ເວລາຜ່ານມາເຫິງຈົນເກືອບລືມຄາວວ່າ: ຈານແຍ່ເຄີຍຈີກ
ປາກຍິ້ມກວ້າງບໍ່ກວ້າງ ສາມາດ
ແນມເຫັນແຂ້ວທັງ 32 ເຫລັ້ມ, ແຕ່
ຖ້າເວົ້າໂຍກກວ່ານັ້ນກໍແມ່ນວ່າ: ຍິ້ມກວ້າງເກືອບແຈສົບແຕ່ລະ ເບື້ອງຈຸກະແຕ້ຫູ.
ທີ່ຍິ້ມກວ້າງຄ້າງໄວ້ດົນປານ
ນັ້ນ ກໍເພາະວ່າຊາວຕ່າງປະເທດ ຫລາຍຄົນທີ່ຈານແຍ່ຮູ້ຈັກມັກຄຸ້ນ ຍ້ອງວ່າ:
ຄົນລາວ ເຮົາເວົ້າພາສາ ຕ່າງປະເທດຖືກສຽງໄດ້ສຳນຽງ
ໃກ້ຄຽງເຈົ້າຂອງພາສາ ໂດຍສະເພາະແມ່ນພາສາຝຣັ່ງ ແລະ
ອັງ ກິດ.
ເປີງຮຽນຢູ່ອະດີດສະຫະ ພາບໂຊວຽດ, ອາຈານພາສາກໍ ເຄີຍເວົ້າບໍ່ເຫືອດສົບເຫືອດປາກວ່າ: ສອນພາສາຣັດ
ເຊຍໃຫ້ ຄົນລາວນີ້ບໍ່ເຈັບຫົວຄືກັບສອນໃຫ້ ນັກສຶກສາມາຈາກບາງປະເທດ. ນີ້ກໍແມ່ນຕຳໝາກຍໍອີກຄົກໜຶ່ງບັກໃຫຍ່ໆເຊິ່ງຈານ ແຍ່ກິນຈົນ
ກ້ຽງຄົກ ທັງໆທີ່ທ້ອງຍັງເບັງຢູ່.
ແຕ່ຍ້ອນຈຳຄະຕິເຕືອນໃຈບູ
ຮານລາວທີ່ວ່າ: "ຫວານເປັນລົມ ຂົມເປັນຢາ"
ນັ້ນເອງ, ຈານແຍ່
ຈຶ່ງພະຍາຍາມຊອກ ຫາບາງຈຸດ
ອ່ອນສະເພາະ ເຊິ່ງອາດມີ
ສ່ວນກົດໜ່ວງຄວາມສາມາດ ຂອງຄົນລາວໃນການຮຽນພາສາຕ່າງປະເທດ, ແຕ່ກໍຊອກບໍ່ເຫັນ ອັນທີ່ເຫັນກໍບໍ່ແມ່ນອຸປະສັກຕົ້ນຕໍ ເຊັ່ນ:
ຄົນລາວຈາກບາງພາກເວົ້າ ໂຕ
"ລ" ກັບໂຕ
"ດ"
ປ່ຽນບ່ອນ ກັນ, ອີກພວກໜຶ່ງເວົ້າອອກສຽງ ໂຕ
"ຟ"
ໂຕ "ຝ"
ຍາກ ເພາະເຄີຍ
ອອກສຽງແຕ່ໂຕ "ພຜ". ຄົນລາວມາຈາກບາງ ແຂວງອອກສຽງໂຕ
"ວ"
ແລະ "ບ"
ແທນບ່ອນກັນ. ເວ
ລາຮຽນພາສາຕ່າງປະເທດ, ເພື່ອນໆທີ່ມີບັນຫາດັ່ງກ່າວມາ ເທິງນີ້ກໍຫລົງເອົາສຽງໃນພາສາ ລາວທີ່ຜິດພາດນັ້ນໄປເຊື່ອມໂຍງ ເຂົ້າກັບພາສາທີ່ຮຽນ ອັນໄດ້ເຮັດ
ໃຫ້ອາຈານພາ ສາຕ້ອງງົງປານ ຖືກນ໋ອກເອົາ
(KnockOut ແປ ວ່າ:
ຖືກໝັດຈົນສະຫລົບ).
