Ad

Ad

8 July 2014

ຈັບນັກຕົ້ມຕຸ່ນຕົວອັນຕະລາຍມາດຳເນີນຄະດີ



          ໃນທ້າຍເດືອນເມສານີ້ ປກສ ນະຄອນຫຼວງວຽງຈັນ ສາມາດ ຈັບຕົວນັກຕົ້ມຕຸນ ຕົວອັນຕະລາຍ  ຄື ທ້າວ ວິໄລ ພອນ ທິບປະໄຊ ຢູ່ບ້ານໂພນທັນ ເມືອງໄຊເສດຖານະ ຄອນຫຼວງວຽງ ຈັນ ອາຍຸ 36 ປີ ມາດຳເນີນຄະດີພາຍຫຼັງຜູ້ກ່ຽວໄດ້ ເຄື່ອນໄຫວ ສໍ້ໂກງຫຼອກ ລວງເອົາເງີນປະຊາຊົນໂດຍການແອບອ້າງເປັນຄົນມີອິດທິພົນຮູ້ຈັກກັບພະນັກງານສັງກັດ ລັດ ແລະ ສາມາດວິງເຕັ້ນ ເອົາເງີນນຳທະນາຄານ ແລະ ແລ່ນເອົາຄົນເຂົ້າເຮັດວຽກນຳສຳນັກ ງານອົງການຂອງລັດໄດ,້ ໂດຍມີຜູ້ຖືກຫຼອກລວງມາແລ້ວຫຼາຍລາຍຈິ່ງໄດ້ເຂົ້າມາແຈ້ງຕໍ່ເຈົ້າ ໜ້າທີ່ເພື່ອດຳເນີນຄະດີ.
           ທ່ານ ພັນຕີ ເກດສະໜາ ພິຈິດ ຮອງຫົວໜ້າພະແນກສືບ ສວນ-ສອບສວນ ຄະດີ ອາຍານະຄອນຫຼວງວຽງຈັນ ໃຫ້ຮູ້ ວ່າ: ຜ່ານການສືບສວນ-ສອບສວນ ຜູ້ຕົ້ມຕຸ່ນລາຍນີ້ ສ່ວນຫຼາຍແມ່ນ ອາໄສການເຂົ້າເຮັດໃກ້ຊິດຮັກແພງກັບໝູ່ຄູ່ແລ້ວຈະສວຍໃຊ້ຄວາມລຶ້ງເຄີຍດັ່ງກ່າວຫຼອກເອົາເງິນຢ່າງບໍ່ຮູ້ສຶກ ຕົວຄື: ກໍລະນີ ໜຶ່ງຊຶ່ງສາມາດຕົວະເອົາເງິນຈາກຜູ້ເສຍຫາຍລາຍໜຶ່ງ ຫຼາຍ ເຖິງ 11 ຄັ້ງລວມູນຄ່າ 1,2 ລ້ານ ກວ່າບາດ, 37
ພັນໂດລາ ແລ້ວ ຫຼົບໜີ ແລະ ຕົກມາຊ່ວງໄລຍະປີ 2013 ທ້າວ ວິໄລພອນ ໄດ້ຫຼອກລວງເອົາເງີນຂອງປະຊາຊົນອີກຫຼາຍລາຍ, ໂດຍໄດ້ແອບອ້າງວ່າຕົນເອງເປັນພະນັກງານສາມາດແລ່ນເອົາຄົນເຂົ້າເຮັດວຽກຢູ່ໃນສຳນັກງານຂອງລັດແຕ່ຕ້ອງໄດ້ຈ່າຍເງິນ ລ່ວງໜ້າກ່ອນ, ຊຶ່ງມີຜູ້ເສຍຫາຍ 4 ຄົນ ຕົກເປັນເງິນ 5 ແສນບາດ ກ່ອນຜູ້ເສຍຫາຍດັ່ງກ່າວຈະເຂົ້າມາແຈ້ງຕໍ່ເຈົ້າໜ້າທີ່ເພື່ອ ຈັບຕົວມາດຳເນີນຄະດີ.
    ເຈົ້າໜ້າທີ່ໃຫ້ທັດສະນະວ່າ: ສະພາບປະກົດການຫຍໍ້ທໍ້ໃນສັງຄົມນອກຈາກບັນຫາລັກຊັບ, ປຸ້ນຈີ້ຊີງຊັບທີ່ພົ້ນເດັ່ນແລ້ວ, ຍັງມີ ສະພາບຕົວະຕົ້ມສໍ້ໂກງເກີດຂຶ້ນ ດ້ວຍຫຼາຍຮູບການຕ່າງໆ, ດັ່ງນັ້ນ ຈິ່ງເຕືອນມາຍັງສັງຄົມຈົ່ງມີສະຕິໃນການປ້ອງກັນ ຕົນເອງ ແລະ ເປັນຕາຊ່ວຍເຈົ້າໜ້າທີ່ ເພື່ອສາມາດຕ້ານ ແລະ ສະກັດ ກັ້ນສິ່ງຫຍໍ້ທໍ້ດັ່ງກ່າວໃຫ້ຫຼຸດຜ່ອນລົງ, ເພື່ອສັງຄົມມີ ຄວາມສະຫງົບສຸກ.

No comments:

Post a Comment