ເຈົ້າໜ້າທີ່ຕຳຫລວດຈະລາຈອນ ນະ ຄອນຫລວງວຽງຈັນ
ໃຫ້ຮູ້ວ່າ: ສະພາບການ ລະເມີດລະບຽບກົດຈະລາຈອນຕາມທ້ອງຖະໜົນໃນຕົວເມືອງມີເພີ່ມຂຶ້ນ,
ສົ່ງຜົນເຮັດໃຫ້ການສັນຈອນມີຄວາມແອອັດ, ບໍ່ເປັນລະ ບຽບຮຽບຮ້ອຍ ແລະ ເກີດອຸປະຕິເຫດຕາມທ້ອງຖະໜົນ.
ເຈົ້າໜ້າທີ່ດັ່ງກ່າວໄດ້ເປີດເຜີຍໃຫ້ຮູ້ໂຕເລກການກວດກາຜູ້ຂັບຂີ່ລະຫວ່າງວັນທີ
19-25 ມິຖຸນາຜ່ານມາ ວ່າມີຜູ້ລະເມີດລະ ບຽບການສັນຈອນເກືອບ 700 ຄົນ, ໃນນັ້ນ
ໄດ້ຂຽນໃບສັ່ງໃຫ້ຜູ້ລະເມີດ 100 ກວ່າຄົນ ແລະ ສ່ວນທີ່ເຫລືອແມ່ນໄດ້ສຶກສາອົບຮົມໃຫ້ຜູ້ຂັບຂີ່ທີ່ລະເມີດເພີ່ມສະຕິໃນການເຄົາລົບກົດລະບຽບຈະລາຈອນໃຫ້ເຂັ່ງຂັດກວ່າເກົ່າ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໂຕເລກດັ່ງກ່າວເຫັນວ່າມີລັກສະນະເພີ່ມຂຶ້ນເກືອບເທົ່າຕົວ
ເມື່ອທຽບໃສ່ໂຕເລກຜູ້ລະເມີດລະບຽບໃນອາທິດກ່ອນໜ້ານັ້ນທີ່ມີປະມານ 300 ກວ່າກໍລະນີ
ໂດຍຜູ້ທີ່ລະເມີດລະບຽບສ່ວນຫລາຍແມ່ນລ່ວງໄຟອຳນາດ, ລ່ວງປ້າຍຫ້າມ, ບໍ່ໃສ່ໝວກກັນກະ
ທົບ, ຂັບຂີ່ລົດໄວເກີນຄວນ, ຈອດລົດຜິດລະບຽບ ແລະ ບໍ່ມີເອກະສານຄົບຖ້ວນ ເຊິ່ງຈາກສະພາບດັ່ງກ່າວ
ສົ່ງຜົນເຮັດໃຫ້ ການສັນຈອນຂອງພາຫະ ນະບໍ່ມີຄວາມເປັນລະບຽບ, ບາງເສັ້ນທາງມີສະພາບການສັນຈອນແອອັດ
ແລະ ເກີດອຸປະຕິເຫດຕາມທ້ອງຖະໜົນຕາມມາບໍ່ເວັ້ນໃນແຕ່ລະວັນອັນກໍໃຫ້ເກີດຄວາມສູນເສຍຕໍ່ຊີວິດ
ແລະ ຊັບສິນເປັນຈຳນວນບໍ່ໜ້ອຍ.
No comments:
Post a Comment