Ad

Ad

15 May 2013

ສວນອຸດທະຍານຫີນຕັ້ງເມືອງຫົວເມືອງ ສະຖານທີ່ທ່ອງທ່ຽວທີ່ຍັງລຶກລັບ



      ເມື່ອໃດໄປແຂວງຫົວພັນ ຫລາຍຄົນກໍຄົງຄິດຢາກຈະໄປ ທ່ຽວຖ້ຳຕ່າງຂອງບັ ນດາທ່ານຜູ້ ນຳລາວທີ່ເມືອງວຽງໄຊ ຫລື ແວ່ ໄປຫລິ້ນນ້ຳຕົກຕາດສະເຫລີຍໃຫ້ ສະຫນຸກສະບາຍ ແລະ ໂດດເດ່ັນ ໄປກວ່ານັ້ນ ກໍອາດແມ່ນສວນອຸດທະຍານ ຫີນ ຕັ້ງທີ່ລຶກ ລັບໄປ ດ້ວຍສິ່ງມະຫັດສະຈັນຂອງຄົນ ລາວບູຮານໃນສະໄຫມນັ້ນຢູ່ທີ່ ເມືອງຫົວເມືອງນີ້ເອງ  ເຊິ່ງຢູ່ ຫ່າງຈາກເມືອງຊຳເຫນືອ ໄປ ທາງທິດຕາເວັນຕົກພຽງ 64 ກິ ໂລແມັດ  ແລະ ຢູ່ຫ່າງຈາກທາງ ຫລວງ ເລກ 6 ເຂົ້າໄປປະມານ 7 ກິໂລ ແມັດ ພວກເຮົາ ຈະພົບເຫັນ ກຸ່ມ ແຜ່ນຫີນຕັ້ງລຽນລາຍກັນໄປ ໃນບໍລິເວນກວ້າງຫລາຍສິບກິ ໂລແມັດ, ລັກສະນະຂອງຫີນ ແມ່ນມີ 2 ລັກ ສະນະຄື:
    ຮູບແບບທີ 1  ເປັນລັກສະນະ ສີ່ຫລ່ຽມຍາວ ໂດຍມີຄວາມສູງ ສະເລ່ຍປະມານ 1,30 ແມັດ ແລະ ກວ້າງແຕ່ຕ່າງກັນໄປ ຕາມແຕ່ລະວັນ.
      ຮູບແບບທີ 2 ເປັນລັກສະນະ ແຜ່ນຫີນມົນທີ່ມີຂະຫນາດແຕກ ຕ່າງກັນລະຫວ່າງກວ້າງປະ ມານ 150 ແຫ່ງ ແຕ່ສະ ເພາະຢູ່ເມືອງຫົວເມືອງນີ້ມີເຖິງ 400 ກວ່າແຫ່ງ, ໃນປີ 1930 ທ່ານນາງ ມາເດີແລນ ໂກລານ ນັກບູຮານ ຄະດີຊາວຝຣັ່ງໄດ້ ເດີນທາງມາສຳຫລວດ ແລະຂຸດຄົ້ນໄດ້ພົບວັດ ຖຸຫລັກຖານທາງບູຮານຄະດີຈຳ ນວນຫນຶ່ງ ໃນນັ້ນມີໂຖໃສ່ກະດູກ ທີເຮັດດ້ວຍ ດິນເຜົາແບບເນື້ອຫຍາບ ແລະ ກ່ອງແຂນທອງ. ເຖິງວ່າການສຶກສາຄົ້ນຄວ້າຍັງບໍ່ ສາມາດສະຫລຸບເຖິງປະຫວັດ, ຄວາມເຊື່ອ
ແລະ ທີ່ມາທີ່ໄປຂອງ ສວນຫີນແຫ່ງນີ້ໄດ້ຢ່າງຊັດເຈນ ນີ້ກໍແມ່ນການບອກເລ່ົາເຖິງປະ ຫວັດຄວາມເປັນມາຂອງສວນ ຫີນຕັ້ງ ແຫ່ງນີ້ວ່າ : ເມື່ອກ່ອນດິນ ແດນແຫ່ງນີ້ເປັນດິນແດນຂອງ ເຜ່ົາກຶມມຸອາໄສຢູ່  ໂດຍມີຜູ້ນຳ ເປັນຫົວໜ້າເຜ່ົາຂອງພວກເຂົາ ເຈົ້າ ທີ່ມີຊື່ວ່າ : ບາຣາດ ຫລື ທ້າວ ຣາດອັ້ງ ເຊິ່ງເປັນຜູ້ທີ່ມີພະ ລັງລິດເດດເກ່ັງກ້າສາມາດ ພ້ອມ ທັງອາວຸດວິເສດ 3 ຢ່າງທີ່ປະຈຳ ໂຕຄື :  ຂວານເພັດທີ່ສາມາດຕັດ ທຳລາຍຫີນ, ເຫລັກຊີເຈາະພື້ນ ຫີນໃຫ້ເປັນນ້ຳສ້າງ, ນ້ຳບາດານ ແລະ ກອງສອງຫນ້າທີ່ສາ ມາດ ຕີເອີ້ນເອົາການຊ່ວຍເຫລືອຈາກ ນາງທໍລະນີ ແລະ ເທວະດາສ່ວນອີກຫນ້າຫນຶ່ງເອົາໄວ້ຕີເພື່ອດັບສູນສັດຕູ.
