Ad

Ad

9 February 2017

ສະພາບອາກາດໜາວຈະເພີ່ມທະວີຂຶ້ນຢູ່ບັນດາແຂວງພາກເໜືອຕາເວັນອອກ

          ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໄລຍະນີ້, ບໍລິເວນຄວາມກົດດັນອາກາດສູງຍັງມີກຳ ລັງອ່ອນຫາປານກາງປົກຄຸມຢູ່ທົ່ວທຸກພາກຂອງລາວ, ຊຶ່ງເຮັດໃຫ້ອາກາດໜາວເຢັນຢູ່ແຂວງພາກເໜືອ ດ້ານຕາເວັນອອກດັ່ງ ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາປົກຫຸ້ມຫລາຍຂຶ້ນຢູ່ເຂດພູສູງ, ຈາກນັ້ນ ຈະມີຝົນຕົກໃນລະດັບຄ່ອຍພ້ອມມີລົມ ພັດແຮງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ສຳລັບພາກເໜືອດ້ານຕາເວັນອອກ: ອາກາດຍັງສືບຕໍ່ເຢັນ, ພ້ອມມີ ໝອກ
ບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ເຂດຮ່ອມພູ, ພູສູງ ແລະ ເນີນພູ, ອຸນຫະພູມຕ່ຳສຸດ 5-7 ອົງສາ ແລະ ສູງສຸດ 24-26 ອົງສາ; ພາກເໜືອດ້ານຕາເວັນຕົກ: ອາກາດຍັງສືບຕໍ່ໜາວເຢັນ, ພ້ອມ ມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາໃນຕອນກາງຄືນຫາຕອນເຊົ້າຢູ່ເຂດພູສູງ, ອຸນຫະພູມຕ່ຳ ສຸດ 13-15 ອົງສາ ແລະ ສູງສຸດ 30-32 ອົງສາ; ນະຄອນຫລວງວຽງຈັນ: ອາກາດຍັງຂ້ອນຂ້າງເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ, ອຸນຫະພູມຕ່ຳສຸດ 16-18 ອົງສາ ແລະ ສູງສຸດ 30-32 ອົງສາ; ພາກກາງ: ອາກາດຍັງຈະເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດ ໜາວເຢັນຢູ່ແຂວງໄຊສົມບູນ, ຫລັກຊາວ, ເມືອງວຽງທອງ, ອຸນຫະພູມຕໍ່າສຸດ 11-13 ອົງສາ ແລະ ສູງສຸດ 30-32 ອົງສາ ແລະ ພາກໃຕ້: ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ, ອຸນຫະພູມຕ່ຳສຸດ 16-18 ອົງສາ ແລະ ສູງສຸດ 31-33 ອົງສາ, ອາກາດຈະໜາວເຢັນຫລາຍຢູ່ເຂດ ພູພຽງບໍລະເວນ, ນິຄົມ 34 ໃນລະດັບອຸນຫະພູມຕໍ່າສຸດ 3-5 ອົງສາ. ດັ່ງນັ້ນຈຶ່ງເຕືອນເຖິງປະຊາຊົນທີ່ຈະ ເດີນທາງໄປມາ ຈົ່ງມີສະຕິຕໍ່ສະພາບໝອກໜາ ແລະ ໃຫ້ຮັກສາສຸຂະພາບພ້ອມທັງນຸ່ງຫົ່ມເສື້ອຜ້າໃຫ້ຮ່າງ   ກາຍອົບອຸ່ນຢູ່ສະເໝີໂດຍເພາະເດັກນ້ອຍ ແລະ ຜູ້ສູງອາຍຸ.

No comments:

Post a Comment