Ad

Ad

2 July 2013

ລາວໂທລະຄົມ ມອບລົດຈັກໃຫ້ຜູ້ໂຊກດີໃນໂຄງການ M-Phone ແຈກໂຊກພາກ 2,2 ຄັນ



         ວັນທີ1 ກໍລະກົດນີ້ ລາວ ໂທ ລະຄົມ ໄດ້ມອບລາງວັນ ໃຫ້ລູກ ຄ້າຜູ້ໂຊກດີໄດ້ຮັບລົດຈັກ HONDA WAVE ໃນ ໂຄງການ M-Phone ແຈກໂຊກພາກ 2, ພິ ທີມອບຢ່າງເປັນທາງ ການ ໄດ້ຈັດ ຂື້ນທີ່: ສູນບໍລິການລູກຄ້າ ລາວ ໂທລະຄົມ (ສາຍລົມ) ນະຄອນຫຼວງວຽງຈັນໂດຍ: ທ່ານ ຄໍາໃບ ພົມຮັກສາ ຮອງຫົວໜ້າ ພະແນກການຕະຫຼາດລາວ ໂທລະຄົມ ໄດ້ ມອບໃຫ້ທ່ານ ນາງ ເພັດ ສະໄໝ ຫຼວງອະໄພ ຢູ່ບ້ານ ທົ່ງພານທອງ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ, ເຈົ້າຂອງນ້ຳເບີ ໂທລະສັບໝາຍເລກ: 020 55262827 ໄດ້ຮັບລາງວັນ ເປັນ ລົດຈັກ HONDA WAVE  ຈາກ ການຂູດບັດຕື່ມເງິນ ລາຄາ 10.000 ກີບ ແລະ ທ່ານ ນາງ ໄກສອນ ອິນໄພຍະລາດ  ຢູ່ບ້ານ ທ່າພະ ລານໄຊ , ເມືອງສີສັດຕະນາກ ນະຄອນຫຼວງ ວຽງຈັນ, ເຈົ້າຂອງນ້ຳເບີໂທລະສັບໝາຍ ເລກ: 020 55510841 ໄດ້ຮັບ ລາງວັນເປັນ ລົດຈັກ HONDA WAVE ຈາກ ການຂູດບັດຕື່ມເງິນ ລາຄາ 100.000 ກີບ.
        ສໍາລັບລົດຈັກທີ່ນໍາມາມອບ ໃຫ້ລູກຄ້າໃນຄັ້ງນີ້ເປັນຄັນທີ່:  127  ນັບແຕ່ເລີ້ມຕົ້ນໂຄງການມາເຖິງປັດຈຸບັນ ມີລູກຄ້າ ຖືກລາງວັນຈາກລາວ ໂທລະຄົມ ທົ່ວປະເທດທັງໝົດ 64.340 ລາງ ວັນ ດ້ວຍກັນຄືຢູ່ນະຄອນຫຼວງວຽງຈັນ  ມີຜູ້ຖືກລາງ ວັນ ໄປ ແລ້ວ 28.193 ລາງວັນ ໃນນັ້ນ
ເປັນລາງວັນລົດໃຫ່ຍ TOYOTA Fortuner 01 ຄັນ, Hyundai Accent Blue 02 ຄັນ, ລົດຈັກ Honda Wave 100 ຈໍານວນ 54 ຄັນ, ລົດຈັກ YAMAHA FINO ຈໍານວນ 05 ຄັນ, I-Pad  63 ເຄື່ອງ, ລົດຈັກ YAMAHA FINO 04 ຄັນ, I-Phone 4 & 4S  100 ເຄື່ອງ, Computer Laptop ແລະ Net book Samsung ຈໍາ ນວນ 107 ເຄື່ອງ ແລະ ລາງວັນ ອື່ນໆອີກ. ສ່ວນຢູ່ສາຂາ ແຂວງ ທົ່ວປະເທດ:  ມີຜູ້ຖືກລາງວັນໄປ ແລ້ວ 36.147 ລາງວັນ. ເປັນລາງ ວັນລົດຈັກ Honda Wave 100 ຈໍານວນ 63 ຄັນ, I-Pad  73 ເຄື່ອງ, I-Phone 4 & 4S  72 ເຄື່ອງ,, Computer Laptop ແລະ Netbook Samsung ຈໍານວນ 84 ເຄື່ອງ ແລະ ລາງວັນອື່ນໆອີກ.

No comments:

Post a Comment