     ຍ້ອນກຳລັງອາວຸດວິເສດທັງ 3 ເຮັດໃຫ້ ທ້າວ ຣາດອັ້ງ ມີອຳ ນາດເຂັ້ມແຂງ ທຽບເທົ່າກັບອຳ ນາດອານາຈັກຫລວງພະບາງ ແລະ ປະຕິເສດທີ່ຈະຂຶ້ນກັບອານາຈັກດ່ັງກ່າວ. ດັ່ງນັ້ນ, ອານາຈັກຫລວງພະບາງຈຶ່ງປະກາດ ສົງຄາມກັບ ຣາດອັ້ງ,  ແຕ່ກໍບໍ່ສາ ມາດໄດ້ຮັບໄຊຊະນະ  ຕໍ່ມາ ຣາດ ອັັ້ງ ຢ້ານວ່າສັດຕູຈະກັບຄືນມາ ຮຸກຮານອີກຄັ້ງ ຈຶ່ງໄດ້ຕີກອງ ຮ້ອງປ່າວເພື່ອໃຫ້ເທວະດາຟ້າ ດິນລົງມາຊ່ວຍ, ແລ້ວເທວະດາ ໄດ້ປອມແປງເປັນມະນຸດລົງມາ ຊ່ວຍເຫລືອ ແຕ່ບໍ່ເຫັນສັດຕູພຽງ ແຕ່ຄົນດຽວເພິ່ນໂກດເຄືອງ ແລ້ວນຳເອົາກອງທັບຄືນໄປ, ຣາດອັັ້ງ ຍັງມີອາວຸດວິເສດຢູ່ 2 ຢ່າງ ຈຶ່ງບໍ່ຮູ້ສຶກວ່າ ໂຕເອງຈະ ພ່າຍແພ້ ແລະ ຍັງແຂງແກ່ນໄດ້ ຫລື ບໍ່ ຣາດອັ້ງ ຈຶ່ງນຳພາປະຊາ ຊົນເອົາຂວານເພັດໄປຕັດຫີນຢູ່ ລຽບຕາມລ່ອງນ້ຳເປີນ ແລ້ວພາ ກັນຂົນຂຶ້ນມາກອງໄວ້ ເພື່ອ ສ້າງເປັນເມືອງໃຫມ່ແຕ່ພໍຂ່າວນີ້ໄປ ເຖິງຫູສັດຕູຫລວງພະບາງ ພະອົງຈຶ່ງໄດ້ວາງອຸບາຍໃຫ້ລູກຊາຍ ທັງ 2 ຍ່າງລົງໃນກອງໄຟ ແລະ ເຮັດໃຫ້ສູນເສຍຄວາມສັກສິດໄປ ພ້ອມທັງຍົກເລີກການສ້າງເມືອງ ໃຫມ່ຂອງຕົນ.
  ເພາະເຫດນີ້ເອງ ຈຶ່ງກາຍເປັນທີ່ມາຂອງບັນດາປ່ຽງຫີນທີ່ຢາຍຢູ່ຕາມສັນພູ ແລະ ກາຍເປັນສວນຫີນດັ່ງທີ່ເຫັນຢູ່ທຸກມື້ນີ້, ໂດຍ ສ່ວນຫລາຍແລ້ວ ຫີນຕັ້ງທີ່ມີຂະ ຫນາດສູງກວ່າຫມູ່ຈະຝັງຢູ່ໃຈ ກາງຂອງກຸ່ມຢູ່ເລິກລົງໄປໃຕ້ດິນເພິ່ນຍັງພົບຂຸມ ອຸ ໂມງຂະຫນາດໃຫຍ່ ແລະ ຂຸມເຫລ່ົານີ້ຖືກປົກຄຸມດ້ວຍແຜ່ນຫີນມົນຂະຫນາດໃຫຍ່ ເຊິ່ງບາງແຜ່ນມີເສັ້ນຜ່າກາງເຖິງ 2 ແມັດ ໃນຂຸມເປັນຜົ້ງກວ້າງສາມາດຝັງສົບໄດ້ຫລາຍສົບ ແລະ ມີຫ້ອງນ້ອຍໆອີກຢູ່ໃນອຸມົງດຽວກັນ, ແຕ່ເຖິງຢ່າງໃດກໍຕາມນີ້ກໍ ເປັນພຽງຄຳບອກເລົ່າຂອງປະຊາຊົນທ້ອງຖິ່ນທີ່ສືບຕໍ່ກັນມາເທົ່ານັ້ນ.
     ຫາກໄດ້ໄປສຳຜັດດ້ວຍຕົນ ເອງ ຈະຮູ້ສຶກເຖິງຄວາມອັດສະຈັນຂອງສວນຫີນແຫ່ງນີ້ ແລະ ຈົນເທົ່າທຸກມື້ນີ້ຫີນຕັ້ງ ເມືອງຫົວເມືອງ ແຂວງຫົວພັນ ຍັງຄົງ ເຊື່ອງຊ້ອນຄວາມລຶກລັບປິດສະຫນາໄວ້ໃຫ້ນັກຄົ້ນຄວ້າຮຸ່ນຫລັງໄດ້ສຶກສາຄົ້ນ ຄວ້າຕໍ່ໄປ.

No comments:

Post a Comment