ແມ່ນຫຍັງເປັນພອນສະຫວັນພິ
ເສດທີ່ເຮັດໃຫ້ຄົນລາວໂດຍລວມ ຮຽນພາສາຕ່າງປະເທດໄດ້ໄວ ແລະ
ເວົ້າຖືກສຽງ ສຳນຽງດີ. ຜ່ານການຄົ້ນຄວ້າ ແລະ ສັງເກດ
ເອົາເອງ, ຈານແຍ່ວ່າເປັນຍ້ອນ ປັດໄຈພາສາລາວເຮົາເອງເພາະ
ຖ້າສົມ ທຽບກັບພາສາປະເທດໃກ້ ຄຽງ, ພາສາລາວເຮົາອອກສຽງ ສະໝ່ຳສະເໝີ
ບໍ່ຂຶ້ນພູລົງຫ້ວຍ ໂພດ, ໝາຍຄວາມ
ສຽງຕ່ຳສຽງ ກາງສຽງສູງບໍ່ແຍກກັນໂພດ, ພາ
ສາລາວເປັນພາສາເວົ້າເກາະ ກ່າຍ
ບໍ່ແຍກເປັນຄຳໃຜມັນ, ພວກ
ເຮົາມີທັງສະຫລະສຽງສັ້ນຍາວ, ພວກເຮົາບໍ່ມີບັນຫາໃນການອອກ ສຽງຄວບ.
ຄົນລາວເຮົາອ່ານ Between ວ່າ:
ບີທວີນ (ອ່ານ
ຄວບ), ແຕ່ຄົນບາງປະເທດອອກ ສຽງ ບີທະວີນ
ແຍກເປັນແຕ່ລະ ຄຳເວົ້າ.
ແຕ່ຫລັງໆມານີ້
ເມື່ອໄດ້ຍິນຄົນ ຕ່າງປະເທດຍ້ອງວ່າຄົນລາວ ອອກສຽງພາສາຕ່າງປະເທດຖືກ ຕ້ອງ, ຈານແຍ່ກໍໄດ້ ແຕ່ຍິ້ມແຫ້ງໆ
ເພື່ອບໍ່ໃຫ້ເສຍມາລະຍາດ, ຈະໃຫ້
ເຫັນແຂ້ວທັງ 32 ເຫລັ້ມຄືເກົ່ານັ້ນ ເຮັດບໍ່ໄດ້ອີກແລ້ວ
(ບໍ່ແມ່ນຍ້ອນ
ແຂ້ວບໍ່ຄົບ 32 ເຫລັ້ມ)
ຍ້ອນວ່າ ດຽວນີ້ຄົນລາວເຮົາຈຳນວນບໍ່ ໜ້ອຍຕິດກະແສສຳນຽງຜິດໆ ພາດໆຈາກພາສາປະ ເທດໃກ້
ຄຽງ ໂດຍສະເພາະສຽງທີ່ໃຊ້ຜັນ ພາສາອັງກິດ, ແຮງກວ່າໝູ່ແມ່ນ ພາສາອັງກິດອ່ານອອກສຽງໄທ
ເຊັ່ນຄຳ ວ່າ:
"Program" ແທນທີ່
ຈະອອກສຽງວ່າ: "ໂປຼແກຼມ" ພັດ ອອກສຽງເປັນ
"ໂປແກມ",
Bank
ແທນທີ່ຈະອອກສຽງເປັນ "ແບງ"
ພັດຜ້ຽນເປັນ "ແບ໋ງ", Entertainment ຖືກແທ້ຄວນ
ອອກສຽງວ່າ: "ອິນເທີເທນເມັນ" ແຕ່ພັດເວົ້າຕາມສຽງພາ ສາໄທ
ວ່າ: "ອິນເທີເທນເໝັນ". ຄຳວ່າ
ລົງຄະແນນ ຫລື
