“ຄ່ານິຍົມທີ່ບໍ່ຄວນນິຍົມ” ຄືຫົວຂໍ້ທີ່ຍົກຂຶ້ນມາແລກປ່ຽນກັບບັນດາທ່ານຜູ້ອ່ານໃນມື້ນີ້
ເພື່ອເປັນການຄົ້ນຄິດ ນຳກັນວ່າ: ຍ້ອນຫຍັງຈຶ່ງຍົກຂຶ້ນມາ, ຍົກຂຶ້ນມາ ແລ້ວມັນຈະແກ້ຫຍັງໄດ້
ແລະຈະ ແກ້ດ້ວຍວິທີໃດ ?.
ຄ່ານິຍົມທີ່ບໍ່ຄວນນິຍົມຈະເວົ້າສະເພາະແຕ່ເລື່ອງດຽວ,
ແຕ່ຕົວຈິງກໍມີຫລາຍເລື່ອງຢູ່ຖ້າຈະເວົ້າໝົດກໍຄົງຍືດຍາວ. ເລື່ອງທີ່ບໍ່ຄວນນິຍົມກໍຄືການເອົາຮູບພະພຸດທະເຈົ້າໄປຕົກແຕ່ງປະດັບປະດາເອ້ຮ້ານ,
ເອ້ເຮືອນ ແລະ ເດີ່ນຫຍ້າໜ້າເຮືອນ ໃນນີ້ລວມທັງໂຮງແຮມ, ຮ້ານນວດ ແລະ ສະປານຳ.
ຮູບພະພຸດທະເຈົ້າທີ່ເອົາໄປ ຕົກແຕ່ງນັ້ນຈຳແນກອອກເປັນຮູບແຕ້ມ,
ຮູບຫລໍ່ ແລະ ຮູບແກະສະຫລັກດັ່ງນີ້ເປັນຕົ້ນ.
ປາກົດການທີ່ເກີດຂຶ້ນໃນສັງ ຄົມບ້ານເຮົາເວລານີ້ເຫັນວ່າພວມແຜ່ຫລາຍ,
ເອົາຕາມແບບກັນໂດຍຄິດວ່າເຮັດຖືກ, ຄິດວ່າສວຍງາມ, ສວຍງາມແຕ່ບໍ່ຈົບງາມ.
ເຮົາຈະເຫັນຢູ່ຫລາຍບ່ອນທີ່ເອົາຮູບແຕ້ມພະພຸດທະເຈົ້າໄປຕິດຮ້ານສະປາ, ຮ້ານນວດ
ແລະ ໂຮງແຮມ, ຮ້ານອາຫານ ແລະ ຈະເຫັນເອົາຮູບພະພຸດທະເຈົ້າໄປວາງໄວ້ຕາມຮ້ານ,
ທີ່ບໍ່ຄວນນຳໄປໄວ້ ແລະ ການນຳໄປໄວ້ກໍພຽງເພື່ອເປັນວັດຖຸຕົກແຕ່ງເທົ່ານັ້ນ,
ແຕ່ບໍ່ແມ່ນເພື່ອຄວາມເຄົາ ລົບ, ກາບໄຫວ້ບູຊາຫຍັງຈະເປັນຊາວພຸດ ຫລື ບໍ່ກໍຕາມ.
ການຄວັດ, ການແກະສະຫລັກສຽນ (ຫົວ) ພະພຸດທະເຈົ້າໃສ່ໄມ້ເປັນແຜ່ນ,ໃສ່ຂອນໄມ້ແລ້ວເອົາໄປຕັ້ງໄວ້ຕາມໜ້າເຮືອນ,ສວນຫຍ້າ,ນ້ຳພຸ;ການເອົາໄປຕັ້ງໄວ້ໃນສະຖານທີ່ແບບນີ້ມັນບໍ່ແມ່ນເພື່ອຄວາມເຄົາລົບ,ແຕ່ແມ່ນເພື່ອຄວາມງາມທາງດ້ານສິລະປະ,
ແຕ່ໃນຄວາມເປັນຈິງແລ້ວ ບໍ່ແມ່ນເພື່ອຄວາມສວຍງາມ ຖ້າຫາກມີຄວາມເຂົ້າໃຈທີ່ຖືກ,
ແຕ່ອາດຈະດ້ວຍເຫດຜົນໃດກໍຕາມ.
