Ad

Ad

8 July 2014

ແອບ​ອ້າງ​ເປັນ​ພະນັກງານ​ອາກອນ​ເພື່ອ​ຊີງ​ຊັບ​ຖືກ​ເຈົ້າໜ້າ​ທີ່​ຈັບ​ຕົວ​ມາ​ດຳ​ເນີນ​ຄະດີ​



     ທ້າວ ສຸກ ພົມມະຈັນ ອາຍຸ 31 ປີ ຢູ່​ບ້ານ​ຄັນ​ເກິ​ງ ​ແລະ ທ້າວ ອ່າງ​ຄຳ ອາຍຸ 25 ປີ ຢູ່​ບ້ານ​ໂນນ​ດູ່ ​ເມືອງ​ປາກ​ເຊ ​ແຂວງຈຳ ປາ​ສັກ ຖືກ​ເຈົ້າໜ້າ​ທີ່​ຈັບ​ຕົວ​ມາ​ດຳ​ເນີນ​ຄະດີ ​ເມື່ອ​ທ້າຍ​ເດືອນ​ມິຖຸນາ ຜ່ານ​ມານີ້ ພາຍຫລັງ​ພວກ​ກ່ຽວ​ຮ່ວມ​ກັນ​ແອບ​ອ້າງ​ເປັນ​ພະນັກ ງານ​ອາກອນ​ແຂວງ​ຈຳປາ​ສັກ​ໄດ້​ເຂົ້າກວດກາ​ເອກະສານ​ຮ້ານ​ຂາຍ​ຄຳ​ແຫ່ງ​ໜຶ່ງ​ຢູ່ຕະຫລາດ​ເມືອງ​ປາກ​ຊ່ອງ ​ແລ້ວກໍ່ເຫດ​ຊີງ​ເອົາ​ຄຳ​ຮູບ​ປະພັນ​ໜັກ 5 ບາດ ຂຶ້ນລົດຈັກ​ຫລົບໜີ​ໄປ, ຈາກ​ນັ້ນ​ເຈົ້າຂອງ​ຮ້ານ​ຈຶ່ງ​ໄດ້​ຂັບ​ລົດ​ໃຫຍ່​ໄລ່​ຕາມ ພ້ອມ​ທັງ​ແຈ້ງ​ໃຫ້​ເຈົ້າ ໜ້າ​ທີ່​ຊ່ວຍ​ໄລ່​ຕິດຕາມ​ໃນ​ທີ່​ສຸດ​ກໍ​ສາມາດ​ຈັບ​ກຸມ​ຕົວ​ຄົນ​ຮ້າຍ​ທັງ​ສອງ​ໄດ້​ຢູ່ທີ່​ເຮືອນ​ຂອງ​ພວກ​ກ່ຽວ​ມາ​ດຳ​ເນີນ​ຄະດີ​ຕາມ​ລະ ບຽບ​ກົດໝາຍ.

No comments:

Post a Comment