Ad

Ad

3 July 2014

ສຸລິນນາຣາ ຣັດຕະນະວົງ ໄດ້ຮັບຖ້ວຍລາງວັນຈາກສະມາຄົມການທ່ອງທ່ຽວອາຊີປາຊີຟິກ



     ໃນຕອນບ່າຍຂອງວັນທີ 2 ກໍລະກົດນີ້, ຢູ່ສະມາຄົມນັກຂ່າວ ແຫ່ງປະເທດ ລາວ, ໄດ້ຈັດໃຫ້ມີການພົບປະລະຫວ່າງສື່ ມວນຊົນລາວກັບ ນາງ ສຸລິນນາຣາ ຣັດຕະນະວົງ, ຕົວແທນຈາກສະຖາ ບັນການທ່ອງທ່ຽວ ແລະ ການໂຮງແຮມ ແຫ່ງຊາດ, ຊຶ່ງເປັນຜູ້ ໄດ້ຮັບລາງວັນໃບໜ້າຂອງອະ ນາຄົດ ຈາກສະມາຄົມທ່ອງ ທ່ຽວອາຊີປາຊີຟິກ, ໃນຄັ້ງວັນທີ 17 ພຶດສະພາຜ່ານມາ.
     ລາງວັນທີ່ທ່ານ ນາງ ສຸລິນນະຣາ ໄດ້ຮັບຈາກການ ສະມາຄົມດັ່ງກ່າວແມ່ນເປັນ ການຍ້ອງຍໍສັນລະເສີນຜົນງານ ເຄື່ອນ ໄຫວການທ່ອງທ່ຽວ, ໂດຍ ສະເພາະໃນບັ້ນປະກວດບົດ ລື່ອງສັ້ນກ່ຽວກັບ “ ການ ທ່ອງທ່ຽວທີ່ນາງເອງໄດ້ປະດິດຄິດ ແຕ່ງ ຂຶ້ນມາຕາມປະສົບປະການຕົວຈິງຂອງການເຄື່ອນໄຫວ ວຽກງານການທ່ອງທ່ຽວ ໃນປັດຈຸບັນ ແລະ ອະນາຄົດ” , ເຖິງສະ ພາບ ເອື້ອອຳນວຍມີທັງຄວາມ ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງ ທ້າທາຍຕ່າງໆເປັນ
ຕົ້ນການພັດ ທະນາປະເທດຊາດຕິດພັນກັບ ການພັດທະນາການທ່ອງທ່ຽວ, ເຊິ່ງມີສ່ວນຮ່ວມໃນການພັດທະນາຂົງເຂດອາຊີ ລວມໄປເຖິງ ເງື່ອນໄຂການພັດທະນາການ ທ່ອງທ່ຽວ ແລະ ໂຮງແຮມໃນ ສປປ ລາວ ໄລຍະທີ່ຜ່ານມາກໍຄື ປັດຈຸບັນ, ຊຶ່ງ ລ້ວນແຕ່ໄດ້ຮັບການຊ່ວຍເຫລືອຮ່ວມມືຂອງອຳນາດການປົກຄອງ ແລະ ປະຊາຊົນແຕ່ລະທ້ອງຖິ່ນຮ່ວມເປັນເຈົ້າການໃນ ການຄຸ້ມຄອງ ແລະ ປົກປັກຮັກສາໃຫ້ມີ ຄວາມຍືນຍົງ.
        ພາຍຫລັງໄດ້ຮັບລາງວັນ ອັນມີຄຸນຄ່າຈາກສະມາຄົມດັ່ງ ກ່າວນີ້ແລ້ວ ທ່ານ ນາງ ສຸລິນນະຣາ ຣັດຕະນະວົງ ໄດ້ໃຫ້ ການຢືນຢັນທີ່ຈະອຸທິດເຫື່ອແຮງ ແລະ ສະຕິປັນຍາຂອງຕົນເສີມຂະຫຍາຍຮັກສາຈັນຍາບັນຂອງຄູເຂົ້າໃນການສິດສອນຖ່າຍ ທອດບົດຮຽນອັນລ້ຳຄ່າໃຫ້ແກ່ນັກຮຽນນັກສຶກສາຢູ່ໃນຂະແໜງ ການບໍລິການໂຮງແຮມ ແລະ ທ່ອງທ່ຽວໂດຍສະເພາະສະ ຖາບັນການທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດທີ່ຕົນຍັງຍຶດໝັ້ນຢູ່ໃນປັດຈຸບັນໃຫ້ເກີດຜົນປະໂຫຍດສູງສຸດ, ພ້ອມນີ້ ຍັງຈະ ເປັນຂົວຕໍ່ປະສານງານທາງດ້ານການທ່ອງທ່ຽວລະຫວ່າງລາວ ກັບບັນດາປະເທດໃນຂົງເຂດ ແລະ ພາກພື້ນໃຫ້ນັບ ມື້ກວ້າງຂວາງ ແລະ ໜັກແໜ້ນ.
       ສະຖາບັນການທ່ອງທ່ຽວ ແລະ ໂຮງແຮມແຫ່ງຊາດ, ສ້າງ ຕັ້ງຂຶ້ນໃນປີ 2008 ແລະ ເລີ່ມເປີ ດການຮຽນ-ການ ສອນໃນເດືອນຕຸລາ 2013 ເປັນຕົ້ນມາ, ຫ້ອງ ຮຽນມີ 5 ຫ້ອງ, ນັກຮຽນທັງໝົດ 50 ກວ່າຄົນ.

1 comment:

  1. ຂໍເບີ່ງຜົນງານແດ່ຈະເປັນການດີ ເນາະ... ສຳລັບຂຽນຂ່າວ

    ReplyDelete