ການເອົາຮູບພະພຸດທະເຈົ້າໄປປະດິດສະຖານໄວ້ໃນສະຖານທີ່ໃດ
ດ້ວຍຈຸດປະສົງໃດກໍຕາມຖ້າບໍ່ແມ່ນເພື່ອຄວາມເຄົາລົບແລ້ວ ກໍບໍ່ຄວນເຮັດທັງນັ້ນ
ຍ້ອນວ່າພະ ພຸດທະເຈົ້າແມ່ນສັນຍະລັກຂອງພະພຸດທະສາສະໜາ,ມີຜູ້ຄົນສັດທາໃຫ້ຄວາມເຄົາ
ລົບນັບຖືເປັນຈຳ ນວນຫລາຍ ເຊິ່ງພໍ່ແມ່ຕານາຍເພິ່ນຖືວ່າການກະທຳແບບນີ້ຖືວ່າ“ເປັນບາບ”,ແຕ່ໃນສັງຄົມປັດຈຸບັນນີ້
ກໍອາດຈະຖືວ່າເປັນການໝິ່ນປະໝາດ,ເປັນບໍ່ເກີດແຫ່ງຄວາມແຕກແຍກລະ ຫວ່າງຜູ້ນັບຖື
ແລະ ຜູ້ບໍ່ນັບຖື,ເປັນການທຳລາຍວັດ ທະນະທຳອັນດີງາມຂອງຊາດ, ເປັນການທ້າທາຍຕໍ່ສະຖາບັນທາງຄວາມຄິດຄວາມເຊື່ອຖືຄືອົງການພຸດທະສາສະໜາ.
ວິທີແກ້ໄຂອາດຈະແບ່ງໄດ້ດັ່ງນີ້:
1. ພາກສ່ວນທີ 1 ຄືວັດທະນະ ທຳຕ້ອງລົງກວດກາເບິ່ງຄືນຕາມຮ້ານນວດ,ຮ້ານສະປາ,ຮ້ານອາ
ຫານ, ໂຮງແຮມ ແລະ ສະຖານທີ່ຕ່າງໆ ເບິ່ງວ່າພຶດຕິກຳແບບນີ້ມີແທ້ບໍ່ ?.
2. ພາກສ່ວນທີ 2 ຄືອົງການພຸດທະສາສະໜາ ແລະ
ແນວລາວສ້າງຊາດ ຕ້ອງປະສານສົມທົບສ້າງເອກະສານສ້າງຄູ່ມື, ສ້າງກິດຈະກຳປູກຈິດສຳນຶກກ່ຽວກັບເລື່ອງນີ້ໃຫ້ແຜ່ຫລາຍແລະ
ກວ້າງ ຂວາງ ເພື່ອເປັນການສະກັດຕີຖອຍພຶດຕິກຳອັນບໍ່ດີເຫລົ່ານີ້.
3. ທັງສອງພາກສ່ວນຕ້ອງປະສານສົມທົບກັນ ເພື່ອອອກຂໍ້ຫ້າມໃນເລື່ອງນີ້ຄັກແນ່
ເພື່ອເປັນການຕັດໄຟແຕ່ຕົ້ນລົມ ດີກວ່າຈະປ່ອຍປະໃຫ້ເລື່ອງດັ່ງກ່າວແຜ່ລາມໄປສູ່ສິ່ງທີ່ບໍ່ດີງາມຫລາຍກວ່າທີ່ມັນພວມເປັນ.