ໃຫ້ຄະແນນນັ້ນ ພາສາອັງກິດອອກສຽງວ່າ: "ໂວດ"
ສ່ວນອັງ ກິດໄທນັ້ນແມ່ນ "ໂຫວດ", ຄຳວ່າ:
Port
(ທ່າເຮືອ)
ນັ້ນຄວນອອກສຽງວ່າ: "ພອດ"
ແຕ່ພັດອອກສຽງວ່າ: "ຜອດ"
ແລະ ອື່ນໆ. ສຽງພາສາລາວສາ ມາດປັບໃຫ້ໃກ້ຄຽງ
ຫລື ຄ້າຍຄື
ສຽງໃນພາສາຕ່າງປະເທດໄດ້ໃນ ຫລາຍກໍລະນີ, ແຕ່ພວກ
ເຮົາພັດບໍ່ ຫົວຊາ, ພາກັນໄປຕື່ມວັນນະຍຸດ ໃສ່ໂດຍຄິດພຽງວ່າໃຫ້ເວົ້າງ່າຍ ແຕ່ລືມໄປສະວ່າ ບາດເວົ້າພາສາ
ນັ້ນແທ້ໆ ພັດຊິອອກສຽງຕາມສຳ ນຽງເຮົາເອງ.
ບັນຫານີ້ ຈານແຍ່
ສັງເກດມາເຫິງແລ້ວ. ມີຄົນລາວ
ບາງຄົນເວົ້າພາສາ ອັງກິດເກັ່ງຖືກ ສຽງ,
ແຕ່ພໍມາຮອດຄຳວ່າ: "Program" ພັດອອກສຽງວ່າ: "ໂປແກມ", ພໍຮອດຄຳວ່າ: "Serious" ກໍອອກສຽງເປັນ "ຊີ
ລຽດ" ຍ້ອນຕິດສຽງອັງກິດໄທ.
ໃນທ້າຍປີຜ່ານມາ, ທາງການ
ໄທໄດ້ສັງລວມຄຳສັບພາສາອັງ ກິດໄດ້ຈຳນວນເກືອບ 200 ຄຳ
ທີ່ ຄົນໄທສະກົດອອກສຽງຜິດພາດ ຍ້ອນຄວາມຢາກສະບາຍ. ຄຳສັບ
ທີ່ອອກສຽງ ແລະ
ສະກົດຕາມນິ ໄສມັກງ່າຍເຫລົ່ານີ້ຈະປັບປຸງຄືນໃໝ່ໃຫ້ໃກ້ຄຽງສຽງໃນພາສາອັງກິດ (ທີ່ສາມາດເຮັດໄດ້). ແນ່ນອນ
ການທີ່ຈະອອກສຽງພາສາໃດໜຶ່ງ ໃຫ້ຖືກອ້ອຍຕ້ອຍກັບສຽງໃນອີກ ພາສາໜຶ່ງນັ້ນຄົງເປັນໄປໄດ້ຍາກ ແຕ່ກໍມີສ່ວນທີ່ສາມາດເຮັດໄດ້ ຫລື
ຢ່າງໜ້ອຍກໍໃຫ້ໃກ້ຄຽງ. ເມື່ອທາງເບື້ອງໄທມີແຜນປັບປຸງ ແລະ
ສະກົດສຽງພາສາອັງກິດທີ່ ຂຽນ
ແລະ ເວົ້າເປັນພາສາໄທຄືນ ໃໝ່ຄືແນວນີ້, ລາວພວກເຮົາກໍ ຄວນຄິດ,
ບໍ່ດັ່ງນັ້ນເສດເຫລືອ ຂອງຄວາມຜິດພາດເຫລົ່ານັ້ນກໍຈະມາກອງໂອະໂຍະຢູ່ບ້ານເຮົາ.
No comments:
Post a Comment