Ad

Ad

9 February 2017

ບໍລິສັດກຸງສີ ຮ່ວມຊໍາລະຄ່າບໍລິການຜ່ານ ທຄຕລ

           ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ແລະ ບໍລິສັດ ກຸງສີ ບໍລິການເຊົ່າ ສິນເຊື່ອ ຈຳກັດ ໄດ້ ເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ  ສອງຝ່າຍ ກ່ຽວກັບການບໍລິການ ຊໍາລະ ຄ່າບໍລິການຕ່າງໆຜ່ານ ທຄຕລ ເຊິ່ງໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 6 ກຸມພາ 2017 ນະຄອນຫລວງ ວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ຄຳສຸກ ສູນດາລາ ຮອງປະທານ ສະພາ ບໍລິຫານ ທຄຕລ ພ້ອມ ດ້ວຍຄະນະອຳນວຍການ, ບໍລິສັດ ກຸງສີ ບໍລິການເຊົ່າສິນເຊື່ອຈຳກັດ.

            ພິທີເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວລະບຸວ່າ : ເພື່ອອຳນວຍ ຄວາມສະດວກໃຫ້ແກ່ລູກຄ້າ ບໍລິສັດກຸງສີ ບໍລິການ ເຊົ່າສິນເຊື່ອ ເພື່ອສາມາດຊໍາລະຄ່າຜ່ອນສິນຄ້າ ຜ່ານຊ່ອງທາງຕ່າງໆ ຂອງ ທຄ ຕລ ຄື : ຊ່ອງທາງເຄົາເຕີ້, ຊ່ອງທາງ BCELONE, ຊ່ອງທາງ I-BANK ແລະຜ່ານຊ່ອງທາງ ATM; ນອກນີ້ ລູກຄ້າຍັງສາມາດເລືອກບໍລິການຕັ້ງການຊຳລະເງິນແບບອັດຕະໂນມັດ (Auto-Payment) ເຊິ່ງ Auto-Payment ເປັນບໍລິການຕັດເງິນຈາກບັນຊີຂອງລູກຄ້າຂອງບໍລິສັດທີ່ມີບັນຊີຢູ່ ທຄຕລ ເຂົ້າບັນຊີບໍລິສັດ ເພື່ອຊໍາລະຄ່າບໍລິການຕ່າງໆ ຕາມການຕົກລົງເຫັນດີລະຫວ່າງລູກຄ້າ ແລະບໍລິສັດ ໂດຍລູກຄ້າບໍ່ຈໍາເປັນຕ້ອງເດີນທາງເຂົ້າມາດໍາເນີນທຸລະກໍາ ຢູ່ທະນາ ຄານ ຫຼືເດີນທາງໄປຊຳລະເງິນໃຫ້ບໍ ລິສັດ ນີ້ຖືວ່າເປັນຂີດໝາຍອັນສຳຄັນຕໍ່ ທຄຕລ ໃນການເພີ່ມຄວາມຫຼາກຫຼາຍດ້ານຊ່ອງທາງບໍລິການ ໃຫ້ແກ່ລູກຄ້າທັງເບື້ອງ ທຄຕລ ແລະ ລູກຄ້າຂອງທາງບໍລິສັດ ແລະ ການບໍລິການຊຳລະຄ່າສາທາລະ ນຸປະໂພກ ຫຼື Bill Payment ຜ່ານລະບົບທະນາຄານ ແມ່ນການບໍລິການທີ່ໄດ້ຮັບການຕອບຮັບເປັນ ຢ່າງດີຈາກສັງຄົມໃນປັດຈຸບັນ; ທຄຕລ ໄດ້ເລີ່ມຕົ້ນໃຫ້ບໍລິການ Bill Payment ທຳອິດໃນປີ 2009, ຈາກນັ້ນ ທຄຕລ ໄດ້ມີການພັດທະນາຊ່ອງທາງການຊຳລະໃຫ້ຫຼາກຫຼາຍຂຶ້ນ ແລະ ມີການນຳໃຊ້ຊ່ອງ ທາງຊຳລະແບບ Online ໂດຍສະເພາະແມ່ນຊຳລະຜ່ານ Application BCEL One ຜ່ານໂທລະ ສັບບມືຖືຊຶ່ງນັບມື້ໄດ້ຮັບຄວາມນິຍົມຈາກລູກຄ້າ.

            ທຄຕລ ເປັນທະນາຄານທຸລະກິດໃນແຖວໜ້າຂອງ ສປປ ລາວ, ປະຈຸບັນມີ 19 ສາຂາ, 80 ໜ່ວຍບໍລິການ ພ້ອມ ດ້ວຍມີການນຳໃຊ້ເຕັກໂນໂລຢີເຂົ້າໃນການບໍລິການໃຫ້ມີຄວາມທັນສະໄໝ ແລະໃນ ປີ 2017 ທຄຕລ ມີແຜນຂະຫຍາຍສາຂາໃໝ່ 1 ແຫ່ງ ແລະ ຂະຫຍາຍໜ່ວຍບໍລິການທັງໝົດ 13  ໜ່ວຍ ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າຢູ່ໃນເຂດຕ່າງໆໃຫ້ສາມາດເຂົ້າເຖິງການບໍລິການຂອງທະນາຄານໄດ້ດີຍິ່ງຂຶ້ນ. 

No comments:

Post a Comment