ປາກົດການໜຶ່ງທີ່ເກີດຂຶ້ນ ແລະ ກະທົບກະເທືອນຕໍ່ຈິດໃຈຂອງຊາວພຸດ
ກໍຄືມີບາງບໍລິສັດໄດ້ນຳເອົາຮູບພະພຸດທະເຈົ້າໄປຜະລິດໃນຮູບແບບຕ່າງໆ ເຊິ່ງຖືກຊາວພຸດໃນໂລກພວມຈັບຈ້ອງ
ແລະ ຕໍ່ຕ້ານການກະທຳຂອງພວກຄົນອະທຳດັ່ງກ່າວ ທັງໆທີ່ບໍ່ສົມຄວນກໍບັງອາດເຮັດ
ໂດຍບໍ່ຄຳນຶງເຖິງຫົວອົກຫົວໃຈຂອງຜູ້ທີ່ເຄົາລົບສັດທາ.
ປາກົດການເອົາຮູບພະພຸດທະເຈົ້າໄປຕົກແຕ່ງ
ເພື່ອເປັນການປະດັບເອ້ຍ້ອງຕາມຝາເຮືອນ, ຕາມຮ້ານ ແລະ ຕາມສະຖານທີ່ບໍ່ເໝາະສົມເຫລົ່ານີ້ຄວນມີການຕັກເຕືອນ
ແລະ ສັ່ງຫ້າມໃຫ້ຢຸດເຊົາ ແລະ ໃຫ້ເຂົ້າໃຈໃນຄວາມເຄົາ ລົບນັບຖືຂອງບັນດາຊາວພຸດທີ່ເຫັນວ່າພຶດຕິກຳແບບນີ້ເປັນການທຳລາຍຄວາມຮູ້ສຶກ,
ທຳລາຍວັດທະນະທຳອັນດີງາມຂອງຊາດ ແລະ ເປັນການສ້າງຄ່ານິ ຍົມທີ່ບໍ່ຄວນນິຍົມຂຶ້ນໃນຜືນແຜ່ນ
ດິນທີ່ປະຊາຊົນສ່ວນຫລາຍໃຫ້ຄວາມສຳຄັນ, ໃຫ້ຄວາມເຄົາລົບນັບຖືໃນພຸດທະສາສະໜາ.
ພະພຸດທະເຈົ້າເປັນສິ່ງສັດທາ ແລະມີຄວາມສັກສິດໃນຕົວຂອງທ່ານເອງ ດ້ວຍຄວາມສັກສິດ ແລະສັດທາດັ່ງກ່າວຈຶ່ງມີຄົນນັບຖືມານານຫຼາຍພັນປີ ແຕ່ເນື່ອງຈາກຫຼັງມານີ້ມີບຸກຄົນຈຳນວນບໍ່ໜ້ອຍສວຍໂອກາດນຳໃຊ້ຄວາມສັກສິດ ດັ່ງກ່າວໄປໃນທາງທີ່ບໍ່ດີ ຫຼືຫາຜົນປະໂຫຍດ ທີ່ເອີ້ນກັນວ່າພຸດທະພານິດ ເອົາຄວາມສັດທາທາງສາສະນາໄປໃນທາງການຄ້າ ແຕ່ສຳລັບສ່ວນຕົວແລ້ວຜູ້ທີ່ເຮັດນັ້ນຄວນມີຈິດສຳນຶກ ຖ້າພວກກ່ຽວບໍ່ມີຈິດສຳນຶກແລ້ວ ໄທເຮົາ ເຈົ້າຂ້ອຍກໍບໍ່ຄວນນັບຖື ແລະສົ່ງເສີມ ຄວນນັບຖືພະພຸດທະຮູບທີ່ຢູ່ໃນວັດທີ່ມີພິທີສູດເທົານັ້ນ ແລະພ້ອມດຽວກັນກໍຄວນນັບຖືພະອົງທີ່ປະພຶດຕົນໃນທຳນອງຄອງທຳເທົ່ານັ້ນ
ReplyDeleteໂດຍ: ອຈ ວົງພະຈັນ