Ad

Ad

2 July 2013

ຄ່ານິຍົມທີ່ບໍ່ຄວນນິຍົມ ( ຄຳລຳ ແລກປ່ຽນຄຳເຫັນ )



        “ຄ່ານິຍົມທີ່ບໍ່ຄວນນິຍົມ” ຄືຫົວຂໍ້ທີ່ຍົກຂຶ້ນມາແລກປ່ຽນກັບບັນດາທ່ານຜູ້ອ່ານໃນມື້ນີ້ ເພື່ອເປັນການຄົ້ນຄິດ ນຳກັນວ່າ: ຍ້ອນຫຍັງຈຶ່ງຍົກຂຶ້ນມາ, ຍົກຂຶ້ນມາ ແລ້ວມັນຈະແກ້ຫຍັງໄດ້ ແລະຈະ ແກ້ດ້ວຍວິທີໃດ ?.
       ຄ່ານິຍົມທີ່ບໍ່ຄວນນິຍົມຈະເວົ້າສະເພາະແຕ່ເລື່ອງດຽວ, ແຕ່ຕົວຈິງກໍມີຫລາຍເລື່ອງຢູ່ຖ້າຈະເວົ້າໝົດກໍຄົງຍືດຍາວ. ເລື່ອງທີ່ບໍ່ຄວນນິຍົມກໍຄືການເອົາຮູບພະພຸດທະເຈົ້າໄປຕົກແຕ່ງປະດັບປະດາເອ້ຮ້ານ, ເອ້ເຮືອນ ແລະ ເດີ່ນຫຍ້າໜ້າເຮືອນ ໃນນີ້ລວມທັງໂຮງແຮມ, ຮ້ານນວດ ແລະ ສະປານຳ.
     ຮູບພະພຸດທະເຈົ້າທີ່ເອົາໄປ ຕົກແຕ່ງນັ້ນຈຳແນກອອກເປັນຮູບແຕ້ມ, ຮູບຫລໍ່ ແລະ ຮູບແກະສະຫລັກດັ່ງນີ້ເປັນຕົ້ນ.
     ປາກົດການ​ທີ່​ເກີດ​ຂຶ້ນ​ໃນ​ສັງ ຄົມ​ບ້ານ​ເຮົາ​ເວລາ​ນີ້​ເຫັນ​ວ່າ​ພວມ​ແຜ່​ຫລາຍ, ​ເອົາ​ຕາມ​ແບບ​ກັນ​ໂດຍ​ຄິດ​ວ່າ​ເຮັດ​ຖືກ, ຄິດ​ວ່າ​ສວຍ​ງາມ, ສວຍ​ງາມ​ແຕ່​ບໍ່​ຈົບງາມ. ​ເຮົາ​ຈະ​ເຫັນ​ຢູ່​ຫລາຍ​ບ່ອນ​ທີ່​ເອົາ​ຮູບ​ແຕ້ມ​ພະພຸດທະ​ເຈົ້າ​ໄປ​ຕິດ​ຮ້ານ​ສະ​ປາ, ຮ້ານນວດ ​ແລະ ​ໂຮງ​ແຮມ, ຮ້ານ​ອາຫານ ​ແລະ ຈະ​ເຫັນ​ເອົາ​ຮູບ​ພະພຸດທະ​ເຈົ້າ​ໄປ​ວາງ​ໄວ້​ຕາມ​ຮ້ານ​, ທີ່​ບໍ່​ຄວນ​ນຳ​ໄປ​ໄວ້ ​ແລະ ການ​ນຳ​ໄປ​ໄວ້​ກໍ​ພຽງ​ເພື່ອ​ເປັນ​ວັດຖຸ​ຕົກ​ແຕ່ງ​ເທົ່າ​ນັ້ນ, ​ແຕ່​ບໍ່​ແມ່ນເພື່ອ​ຄວາມ​ເຄົາ ລົບ, ກາບ​ໄຫວ້​ບູຊາ​ຫຍັງຈະ​ເປັນ​ຊາວ​ພຸດ ຫລື ບໍ່​ກໍ​ຕາມ.

