່າ, ການຈັບກຸມ ຫຼືໃສ່ໂທດ ກໍມີຄວາມໝາຍສອງຢ່າງຄື: 1. ມັນຍັງບໍ່ທັນ ພຽງພໍທີ່ຈະຢຸດຢັ້ງການຄ້າຂາຍຢາເສບຕິດ ຫຼື 2. ການຈັບກຸມນັ້ນ ສາມາດຢຸດ ຢັ້ງພຽງແຕ່ຄົນບາງກຸ່ມ, ສ່ວນຄົນ ທີ່ເຫຼືອພັດເພີດເພີນກັບກອງເງິນກອງຄຳ ທີ່ໄດ້ມາປານເສກ  ສັນປັ້ນແຕ່ງເອົາ ແລະຄົນກຸ່ມນີ້ ກໍຍັງມີແຮງຈູງໃຈສູງ ທີ່ຈະສືບຕໍ່ຄ້າຂາຍຢາເສບຕິດ ແລ້ວຜົນສຸດ   ທ້າຍການຈັບກຸມນັ້ນກໍບໍ່ສາມາດປ່ຽນແປງຫຍັງໄດ້ເລີຍ.
ຖ້າເປັນເຊັ່ນນັ້ນ ກໍຄືກັນກັບຄຳເຫັນຂອງຊ່ຽວຊານຫຼາຍທ່ານທີ່ວ່າ ການຄ້າຂາຍຢາເສບ ຕິດ ແມ່ນມີສ່ວນ ກ່ຽວຂ້ອງກັບການເມືອງ, ການສໍ້ລາດບັງຫຼວງສາມາດຊ່ວຍໃຫ້ທຸລະ ກິດການ ຄ້າຢາເສບຕິດຢູ່ໄດ້ ແລະສິ່ງນີ້ເອງ ທີ່ເປັນຮາກເຫງົ້າວ່າ ເປັນຫຍັງການແກ້ໄຂຢາເສບຕິດ ຈຶ່ງ ຍາກພິລຶກຫຶກຫືນ ແລະ ນໍ້າຍິ່ງຈະຂຸ່ນຂຶ້ນໄປອີກຫາກເອົາກົດໝາຍມາຕໍ່ສູ້ກັບສິ່ງດັ່ງກ່າວ, ທາງ ທີ່ດີແທ້ແມ່ນຕັດໄຟຕັ້ງແຕ່ຕົ້ນລົມເລີຍ.
ເມື່ອສະຖານະການເປັນເຊັ່ນນີ້, ທ່ານ ຟີລິບເປ ກາລເດີຣອນ ຈຶ່ງແນະນຳດ້ວຍຮອຍຍິ້ມ ທີ່ຈິງໃຈວ່າ: ມັນເຖິງເວລາແລ້ວ ທີ່ຈະສຸມໃສ່ເຮັດໃຫ້ການບໍລິໂພກຢາເສບຕິດນັ້ນ ມີຄວາມຮ້າຍ    ແຮງໜ້ອຍລົງ, ວິທີຄິດແບບນີ້ ກໍເກີດຂຶ້ນມາດົນແລ້ວ ຈາກຜູ້ທີ່ຕ້ອງການມັນ (ຢາທີ່ ຜິດກົດ   ໝາຍ”) ເຊິ່ງມັນກໍເກີດຂຶ້ນຢູ່ຫຼາຍປະເທດທີ່ຮັ່ງມີ, ຂັ້ນຕອນຕໍ່ໄປ ຈຶ່ງຫາວິທີວ່າ ເຮັດແນວໃດໃຫ້ ຖືກກົດໝາຍ ໃນການຄວບຄຸມເບື້ອງການສະໜອງດັ່ງເຊັ່ນ ວິທີຂອງປະເທດ ໂຮນລັງ ແລະ ອູ ຣູກວາຍ ເຮັດໃຫ້ກັນຊາຖືກກົດໝາຍ ແຕ່ເຂົາເຈົ້າກໍມີວິທີຄຸ້ມຄອງກັນຢ່າງເປັນລະບົບ.



No comments:

Post a Comment