ພາຍຫລັງເກີດເຫດນ້ຳໄປ ໄຫລເຂົ້າຖ້ວມເທສະບານເມືອງບໍ
ລິຄັນ ແຂວງບໍລິຄຳໄຊ ຢ່າງກະທັນຫັນ ໃນວັນທີ 23 ມິຖຸນາຜ່ານມາໄດ້ເຮັດໃຫ້ ປະຊາຊົນຫລາຍບ້ານຢູ່ເມືອງດັ່ງກ່າວຕ້ອງພາກັນ
ຂົນຍ້າຍສິ່ງຂອງໄປໄວ້ເຂດທີ່ສູງ. ນອກຈາກນີ້ ຍັງເຮັດໃຫ້ລະບົບໄຟ ຟ້າ, ນ້ຳປະປາ, ເສັ້ນທາງຈຳນວນ ໜຶ່ງເສຍຫາຍ
ແລະ ມາຮອດປັດຈຸບັນ ອຳນາດການປົກຄອງ ເມືອງ ດັ່ງກ່າວພວມລົງກວດກາ ຕີລາຄາຜົນເສຍຫາຍຈາກສະພາບນ້ຳຖ້ວມເທື່ອນີ້.
ທ່ານ ຂັນແກ້ວ ສອນສັກສິດ ຮອງເຈົ້າເມືອງບໍລິຄັນ
ໄດ້ໃຫ້ສຳ ພາດຕໍ່ນັກຂ່າວໜັງສືພິມລາວພັດ ທະນາຜ່ານໂທລະສັບ ໃນວັນທີ 1 ກໍລະກົດນີ້ວ່າ: ມາຮອດປັດຈຸບັນ
ສະພາບນ້ຳຖ້ວມຢູ່ເຂດເມືອງດັ່ງ ກ່າວໄດ້ກັບຄືນສູ່ສະພາບປົກກະຕິ ແລ້ວ ເຊິ່ງ ປະຊາຊົນທີ່ປະສົບໄພ
ແຕ່ລະຄອບຄົວກໍໄດ້ຈັດສັນ ແລະ ອະນາໄມເຮືອນຊານຂອງໃຜລາວໃຫ້ມີຄວາມສະອາດ. ນອກຈາກ ນີ້ ການຕີລາຄາຄວາມເສຍ
ຫາຍຍັງລໍຖ້າໃຫ້ກຸ່ມບ້ານທີ່ຖືກ ຜົນກະທົບຕີລາຄາ ຂຶ້ນມາຫາເມືອງເພື່ອຈະໄດ້ມີການວາງແຜນ
ຊ່ວຍເຫລືອຜູ້ທີ່ກະທົບຈາກ ນ້ຳຖ້ວມເທື່ອນີ້. ແນວໃດກໍຕາມ ຮອງເຈົ້າເມືອງບໍລິຄັນ ກ່າວວ່າ:
ມາຮອດປັດ ຈຸບັນທາງອຳນາດການປົກຄອງເມືອງສຸມໃສ່ການຟື້ນຟູ, ສ້ອມແປງພື້ນຖານໂຄງລ່າງທີ່ເສຍຫາຍເພື່ອໃຫ້ສາມາດ ນຳໃຊ້ໄດ້ຢ່າງເປັນປົກກະຕິ
ແລະ ຍັງບໍ່ມີ ພາກລັດ ຫລື ເອກະຊົນໃດມາໃຫ້ການຊ່ວຍເຫລືອແຕ່ຢ່າງໃດ.
No comments:
Post a Comment