     ການ​ຄວັດ, ການ​ແກ​ະສະຫລັກ​ສຽນ (ຫົວ) ພະພຸດທະ​ເຈົ້າ​ໃສ່​ໄມ້​ເປັນ​ແຜ່ນ,​ໃສ່​ຂອນ​ໄມ້​ແລ້ວ​ເອົາ​ໄປ​ຕັ້ງ​ໄວ້​ຕາມ​ໜ້າ​ເຮືອນ,ສວນ​ຫຍ້າ,ນ້ຳພຸ;ການ​ເອົາ​ໄປ​ຕັ້ງ​ໄວ້​ໃນ​ສະຖານ​ທີ່​ແບບ​ນີ້​ມັນ​ບໍ່​ແມ່ນ​ເພື່ອ​ຄວາມ​ເຄົາລົບ,​ແຕ່​ແມ່ນ​ເພື່ອ​ຄວາມ​ງາມ​ທາງ​ດ້ານ​ສິລະ​ປະ, ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ ບໍ່​ແມ່ນ​ເພື່ອ​ຄວາມ​ສວຍ​ງາມ ຖ້າ​ຫາກ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ຖືກ, ແຕ່​ອາດ​ຈະ​ດ້ວຍ​ເຫດຜົນ​ໃດ​ກໍ​ຕາມ.
     ການ​ເອົາ​ຮູບ​ພະພຸດທະ​ເຈົ້າ​ໄປ​ປະດິດສະຖານ​ໄວ້​ໃນ​ສະຖານ​ທີ່​ໃດ ດ້ວຍ​ຈຸດປະສົງ​ໃດ​ກໍ​ຕາມຖ້າ​ບໍ່​ແມ່ນ​ເພື່ອ​ຄວາມ​ເຄົາລົບ​ແລ້ວ ກໍ​ບໍ່​ຄວນ​ເຮັດ​ທັງ​ນັ້ນ ຍ້ອນ​ວ່າ​ພະ ພຸດທະ​ເຈົ້າແມ່ນ​ສັນຍະລັກ​ຂອງ​ພະ​ພຸດທະ​ສາສະໜາ,ມີ​ຜູ້​ຄົນ​ສັດທາ​ໃຫ້​ຄວາມ​ເຄົາ ລົບ​ນັບຖື​ເປັນ​ຈຳ ນວນ​ຫລາຍ ​ເຊິ່ງພໍ່​ແມ່​ຕານາຍ​ເພິ່ນ​ຖື​ວ່າການ​ກະທຳ​ແບບ​ນີ້ຖື​ວ່າ“​ເປັນ​ບາບ”,ແຕ່​ໃນ​​​ສັງຄົມ​ປັດຈຸບັນ​ນີ້ ກໍ​ອາດ​ຈະ​ຖື​ວ່າ​ເປັນ​ການ​ໝິ່ນປະໝາດ,​ເປັນ​​ບໍ່​ເກີດ​ແຫ່ງ​ຄວາມ​ແຕກ​ແຍກລະ ຫວ່າງ​ຜູ້​ນັບຖື ​ແລະ ຜູ້​ບໍ່​ນັບຖື,​ເປັນ​ການ​ທຳລາຍ​ວັດ ທະນະທຳ​ອັນ​ດີງາມ​ຂອງ​ຊາດ, ເປັນ​ການ​ທ້າ​ທາຍ​ຕໍ່​ສະຖາບັນ​ທາງ​ຄວາມ​ຄິດ​ຄວາມ​ເຊື່ອ​ຖື​ຄື​ອົງການ​ພຸດທະ​ສາສະໜາ.
     ວິທີ​ແກ້​ໄຂ​ອາດ​ຈະ​ແບ່ງ​​ໄດ້​ດັ່ງ​ນີ້:
     1. ພາກສ່ວນ​ທີ 1 ຄື​ວັດທະນະ ທຳ​ຕ້ອງ​ລົງ​ກວດກາ​ເບິ່ງ​ຄືນ​ຕາມ​ຮ້ານ​ນວດ,ຮ້ານ​ສະ​ປາ,ຮ້ານ​ອາ ຫານ, ໂຮງ​ແຮມ ​ແລະ ສະຖານ​ທີ່​ຕ່າງໆ ​ເບິ່ງ​ວ່າ​ພຶດຕິ​ກຳ​ແບບ​ນີ້ມີ​ແທ້​ບໍ່ ?.
     2. ພາກສ່ວນ​ທີ 2 ຄື​ອົງການ​ພຸດທະ​ສາສະໜາ ​ແລະ ​ແນວ​ລາວ​ສ້າງ​ຊາດ ຕ້ອງ​ປະສານ​ສົມທົບ​ສ້າງ​ເອກະສານ​ສ້າງ​ຄູ່​ມື, ສ້າງ​ກິດຈະກຳ​ປູກ​ຈິດ​ສຳນຶກ​ກ່ຽວ​ກັບ​ເລື່ອງ​ນີ້​ໃຫ້​ແຜ່​ຫລາຍແລະ ກວ້າງ ຂວາງ ​ເພື່ອ​ເປັນ​ການ​ສະກັດ​ຕີ​ຖອຍ​ພຶດຕິ​ກຳ​ອັນ​ບໍ່​ດີ​ເຫລົ່ານີ້.
     3. ທັງ​ສອງ​ພາກສ່ວນ​ຕ້ອງ​ປະສານ​ສົມທົບ​ກັນ ​ເພື່ອ​ອອກ​ຂໍ້​ຫ້າມ​ໃນ​ເລື່ອງ​ນີ້ຄັກ​ແນ່ ​ເພື່ອ​ເປັນ​ການ​ຕັດ​ໄຟ​ແຕ່​ຕົ້ນລົມ ດີກ​ວ່າ​ຈະ​ປ່ອຍປະ​ໃຫ້​ເລື່ອງ​ດັ່ງກ່າວ​ແຜ່​ລາມ​ໄປ​ສູ່​ສິ່ງ​ທີ່​ບໍ່​ດີງາມ​ຫລາຍ​ກວ່າ​ທີ່​ມັນ​ພວມ​ເປັນ.
         ປາກົດການ​ໜຶ່ງ​ທີ່​ເກີດ​ຂຶ້ນ ​ແລະ ກະທົບກະ​ເທືອ​ນຕໍ່​ຈິດ​ໃຈ​ຂອງ​ຊາວ​ພຸດ ກໍ​ຄື​ມີ​ບາງ​ບໍລິສັດ​ໄດ້​ນຳ​ເອົາ​ຮູບ​ພະພຸດທະ​ເຈົ້າ​ໄປ​ຜະລິດ​ໃນ​ຮູບ​ແບບ​ຕ່າງໆ ​ເຊິ່ງຖືກ​ຊາວ​ພຸດ​ໃນ​ໂລກ​ພວມ​ຈັບ​ຈ້ອງ ​ແລະ ຕໍ່ຕ້ານ​ການ​ກະທຳ​ຂອງ​ພວກ​ຄົນ​ອະທຳ​ດັ່ງກ່າວ ທັງ​ໆ​ທີ່​ບໍ່​ສົມຄວນ​ກໍ​ບັງອາດ​ເຮັດ ​ໂດຍ​ບໍ່​ຄຳນຶງ​ເຖິງ​ຫົວອົກ​ຫົວ​ໃຈ​ຂອງ​ຜູ້​ທີ່​ເຄົາລົບ​ສັດທາ.
     ປາກົດການ​​ເອົາ​ຮູບ​ພະພຸດທະ​ເຈົ້າ​ໄປ​ຕົກ​ແຕ່ງ ​ເພື່ອ​ເປັນ​ການ​ປະດັບ​ເອ້ຍ້ອງ​ຕາມ​ຝາ​ເຮືອນ, ຕາມ​ຮ້ານ ​ແລະ ຕາມ​ສະຖານ​ທີ່​ບໍ່​ເໝາະ​ສົມ​ເຫລົ່ານີ້ຄວນ​ມີ​ການ​ຕັກ​ເຕືອນ ​ແລະ ສັ່ງ​ຫ້າມ​ໃຫ້ຢຸດ​ເຊົາ ​ແລະ ​ໃຫ້​ເຂົ້າ​ໃຈ​ໃນ​ຄວາມ​ເຄົາ ລົບ​ນັບຖື​ຂອງ​ບັນດາ​ຊາວ​ພຸດ​ທີ່​ເຫັນ​ວ່າ​ພຶດຕິ​ກຳ​ແບບ​ນີ້​ເປັນ​ການ​ທຳລາຍ​ຄວາມ​ຮູ້ສຶກ, ທຳລາຍ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ ​ແລະ ​ເປັນ​ການ​ສ້າງ​ຄ່າ​ນິ ຍົມ​ທີ່​ບໍ່​ຄວນ​ນິຍົມ​ຂຶ້ນ​ໃນ​ຜືນ​ແຜ່ນ ດິນ​ທີ່​ປະຊາຊົນ​ສ່ວນ​ຫລາຍ​ໃຫ້​ຄວາມ​ສຳຄັນ, ​ໃຫ້​ຄວາມ​ເຄົາລົບ​ນັບຖື​ໃນ​ພຸດທະ​ສາສະໜາ.

1 comment:

  1. ພະພຸດທະເຈົ້າເປັນສິ່ງສັດທາ ແລະມີຄວາມສັກສິດໃນຕົວຂອງທ່ານເອງ ດ້ວຍຄວາມສັກສິດ ແລະສັດທາດັ່ງກ່າວຈຶ່ງມີຄົນນັບຖືມານານຫຼາຍພັນປີ ແຕ່ເນື່ອງຈາກຫຼັງມານີ້ມີບຸກຄົນຈຳນວນບໍ່ໜ້ອຍສວຍໂອກາດນຳໃຊ້ຄວາມສັກສິດ ດັ່ງກ່າວໄປໃນທາງທີ່ບໍ່ດີ ຫຼືຫາຜົນປະໂຫຍດ ທີ່ເອີ້ນກັນວ່າພຸດທະພານິດ ເອົາຄວາມສັດທາທາງສາສະນາໄປໃນທາງການຄ້າ ແຕ່ສຳລັບສ່ວນຕົວແລ້ວຜູ້ທີ່ເຮັດນັ້ນຄວນມີຈິດສຳນຶກ ຖ້າພວກກ່ຽວບໍ່ມີຈິດສຳນຶກແລ້ວ ໄທເຮົາ ເຈົ້າຂ້ອຍກໍບໍ່ຄວນນັບຖື ແລະສົ່ງເສີມ ຄວນນັບຖືພະພຸດທະຮູບທີ່ຢູ່ໃນວັດທີ່ມີພິທີສູດເທົານັ້ນ ແລະພ້ອມດຽວກັນກໍຄວນນັບຖືພະອົງທີ່ປະພຶດຕົນໃນທຳນອງຄອງທຳເທົ່ານັ້ນ
    ໂດຍ: ອຈ ວົງພະຈັນ

    ReplyDelete